ພົມມະວິຫານ


 

ພົມມະວິຫານ 4

1.   ເມຕຕາ             ຄວາມຮັກເເພງ

2.    ກາລຸນາ             ຄວາມສົງສານ

3.   ມຸທິຕາ              ຄວາມພອຍຍີນດີ

4.   ອຸເປກຂາ    ຄວາມວາງເສີຍ

  ອະທິບາຍ: ທຳຂອງພຣະພົມ ຄື ທຳປະຈຳຕົວຂອງຜູ້ໃຫຍ່ເອີ້ນວ່າ ພົມມະວິຫານ

        ເມຕຕາ  ຄວາມຮັກເເພງ ໝາຍເຖິງ ການສະເເດງຄວາມມີໄມຕຮີ, ເອື້ອອາລີ, ຄວາມຮັກ ຄວາມປາດຖະໜາດີ.

        ກາລຸນາ ຄວາມສົງສານ ໝາຍເຖິງ ຄວາມປາດຖະໜາດີ ຢາກຊ່ວຍເຫຼືອຜູ້ອື່ນ ຊ່ວຍບັນເທົາທຸກໂສກຂອງຜູ້ອື່ນ.

        ມຸທິຕາ ຄວາມພອຍຍີນດີ ເມື່ອເຫັນຜູ້ອື່ຮໄດ້ດີ ໝາຍຄວາມວ່າ ສະເເດງຄວາມຍີນດີນຳໝູ່ຄູ່ເມື່ອເວລາໝູ່ຄູ່ປະສົບຜົນສຳເລັດ

        ອຸເປກຂາ ຄວາມວາງເສີຍ ໝາຍເຖິງ ການວາງຕົວເປັນກາງ ມີຄວາມເປັນທຳ ບໍ່ເອ່ນອຽງ, ບໍ່ມີການຈຳເເນກເຊື້ອຊາດສີຜົວພັນ.

Post a Comment

0 Comments

ຄວາມຄິດເຫັນ