ບຸນຊຳຮະ

 ປະເພນີທີ 7:  ບຸນຊຳຮະ (ບຸນເດືອນເຈັດ)

ຄວາມໝາຍ ແລະຄວາມສຳຄັນ.

        ຄຳວ່າ "ສຳຮະ"  ຫຼື  "ຊຳລະ"  ໝາຍເຖິງການລ້າງໃຫ້ສະອາດ  ເຊັ່ນ  ຊຳລະກາຍ,  ສະສາງປັບປຸງໃຫ້ດີຂຶ້ນບຸນຊຳຮະຈຶ່ງອາດສະຫຼຸບຄວາມໝາຍໄດ້ວ່າ ຄືບຸນທີ່ຈັດຂຶ້ນເພື່ອທຳພິທີປັດເປົ່າຂັບໄລ່ຄວາມສະນຽດຈັງໄຮພູດ ຜີປີສາດອອກຈາກໝູ່ບ້ານບາງແຫ່ງ ເອີ້ນວ່າ "ບຸນເບີກບ້ານ"ເມື່ອເຖິງເດືອນ 7 ໃຫ້ພາກັນລ້ຽງມະເຫສັກຫຼັກເມືອງ ອາຮັກຂາເທບພະຍາດາທັງຄື ທ້າວຈະຕຸໂລກະບານ ຜູ້ປົກຄອງຮັກສາໂລກທັງ 4 ອົງ ໄດ້ແກ່ ທ້າວທະຕະຣັຕຖະ  ທ້າວວິລຸນລະຫະ  ທ້າວວິຣູປັກຂະ ແລະທ້າວກຸເວລະ ແລະເທບພະຍາດາທັງ 8 ທິດ.


ມູນເຫດແລະຄວາມເປັນມາ.

ໃນຄຳພີທັມມະບົດກ່າວໄວ້ວ່າ ຄັ້ງໜຶ່ງເມືອງໄພສາລີ   ເກີດພາວະເຂົ້າ ຍາກໝາກແພງ  ປະຊາຊົນຂາດແຄນ ອາຫານເຊິ່ງເອີ້ນວ່າ "ທຸພພິກຂະພັຍເພາະຝົນແລ້ງສັດລ້ຽງຕ່າງໆ ປະຊາຊົນລົ້ມ ຕາຍເພາະຄວາມຫິວເປັນຈໍານວນຫຼວງຫຼາຍ ແຖມຍັງເກີດໂຣກອະຫິວາລະບາດ ເຮັດໃຫ້ຜູ້ຄົນລົ້ມ ຕາຍກັນເປັນ ຈຳນວນຫຼວງຫຼາຍຊາວເມືອງກຸ່ມໜຶ່ງ    ຈຶ່ງພາກັນໄປນິມົນພຣະພຸດທະເຈົ້າໃຫ້ມາປັດເປົ່າໄພພິບັດຄັ້ງນີ້ ພຣະພຸດທະເຈົ້າໄດ້ສະເດັດຈາກເມືອງລາຊະຄຶ ພ້ອມດ້ວຍພຣະສົງ 500 ອົງໂດຍມາທາງເຮືອ ໃຊ້ເວລາເດີນທາງ 7 ວັນຈຶ່ງເຖິງເມືອງໄພສາລີ  ຄັນພຣະ ພຸດທະເຈົ້າສະເດັດເຖິງເມືອງໄພສາລີ  ກໍເກີດ "ຝົນຫ່າ ແກ້ວ"  ຕົກລົງຢ່າງໜັກ ຈົນນ້ຳຖ້ວມແຜ່ນດິນສູງເຖິງຫົວເຂົ່າ  ແລະນ້ຳຝົນກໍພັດພາເອົາຊາກສົບຂອງຜູ້ຄົນ ແລະສັດຕ່າງໆ ໄຫຼລ່ອງລອຍລົງແມ່ນ້ຳໄປຈົນໝົດ ສິ້ນພຣະພຸດທະເຈົ້າສູດນ້ຳພຣະພຸດທະມົນໃສ່ບາດ ແລ້ວມອບໃຫ້ພຣະອານົນ ໄປປະພຣົມ ຫຼືຟິດທົ່ວເມືອງໂຣກໄພໄຂ້ເຈັບກໍສູນສິ້ນໄປ ດ້ວຍເດຊາພຣະພຸດທານຸພາບ  ດັ່ງນັ້ນຄົນລາວບູຮານຈຶ່ງເຮັດບຸນຊຳຮະຂຶ້ນໃນເດືອນ 7 ຂອງທຸກໆ ປີ ລ້ຽງເທວະດາອາຮັກ  ມະເຫສັກຫຼັກເມືອງ  ວິລະບູລຸດ ບັນພະບູລຸດ ຜີໄຮ່  

ຜີນາ (ແຮກນາຂວັນ).

ຮີດໜຶ່ງນັ້ນ  ພໍເມື່ອເດືອນ 7 ແລ້ວ   ຈົ່ງພາກັນບູຊາຣາດ

ຝູງໝູ່ເທບເຫຼົ່ານັ້ນ ບູຊາແທ້ສູ່ພາຍ

ຕະຫຼອດໄປຮອດອ້າຍ ອາຮັກໃຫຍ່ມະເຫສັກ

ທັງຫຼັກເມືອງ ສູ່ຫົນບູຊາເຈົ້າ

ພາກັນເອົາໃຈຕັ້ງ ເຮັດຕາມຮີດເກົ່າ

ນິມົນສັງຄະເຈົ້າ ຊຳຮະແທ້ສູດມົນ

ໃຫ້ຝູງຄົນເມືອງນັ້ນ ກະທຳກັນຢ່າໄດ້ຫ່າງ

ສູດຊຳຮະເມືອງຢ່າຄ້າງ ຊິເສຍເສົ້າຕ່ຳສູນ

ທຸກຊິໃຫ້ແລ່ນວຸ້ນ         ມາໂຮມໃສ່ເຕັມເມືອງ

ມັນຊິເຄືອງຄ່ຳຂັດ ຕ່ຳລົງສູນເສົ້າ

ໃຫ້ເຈົ້າເຮັດຕາມນີ້ ຄືເຮົາໄດ້ບອກກ່າວ

ຈຶ່ງຊິສຸກຢູ່ສ້າງ ສະຫວັນຟ້າເກິ່ງກັນ

ແມ່ນທຸກຮ້ອນໝື່ນຊັ້ນ ບໍ່ມີວ່າຊິມາພານ

ປານກັບເມືອງສະຫວັນ ສຸກເກິ່ງກັນທຽມໄດ້.

Post a Comment

0 Comments

ຄວາມຄິດເຫັນ