ບຸນເຂົ້າສະຫຼາກ

 ປະເພນີທີ 10:  ບຸນເຂົ້າສະຫຼາກ (ບຸນເດືອນສີບ)

ຄວາມໝາຍ ແລະຄວາມສຳຄັນ

        ບຸນເຂົ້າສະຫຼາກ ເປັນບຸນທີ່ເຮັດເພື່ອອຸທິດໃຫ້ແກ່ຜູ້ຕາຍຫຼືວ່າເຜດເປັນ ການເຮັດບຸນໃຫ້ເຜດ ອີກຄັ້ງໜຶ່ງໂດຍມີເວລາຫ່າງຈາກກອງບຸນຫໍ່ເຂົ້າປະດັບ ດິນພຽງ 15  ວັນ   ເຊິ່ງເປັນໄລຍະເວລາທີ່ ເຜດ ຕ້ອງກັບໄປທີ່ຢູ່ຂອງຕົນບຸນທັງ ສອງນີ້ມີລັກສະນະຄ້າຍຄືກັນຄື ການເຮັດຫໍ່ເຂົ້າສົ່ງໃຫ້ເຜດ  ເຊິ່ງລວມເຖິງບັນ ພະບຸລຸດຍາດພີ່ນ້ອງຂອງຜູ້ທຳບຸນ ແລະພ້ອມດ້ວຍເຜດທີ່ບໍ່ມີຍາດປະເພນີທຳ ບຸນເຂົ້າສະຫຼາກທີ່ນິຍົມກັນຢ່າງໜຶ່ງຄື ກ່ອນຈະນຳຂອງຖວາຍພຣະສົງຊາວ ບ້ານຈະຮັບສະຫຼາກຊື່ພິກຂຸ ສາມະເນນກ່ອນສະຫຼາກທີ່ຖືກຊື່ພຣະ-ເນນອົງໃດ  ກໍນຳເອົາຂອງໄປຖວາຍແກ່ພຣະຫຼືສາມະເນນ ອົງນັ້ນອີກວິທີໜຶ່ງຜູ້ຖວາຍຈະຂຽນຊື່ຂອງຕົນລົງໃນບາດ  ແລ້ວໃຫ້ພຣະ-ສຳມະເນນຈັບເອົາ ຖ້າອົງໃດໄດ້ສະ ຫຼາກ ຂອງຜູ້ໃດ ຜູ້ນັ້ນກໍນຳຂອງນັ້ນໄປຖວາຍພຣະສົງ-ສາມະເນນອົງນັ້ນເຊິ່ງມີ ຄຳບູຮານຂຽນໄວ້ວ່າ: 


ມູນເຫດ ແລະຄວາມເປັນມາ.

