ທັມອັນເຮັດໃຫ້ງາມ


ຄວາມໝາຍ
ທັມມອັນເຮັດໃຫ້ງາມ ຄື ທັມອັນເຮັດໃຫ້ບຸກຄົນງາມດ້ວຍ
ກິລິຍາ ວາຈາ ອັດທະຍາໄສ ຄວາມງາມຂອງຄົນມີຢູ່ 2 ຢ່າງ ຄື :

1. ຄວາມງາມພາຍນອກ ຄື ຄວາມງາມແຫ່ງຮູບທາງກາຍ ແລະຄວາມງາມແຫ່ງເຄື່ອງປະດັບ ຕົກແຕ່ງຮ່າງກາຍນັ້ນ

2. ຄວາມງາມທາງໃຈ ຄື ໃຈທີ່ມີຄວາມຜ່ອງໄສເປັນປົກກະຕິ ເຖິງມີອາລົມໃດມາກະທົບ ກໍອົດທົນໄດ້ດ້ວຍຄວາມສະຫງົບສະຫງ່ຽມ ບໍ່ສະແດງອາການວິການທາງກາຍ ວາຈາໃຫ້ປາກົດ ເອີ້ນວ່າ ງາມນ້ຳໃຈ ລວມໄປເຖິງ ງາມກິລິຍາມາລະຍາດດ້ວຍ.

ທັມອັນເຮັດໃຫ້ງາມ 2 ຊະນິດ:

       1. ຂັນຕິ ຄື ຄວາມອົດທົນ ຄວາມເປັນຜູ້ມີຄວາມອົດທົນອົດກັ້ນ ສາມາດຢຸດຫ້າມໃຈໄດ້ ລໍຄອຍຖ້າໄດ້ ອົດທົນ ໝາຍເຖິງ ທົນໃນສິ່ງທີ່ໄດ້ແຕ່ບໍ່ພໍໃຈ ທົນໃນສິ່ງທີ່ພໍໃຈແຕ່ບໍ່ໄດ້.

 ປະເພດຂອງຂັນຕິ:

1. ອົດທົນຕໍ່ຄວາມລຳບາກກາກກຳ ໄດ້ແກ່ ອົດທົນຕໍ່ຄວາມຮ້ອນ ໜາວ ຫິວ ລົມ ແດດ ແລະອື່ນໆ ມຸ້ງປະກອບການງານເປັນໃຫຍ່ ໜັກເອົາເບົາສູ້ ບໍ່ທໍ້ຖອຍ.

2. ອົດທົນຕໍ່ຄວາມທຸກເວທະນາ ອັນເກີດຈາກໂຣກໄພໄຂ້ເຈັບ ບໍ່ສະແດງອາການອອກມາໃຫ້ເຫັນ.

3. ອົດທົນຕໍ່ຄວາມເຈັບໃຈ ເປັນຄວາມອົດທົນຢ່າງຍິ່ງ ຈັດເປັນ ອະທິວາສຂັນຕິ ໄດ້ແກ່ ອົດທົນຕໍ່ອະນິດຖາຣົມ(ອາລົມທີ່ບໍ່ພໍໃຈ)ທີ່ມາກະທົບຈິດໃຈ ເວລາທີ່ໃຜເຂົ້າມາດ່າວ່າໃຫ້ ຫຼືນິນທາໃສ່ຮ້າຍເຮົາ.

4. ອົດທົນຕໍ່ອໍານາດກິເລດ ທີ່ມາຍົ້ວຍວນຈິດໃຈໃຫ້ຫຼົງໄຫຼ ອົດທົນຕໍ່ສິ່ງທີ່ຢາກເຮັດ ແຕ່ບໍ່ສົມຄວນເຮັດ ເຊັ່ນ ອົດທົນບໍ່ທ່ຽວຫຼິ້ນ ບໍ່ຫຼິ້ນການພະນັນ ບໍ່ເສບສິ່ງເສບຕິດເປັນຕົ້ນ ຄວາມອົດທົນຂໍ້ນີ້ເຮັດໄດ້ຍາກທີ່ສຸດ ບູຮານປຽບໄວ້ວ່າ “ເຂົາດ່າແລ້ວບໍ່ຄຽດ ວ່າຍາກແລ້ວ ເຂົາຍ້ອງແລ້ວບໍ່ຍິ້ມຍາກຍິ່ງກວ່າ”

2. ໂສຣັດຈະ ຄື ຄວາມສະຫງົບສະຫງ່ຽມ ໄດ້ແກ່ ຄວາມຮູ້ຈັກ ຫຼືຄວາມພະຍາຍາມທຳຈິດໃຈໃຫ້ແຊ່ມຊື່ນ ໃນເມື່ອຕ້ອງອົດທົນ ມີກິລິຍາສະຫງົບສະຫງ່ຽມເໝືອນປົກກະຕິທຳມະດາ ບໍ່ມີເລື່ອງຫຍັງເກີດຂຶ້ນ ສາມາດຄວບຄຸມອາລົມໄວ້ໄດ້ ນັບເປັນທັມອຸດໜູນຂັນຕິທັມໃຫ້ເຖິງຄວາມສົມບູນ.

