ອິດທິບາດ 4 ຢ່າງ
1. ສັນທະ ຄວາມພໍໃຈ
2. ວິຣິຍະ ຄວາມພາກພຽນ
3. ຈິຕຕະ ໃຈຈົດຈໍ່
4. ວິມັງສະ ໝັ່ນຮິ່ນຕອງພິຈາລະນາຫາເຫດຜົນ
ຄຳອະທິບາຍ:
ຄືຄຸນທັມທີ່ເຣັດໃຫ້ສຳເລັດຕາມຄວາມປະສົງ ຫຼືອຸບາຍໃຫ້ເຖິງຄວາມສຳເລັດ ເອີ້ນວ່າ
ອິດທິບາດ
ຄວາມມັກໄຄ່ໃນສິ່ງທີ່ຈະທຳຄວາມດີ ຊື່ວ່າ
ສັນທະ ຄວາມພໍໃຈມັກໄຄ່ໃນສິລະປະວິທະ ຍາທີ່ຄວນສຶກສສາກໍ່ດີ
ໃນການປະກອບກິດເຄື່ອງລ້ຽງຊີວິດກໍ່ດີ ໃນໜ້າທີ່ວຽກງານຂອງຕົນກໍດີ
ໃນທັມມະວິນັຍທີ່ຄວນສຶກສາກໍດີ ແລະປະຕິບັດກໍ່ດີ ເຊິ່ງສົງເຄາະເຂົ້າໃນຂໍ້ນີ້
ຄວາມພຽນປະກອບຄວາມດີ ດ້ວຍຄວາມກ້າຫານ ຊື່ວ່າ
ວິຣິຍະ ຄວາມບາກບັ່ນໃນການສຶກສາ ສິລະປະວິທະ ຍາກໍ່ດີ ໃນການລະອະກຸສົນ
ແລະຈະເລີນກຸສົນເປັນຕົ້ນກໍດີ ດ້ວຍຄວາມກ້າ
ຫານບໍ່ຢ້ານຕໍ່ຄວາມທຸກຍາກລຳບາກເຊິ່ງສົງເຄາະເຂົ້າໃນຂໍ້ນີ
ຄວາມເອົາໃຈໃສ່ໃນຄວາມດີດ້ວຍຄວາມໝັ່ນໃຈ
ບໍ່ວາງວຽກງານຊື່ວ່າ ຈິດຕະ ຄວາມເອົາໃຈໃສ່ໃນສິລະປະວິ ທະຍາກໍດີ
ໃນໜ້າທີ່ວຽກງານເປັນຕົ້ນ ຂອງຕົນກໍ່ດີ ໃນທັມມະວິນັຍທີ່ຄວນສຶກສາກໍດີ ແລະປະຕິບັດກໍ່ດີ
ເຊິ່ງສົງເຄາະເຂົ້າໃນຂໍ້ນີ້
ຄວາມຮິ່ນຕອງພິຈາລະນາ ເຫດຜົນນສິ່ງນັ້ນ
ດ້ວວຍປັນຍາ ຊື່ວ່າ ວິມັງສາ ຄວາມຮິ່ນ ຕອງຄົ້ນຄວ້າ ເຫດຜົນໃນສິລະປະວິທະຍາ
ທີ່ສຶກສາດ້ວຍວິທະຍາກໍ່ດີ ໃນອາຊີບທີ່ຕົນປະກອບກໍດີ ໃນໜ້າທີ່ການງານກໍດີ
ໃນທັມມະວິນັຍກໍດີ ເພື່ອຄວາມຮູ້ ແລະຄວາມກ້າຫານ ເຊິ່ງສົງເຄາະເຂົ້າໃນຂໍ້ນີ້
ທັມ 4 ຢ່າງນີ້
ຂໍ້ໃດຂໍ້ໜຶ່ງເກີດຂຶ້ນເປັນປະທານ ເມື່ອທຳໃຫ້ບໍຣິບູນເຕັມທີ່ແລ້ວ
ອາດທຳໃຫ້ບຸກຄົນນັ້ນບັນລຸເຖິງເປົ້າໝາຍຢ່າງແດ່ນອນ ເຊິ່ງບໍ່ເໜືອນິໄສ.

0 Comments