ບຸນເຂົ້າພັນສາ

 ປະເພນີທີ 8:  ບຸນເຂົ້າພັນສາ (ບຸນເດືອນແປດ)

ຄວາມໝາຍ ແລະຄວາມສຳຄັນ.

        ຄຳວ່າ "ພັນສາໝາຍເຖິງລະດູຝົນປີຫຼືເອີ້ນອີກຢ່າງໜຶ່ງວ່າ "ບຸນເຂົ້າ ວັດສາຄຳວ່າວັດສາກໍຄືພັນສານັ້ນເອງເພາະວັດສາເປັນພາສາປາລີ ພັນສາເປັນພາສາສັນສະກິດໃນວັນດຽວກັນນີ້ກໍມີເຫດການສຳຄັນອີກເຊັ່ນ ວັນອາສາລະຫະ  (ວັນທີ່ພຣະພຸດທະເຈົ້າສະແດງປະຖົມມະເທສະໜາ ໂປຣດພຣະປັນ ຈະວັກຄີທັງ 5 ອົງ  ທັມມະເທສະໜາທີ່ຊົງສະແດງນັ້ນຮຽກວ່າ  "ທັມມະຈັກກັບປະວັຕຕະນະສູດ).


ມູນເຫດແລະຄວາມເປັນມາ.

ເມື່ອພຣະບໍຣົມສາສະດາ ຍັງບໍ່ທັນໄດ້ຊົງອະນຸຍາດໃຫ້ພຣະພິກຂຸເຂົ້າວັດສາ ເຖິງລະດູຝົນແລ້ວພິກຂຸທັງຫຼາຍກໍຍັງສັນຈອນໄປມາຢູ່  ູ່ພວກຄົນທັງ ຫຼາຍກໍພາກັນຕິຕຽນວ່າ  ໃນລະດູຝົນນີ້ປະຊາ ຊົນທັງຫຼາຍ ພາກັນຢຸດເຊົາບໍ່ໄດ້ທ່ອງທ່ຽວໄປມາຄ້າຂາຍໃນຕ່າງເມືອງ  ຢ່າວ່າແຕ່ຄົນເລີຍ ແມ່ນແຕ່ຝູງນົກບາງຈຳພວກຄື ນົກເຈົ່ານົກຍາງ  ແລະນົກແຈນແວນ ກໍຍັງຮູ້ຈັກລີ້ຊ້ອນແປງຮວງຮັງ ເປັນຫຍັງພວກສາມະນະທັງຫຼາຍຈຶ່ງພາກັນທ່ອງທ່ຽວໄປມາບໍ່ຮູ້ ຈັກໂອກາດເລາະຢຽບເຂົ້ານາ  ຫຍ້າ  ພືດພັນ ແລະສັດເລັກ ສັດນ້ອຍຢູ່ສັນນີ້    ອາໄສເຫດນີ້ພຣະພຸດທະອົງຈຶ່ງໄດ້ ຊົງອະນຸຍາດໃຫ້ພິກຂູ-ຸສຳມະ ເນນເຂົ້ົາວັດສ ຄືໃຫ້ພຣະພິກຂູສົງ ອາໄສຢູ່ບ່ອນດຽວບໍ່ໄດ້ສັນຈອນໄປນອນແຮມຄືນໃນ ບ່ອນອື່ນ ຈົນ ຕະຫຼອດ 3 ເດືອນໃນເຂດລະດູຝົນ ເຂົ້າວັດສາອາສະຫະບູຊາປະຖົມ ມະເທສະໜາ.

ຮີດໜຶ່ງນັ້ນພໍເຖິງເດືອນ 8 ໄດ້      ລ້ຳລ່ວງມາເຖິງ

ຝູງໝູ່ສັງໂຄຄຸນ ເຂົ້າວັດສາຈຳຈ້ອຍ

ເຮັດຕາມຮອຍຂອງເຈົ້າ ພຣະໂຄດົມສ້າງກ່ອນ

ບໍ່ທະລອນເລີກມ້າງ ເຮັດແທ້ສູ່ພາຍ

ແລ້ວຈຶ່ງພາກັນຜ້າຍ ຫາຂອງໄປທານທອດ

ເຮັດທານໄປຢ່າໄດ້ຄ້ານ ໄວ້ໝູ່ບຸນ

ຊິເປັນຂອງໝູນເຈົ້າ ໄປຫາບ່ອນຢູ່

ສູ່ສະຫວັນບໍ່ຮ້ອນ ດ້ວຍບຸນນີ້ສົ່ງໄປ

ເພິ່ນຈຶ່ງຕັດບອກໄວ້ ຮີດເກົ່າຄອງຫຼັງ

ຟັງໃຫ້ດີໃຫ້ຄັກ ຢ່າໄລເດີເຈົ້າ

ຈົ່ງໃຫ້ພາກັນເຂົ້າ ຖວາຍທານຕັກບາດ

ຢ່າຂາດໄດ້ ໄປແທ້ສູ່ຄົນ

ໂອກາດນີ້ເພິ່ນໃຫ້ທ່ຽວຊອກຄົ້ນ ຂຸດກິນຂຸມບຸນ 

ເອົາທຶນໄປພາຍຫຼັງ ເມື່ອຕາຍໄປແລ້ວ

ຝູງໝູ່ວິບາກເວັ້ນ ບໍ່ມີວ່າຊິມາພານ

ເນົາວິມານແສນສຸກ ທຸກຄາວບໍ່ມາໃກ້.

Post a Comment

0 Comments

ຄວາມຄິດເຫັນ