 ພາກຄວາມຮູ້ເພີ່ມເຕີມ:

            1. ວິທີເຝິກໃຫ້ມີຂັນຕິ-ໂສຣັດຈະ

            1. ສຶກສາໃຫ້ຮູ້ເຖິງຄຸນຄ່າຂອງຂັນຕິ-ໂສຣັດຈະ

            2. ຄວບຄຸມຄວາມຮູ້ສຶກຕ່າງໆ  ບໍ່ໃຫ້ສະແດງອອກໂດຍຫຸນຫັນ

            3. ຕ້ອງຄໍານຶງເຖິງຫິຣິ-ໂອດຕັບປະໃຫ້ຫຼາຍ

            4. ພິຈາລະນາໄຕ່ຕອງຫາເຫດຜົນຕາມຄວາມເປັນຈິງ

            5. ຕ້ອງຮູ້ຈັກເຊິດອາລົມທີ່ມາກະທົບນັ້ນໃຫ້ສູງຂຶ້ນ ໂດຍພະຍາຍາມເບິ່ງໂລກໃນແງ່ດີ ເຊັ່ນ

               ນຶກວ່າເຂົາດ່າເຮົານັ້ນລະດີ ແລ້ວດີກວ່າທີ່ເຂົາມາຕີ ຫຼືຂ້າເຮົາໃຫ້ຕາຍເປັນຕົ້ນ

            6. ໝັ່ນຄົບຫາສະມາຄົມກັບຄົນທີ່ມີຂັນຕິ-ໂສຣັດຈະ

            7. ຕັ້ງຄວາມປາຖະໜາດີຕໍ່ຜູ້ອື່ນຢູ່ສະເໝີ

            8. ເປັນຄົນໜັກເອົາເບົາສູ້ບໍ່ທໍ້ຖອຍເມື່ອພົບບັນຫາອຸປະສັກຕ່າງໆ.

 

            2. ຜົນດີຂອງການມີຂັນຕິ-ໂສຣັດຈະ

            1. ເຮັດໃຫ້ຜູ້ນັ້ນສາມາດປະສົບຄວາມສໍາເລັດໃນການງານຕ່າງໆ

            2. ເຮັດໃຫ້ສາມາດທີ່ຈະສ້າງຖານະຂອງຕົນເອງ ແລະສັງຄົມໃຫ້ມີຄວາມໝັ້ນຄົງໄດ້

            3. ເຮັດໃຫ້ເປັນທີ່ຮັກໃຄ່ຂອງຄົນທົ່ວໄປ

            4. ເຮັດໃຫ້ເປັນຄົນບໍ່ມີເວນໄພກັບໃຜໆ ມີຄວາມເປັນຢູ່ຢ່າງສະຫງົບສຸກ

            5. ເຮັດໃຫ້ບໍ່ເປັນຄົນຊົ່ວເພາະອໍານາດຂອງກິເລດຢ່າງແນ່ນອນ

            6. ເປັນການເສີມສ້າງບຸກຄົນໃຫ້ເປັນຄົນມີມາລະຍາດອັນງົດງາມ

            7. ເປັນການຊ່ວຍເສີມໃຫ້ການດຳລົງຊີວິດເປັນໄປດ້ວຍດີ

            8. ເປັນສະເໜ່ແກ່ຜູ້ທີ່ປະຕິບັດ

            9. ບໍ່ຫຼົງທໍາກິລິຍາຕາຍ

            10. ເບື້ອງໜ້າແຕ່ຕາຍເພາະກາຍແຕກຍ່ອມເຖິງສຸຄະຕິ.

 

            3. ຂັນຕິ-ໂສຣັດຈະເປັນທັມອັນເຮັດໃຫ້ງາມ

            ຂັນຕິ-ໂສຣັດຈະ ເປັນທັມອັນເຮັດໃຫ້ງາມເພາະ :

                1. ເຮັດໃຫ້ຜູ້ປະຕິບັດຕາມມີກິລິຍາງົດງາມໜ້ານັບຖື

                2. ເຮັດໃຫ້ຜູ້ປະຕິບັດຕາມຮັກສາສະພາບປົກກະຕິທາງກາຍ ວາຈາ ໄດ້

          3. ເຮັດໃຫ້ເປັນຄົນໜັກແໜ້ນ ບໍ່ສະແດງກິລິຍາອາການອັນບໍ່ດີບໍ່ງາມອອກມາໃຫ້ເປັນທີ່ໜ້າລັງກຽດ

                  4. ສົ່ງເສີມຄວາມງາມທີ່ມີຢູ່ແລ້ວໃຫ້ເດັ່ນຂຶ້ນ

                 5. ເຮັດໃຫ້ມີຄວາມງາມສົມບູນ ຄື ງາມທັງພາຍໃນ ແລະງາມທັງພາຍນອກ.

Post a Comment

0 Comments

ຄວາມຄິດເຫັນ