ຄວາມໝາຍ ແລະຄວາມສຳຄັນ.
ບຸນບັ້ງໄຟ ຄຳວ່າ "ບັ້ງ" ຄືໄມ້ໄຜ່ທີ່ຖືກຕັດເປັນທ່ອນຫຼືກະບອກໄມ້ ໄຜ່ນັ້ນເອງ ສ່ວນຄຳວ່າ "ໄຟ" ຄົງບໍ່ຕ້ອງອະທິບາຍເພາະມີຄວາມຊັນເຈນໃນ ຕົວແລ້ວ ເມື່ອເອົາຄຳສອງຄຳມາລວມກັນເປັນ ບັ້ງໄຟ ໝາຍເຖິງກະບອກໄມ້ ໄຜ່ທີ່ຂ້າງໃນອັດແໜ້ນດ້ວຍ "ໝື້" (ຂີ້ເຈຍຂົ້ວປະສົມກັບຖ່ານຕຳໃຫ້ລະອຽດ ກ່ອນນຳໄປອັດໃຫ້ແໜ້ນໃນກະບອກໄມ້ໄຜ່).
ມູນເຫດແລະຄວາມເປັນມາ.
ການເຮັດບຸນບັ້ງໄຟນັ້ນ ຕາມຄວາມເຊື່ອທີ່ວ່າ ເທິງຟ້າມີສິ່ງສັກສິດ ຫຼື ມີຊາວພຸດເອີ້ນວ່າ "ພະຍາແຖນ" ເຊິ່ງຄວາມເປັນມາຂອງບຸນບັ້ງໄຟນັ້ນມີຜູ້ ເຖົ້າຜູ້ແກ່ເລົ່າໃຫ້ຟັງວ່າ: ກາລະຄັ້ງໜຶ່ງນານມາແລ້ວບ້ານເມືອງເກີດເດືອດ ຮ້ອນເພາະຝົນຟ້າບໍ່ຕົກຕາມລະດູການ ບັນດາຄົນ ສັດ ພືດ ຕ່າງໄດ້ຮັບຄວາມ ເດືອດຮ້ອນໄປຕາມໆ ກັນຍັງມີພະຍາຄັນຄາກ (ຄາງຄົກ) ທີ່ມີອິດທິລິດເປັນ ສັດວິເສດ ປົກ ຄອງຢູ່ພື້ນດິນ ຈຶ່ງອອກໄປກວດກາຫາສາຍເຫດວ່າຝົນຟ້າບໍ່ຕົກ ລົງມາກໍຮູ້ຄວາມຈິງວ່າ ເປັນພະຍາ ແຖນບໍ່ສົງຝົນລົງມາພະຍາຄັນຄາກຮູ້ຢ່າງ ນັ້ນ ຈຶ່ງຂໍອາສາສູ້ກັບ ພະຍາແຖນໂດຍເອົາຝົນຟ້າເປັນເດີມພັນ ຫາກພະຍາຄັນ ຄາກຊະນະ ພະຍາແຖນຕ້ອງເຮັດໃຫ້ຝົນຕົກລົງມາໃຫ້ຄົນພະຍາແຖນ ແລະພະ ຍາຄັນຄາກຕໍ່ສູ້ກັນ ຜົນປະກົດວ່າພະຍາຄັນຄາກຊະນະພະຍາແຖນຕ້ອງສົ່ງຟ້າ ຝົນໃຫ້ ຕົກລົງມາໃນໂລກມະນຸດແຕ່ມີຂໍ້ຕົກລົງວ່າຊາວໂລກຈະຕ້ອງເຮັດບຸນ ບັ້ງໄຟແລ້ວຈູດຂຶ້ນໄປບອກ ດ້ວຍວ່າຕ້ອງການຝົນເມື່ອໃດ ເວລາໃດຊ່ວງໃດດັ່ງ ນັ້ນເມື່ອເຖິງລະດູການເຮັດນາ ຊາວນາຕ້ອງ ການຝົນກໍຕ້ອງເຮັດບຸນບັ້ງໄຟຈູດ ບັ້ງໄຟຂຶ້ນເມືອບອກພະຍາແຖນເປັນສັນຍານຮູ້ ເພື່ອໃຫ້ພະຍາແຖນເຮັດຝົນ ຕົກລົງມາ ດ້ວຍເຫດຄວາມເຊື່ອທີ່ກ່າວມານີ້ຈຶ່ງໄດ້ມີການເຮັດບຸນບັ້ງໄຟຈົນ ເຖິງປັດຈຸບັນນີ້ ແລະໃນເດືອນຫົກນີ້ຍັງມີບຸນອີກຫຼາຍບຸນເຊັ່ນ:
ວິສາຂະບູຊາ, ສົມໂພດພຣະ, ຫົດສົງ ພຣະເຖຣະ.
ຮີດໜຶ່ງນັ້ນ ເຖິງເດືອນຫົກແລ້ວ ນຳເອົານ້ຳວາລີສັງໂສດ
ຫົດພຣະພຸດທະຮູບ ເໜືອໃຕ້ສູ່ພາຍ
ຢ່າໄດ້ລະບຽ່ງບ່າຍ ປັດເປົ່າຫາຍຫຼຸດ
ມັນຊິສູນເສຍສີ ຕໍ່ໄປເມືອໜ້າ
ຈົ່ງພາກັນເຮັດແທ້ ແນວຄອງຮີດເກົ່າ
ເອົາບຸນໄປເລື້ອຍໆ ເມືອໜ້າຢ່າຖອຍ.

0 Comments