     ໃນອະດີດຕະການລ່ວງມາແລ້ວ  ນານໄດ້ແສນກັບນັບຖອຍຫຼັງແຕ່ພັດ ທະກັບນີ້ໄປມີພຣະພຸດທະເຈົ້າພຣະອົງໜຶ່ງຊົງພະນາມວ່າປະທະມຸດຕະຣະ ອາໄສຢູ່ໃນກຸງຫົງສາວະດີ ມະຫານະຄອນທານີ  ເປັນທີ່ໂຄຈອນທ່ຽວບິນທະ ບາດມີສາມີພັນລະຍາຄູ່ໜຶ່ງເປັນຄົນອະນາຖາເຂັນໃຈຢູ່ໃນພະນະ ຄອນນັ້ນສະແຫວງຫາລ້ຽງຊີບດ້ວຍການຮັບຈ້າງຕັດຟືນຂາຍຕາມພາສາຂອງຄົນຍາກຈົນ   ແຕ່ເປັນ ຜູ້ເຫຼື້ອມໃສໃນພຣະພຸດທະສາດສະໜາ "ເອກະທິວະສັງຢູ່ມາໃນວັນ ໜຶ່ງບຸລຸດຜູ້ເປັນສາມີ  ພິຈາລະ ນາເບິ່ງການລ້ຽງຊີບເປັນທີ່ຝຶດເຄືອງໜັກຄົງ ເນື່ອງມາຈາກຕົນບໍ່ໄດ້ບຳເພັນກອງການກຸສົນ  ມີການໃຫ້ທານ ຮັກສາສິນສະ ດັບຟັງທັມມະເທສະໜາ  ຈະເລີນເມດຕາພາວະນາເປັນຕົ້ນ  ໃນຊາດປາງ ກ່ອນຢ່າງແນ່ນອນມາໃນຊາດນີ້ຈຶ່ງເປັນຄົນຄ້ອນແຄ້ວນຍາກຈົນເຂັນໃຈໄຮ້ຊັບອັບປັນຍາແຕ່ມີຈິດ ນ້ອມໄປສູ່ກອງການກຸສົນເກີດສັດທາເຈຕະນາມີຄວາມມັກ ໄຄ່ຈະໃຫ້ທານ ເພື່ອຈະໄດ້ເປັນນິທິຂຸມ ຊັບສຳລັບຈະໃຫ້ເປັນສະບຽງອາຫານ ໄປໃນປະຣະພົບເບື້ອງໜ້າ ຈຶ່ງປຶກສາກັບພັນລະຍາ ແລ້ວພັນລະຍາກໍຕອບວ່າ ເຫັນດີຕາມດ້ວຍ"ເອກະທິວະສັງຢູ່ມາວັນໜຶ່ງສາມີພັນລະຍາ ກໍພາກັນເຂົ້າໄປສູ່ປ່າ ເພື່ອເກັບຜັກຫັກຟືນມາຂາຍໄດ້ພໍເປັນມູນຄ່າ ແລ້ວກໍເອົາໄປຊື້ໝໍ້ເຂົ້າໜ່ວຍ ໜຶ່ງ ໝໍ້ແກງໜຶ່ງໜ່ວຍ   ອ້ອຍ 4 ລຳ  ກ້ວຍ 4 ໜ່ວຍນຳມາຈັດແຈງແຕ່ງເຄື່ອງ ໄທຍະທານສຳເລັດແລ້ວ ຈຶ່ງນ້ອມໄປສູ່ພະອາຮາມເຮັດເປັນສະຫຼາກກະພັດ ທານ ພ້ອມກັນກັບອຸປາສົກອຸປາສິກາເຫຼົ່າອື່ນໆ  ສາມີພັນລະຍາຄູ່່ນັ້ນຈົກສະ ຫຼາກຖືກພຣະພິກຂຸຮູບໜຶ່ງດີໃຈເປັນອັນຍິ່ງຈຶ່ງໄດ້ນ້ອມເອົາສະຫຼາກກະພັດ ທານຂອງຕົນເຂົ້າໄປຖວາຍແລ້ວຫຼັ່ງນ້ຳທັກຂີໂນທົກໃຫ້ຕົກລົງເໜືອພື້ນແຜ່ນ ພະສຸທາ ແລ້ວຕັ້ງຄວາມປາດຖະໜາວ່າ   ເຕຊະບຸນກຸສົນຜົນ ທານນີ້ຂ້າພະ ເຈົ້າທັງສອງເກີດໃນພົບໃດໆ ໃນກຳເນີດໃດໆກໍດີຂຶ້ນຊື່ວ່າຄວາມເຂັນໃຈໄຮ້ຊັບ  ອັບປັນຍາເໝືອນດັ່ງຊາດນີ້ຢ່າໄດ້ມີແກ່ຂ້າພະເຈົ້າທັງສອງເລີຍຂໍໃຫ້ຂ້າພະເຈົ້າ ທັງສອງ ເປັນຜູ້ມັ່ງມີ ພ້ອມໄປດ້ວຍຊັບສົມບັດ ສິນທານບໍລິວານ ລາບຍົດສັນ ລະເສີນສຸກ ແລະມີລິດເດດຢ່າງເຫຼືອຫຼາຍໃນ ພົບນີ້ ແລະພົບໜ້ານັ້ນເທີ້ນກາລັງກັດຕະວາ " ຕໍ່ມາບໍ່ນານສາມີພັນລະຍາທັງສອງກໍໄດ້ທຳການ ກິຣິຍາຕາຍໄປ ໄດ້ໄປເກີດເປັນເທວະບຸດເທພະດາໃນຊັ້ນຕາວະຕິງສາສະຫວັນ  ສະເຫວີຍສົມບັດທິບອັນເປັນທີ່ຢູ່ໃນວິມານຄຳຜາສາດອັນປະກອບໄປດ້ວຍ ນາງ ເທພະອັບປະສອນແວດລ້ອມ   ເປັນຍົດບໍລິວານ ມີນາມ ບັນຫານວ່າສະ ລາກກະພັດເທພະບຸດເທພະດາຄັນຈຸຕິຕາຍຈາກສະຫວັນແລ້ວກໍໄດ້ມາເກີດ ເປັນ ບໍຣົມກະສັດ ສະເຫວີຍຣາດຊະສົມບັດ ຢູູ່ໃນນະຄອນພາຣານະສີ  ມີມາມ ວ່າພຣະເຈົ້າສັດທາດິດສະ ສະເຫຍີຍຣາດຊະສົມບັດຢູ່ສີ່ໝື່ນແປດພັນປີ  ຄັນ ມີຄວາມເບື່ອໜ່າຍຈຶ່ງສະເດັດອອກບັນພະຊາເມື່ອ ທຳກາລະກິລິຍາຕາຍກໍໄປ ເກີດໃນພົມມະໂລກ  ພຣະເຈົ້າສັດທາດິດສະ    ຄັນກັບຊາດມາກໍຄືເຈົ້າຕະຖາ ຄະຕະນີ້ແລ ນີ້ເປັນຜະຫຼາອານິສົງແຫ່ງການຖວາຍເຂົ້າສະລາກກະພັດທານ ມີຜົນອັນຍິ່ງໃຫຍ ໄພສານສາມາດອຳນວຍຄວາມສຸກໃຫ້ໄດ້ສຳເລັດມະນຸດສົມ ບັດສະຫວັນສົມບັດ  ແລະພຣະນິພານ ສົມບັດເຖິງຄວາມເປັນພຣະພຸດທະເຈົ້າ ໄດ້ໃນໂລກໜ້າ ອັດສະຈັນຍິ່ງໜັກໜາ ຕັດສະມາສາທະໂວ ເມີ່ອທ່ານທາຍົກ ທາຍິກາທັງຫຼາຍ ໄດ້ຮັບຟັງຜະຫຼາອານິສົງ ຂອງການຖວາຍ ສະລາກກະພັດນີ້ ແລ້ວຈົ່ງເປັນຜູ້ມີຈິດໃຈຍິນດີ ປິຕິໂສມະນັດໃນບຸນກຸສົນ ຈະຣິຍາສຳມາປະຕິ ບັດ ຂອງຕົນທີ່ໄດ້ບຳເພັນຢູູ່່ ໃນວັນນີ້ ກໍຈະເປັນບຸນກຸສົນອັນຍິ່ງໃຫຍ່ໄພສານ ສາມາດຕາມອະພິບານ ຮັກສາທ່ານທັງຫຼາຍໃຫ້ໄດ້ ຮັບຄວາມສຸກຄວາມຈະ ເລີນທັງໃນພົບນີ້ ແລະພົບນ້າພຸ້ນເທີ້ນ ນິດຖິຕາ ກໍຈົບລົງພຽງເທົ່ານີ້ແລ.

ຮີດໜຶ່ງນັ້ນ  ພໍເຖິງເດືອນສິບແລ້ວ ທາຍົກທອດໂອຍທານ

ເບີກພລີກຳ ທຳທານ ຕໍ່ມາ 2 ຊ້ຳ

ຂາວສະຫຼາກນຳໄປໃຫ້ ສັງໂຄທານທອດ

ພາກັນຫວັງຍອດແກ້ວ ນິບພານພຸ້ນທີ່ສູງ

ຝູງໝູ່ລຸງອາປ້າ ຄະນາເມືອງນ້ອມສົ່ງ

ສັດທາລົງທອດໄວ້ ທານໃຫ້ແຜ່ໄປ

ອຸທິດໃຫ້ ຝູງເຜດເປໂຕ

ພາກັນໂມທະນານຳ ສູ່ຕົນຈົນກ້ຽງ

Post a Comment

0 Comments

ຄວາມຄິດເຫັນ