ຄວາມໝາຍແລະຄວາມສຳຄັນ.
ຄຳວ່າ "ບຸນເຂົ້າປະດັບດິນ" ໝາຍຕາມຄວາມພົດຈະນະນຸກົມໃຫ້ ຄວາມໝາຍໄວ້ວ່າຂອງ ເລັກໆນ້ອຍໆທີ່ເອົາໄປບູຊາຕາມຕົ້ນໂພ ແລະພຣະ ເຈດີເວລາເຊົ້າມືດເດືອນ 9 ຫຼືໝາຍເຖິງອາ ຫານຫວານຄາວ ໝາກພູ ຢາສູບ ຈັດໃສ່ກະໂທງຫຼືພາຫະນະອື່ນໆ ວາງໄວ້ຕາມພື້ນດິນຫຼືໂຄນຕົ້ນ ໄມ້ເພື່ອເປັນ ການບູຊາດວງວິນຍານຂອງບັນພຣະບຸລຸດ.
ມູນເຫດ ແລະຄວາມເປັນມາ.
ເນື່ອງຈາກວ່າຄົນລາວເຮົາມີຄວາມເຊື່ອສືບຕໍ່ກັນມາ ແຕ່ບູຮານແລ້ວ ວ່າກາງຄືນຂອງເດືອນເກົ້າດັບ (ວັນແຮມ 14 ຄໍ່າເດືອນ 9 ດັບ) ເປັນວັນທີ່ປະ ຕູນາຮົກເປີດ ຍົມມະບານໄດ້ປ່ອຍໃຫ້ຜີນາຮົກອອກມາຢ້ຽມຍາດພີ່ນ້ອງໃນ ໂລກມະນຸດ ໃນຄືນນີ້ຄືນດຽວເທົ່ານັ້ນໃນຮອບປີ ດັ່ງນັ້ນຈຶ່ງຈັດຫໍ່ເຂົ້າໄວ້ໃຫ້ແກ່ ຍາດພີ່ນ້ອງທີ່ຕາຍໄປແລ້ວ ຖືວ່າເປັນງານບຸນ ເພື່ອອຸທິດສ່ວນບຸນສ່ວນກຸສົນ ໃຫ້ແກ່ ຍາດພີ່ນ້ອງຜູ້ລວງລັບໄປແລ້ວ ໃນຄຳພີທາງສາດສະໜາພຸດກ່ຽວກັບ ເລື່ອງເຜດພຣະເຈົ້າພິມພິສານ ວ່າໃນຄັ້ງພຸດທະການພີ່ນ້ອງຂອງພຣະເຈົ້າພິມ ພິສານ ລັກກິນຂອງສົງຕາຍແລ້ວ ໄປເກີດເປັນເຜດເມື່ອພຣະເຈົ້າພິມພິສານ ຖວາຍທານ ແກ່ພຣະພຸດທະເຈົ້າ ແລະພຣະພິກຂຸສົງ ແລ້ວບໍ່ໄດ້ອຸທິດສ່ວນບຸນ ໄປໃຫ້ບັນດາເຜດທີ່ເປັນຍາດເຫຼົ່ານັ້ນ ເມື່ອເຜດບໍ່ໄດ້ຮັບຜົນບຸນເຖິງເວລາກາງ ຄືນພາກັນມາສົ່ງ ສຽງເປັນຕາຢ້ານເພື່ອຂໍສ່ວນບຸນຢູ່ໃກ້ໆ ທີ່ນອນພຣະເຈົ້າພິມ ພິສານ ເມື່ອຊົງໄດ້ຍິນເຊັ່ນນັ້ນພໍຮຸ່ງ ເຊົ້າຈຶ່ງສະເດັດໄປທູນຖາມສາຍເຫດຈາກ ພຣະພຸດທະເຈົ້າ ພຣະພຸດທະເຈົ້າ ຈຶ່ງຊີ້ແຈ້ງສາຍເຫດໃຫ້ ພຣະເຈົ້າພິມພິສານ ຊົງຮູ້ແລ້ວ ຈຶ່ງຖວາຍທານແລ້ວອຸທິດສ່ວນກຸສົນໄປໃຫ້ເຜດເຫຼົ່ານັ້ນຕັ້ງແຕ່ນັ້ນ ມາບັນດາເຜດເຫຼົ່ານັ້ນກໍບໍ່ມາລົບກວນອີກ ເພາະເຜດທີ່ເປັນຍາດພີ່ນ້ອງໄດ້ຮັບ ຜົນບຸນແລ້ວ.
ຮີດໜຶ່ງນັ້ນ ພໍເມື່ອເຖິງເດືອນເກົ້າ ກາງແຫ່ງວັດສະການ
ຝູງປະຊາຊົນຊາວເມືອງ ກໍເລົ່າຕຽມຕົວພ້ອມ
ພາກັນທານຍັງເຂົ້າ ປະດັບດິນກິນກ່ອນ
ທາຍົກທານໃຫ້ເຈົ້າ ພຣະສົງພ້ອມສູ່ພາຍ
ເຮັດຈັງຊິບໍ່ເວັ້ນ ເຖິງຂອບປີມາ
ພຣະຣາຊາໃນເມືອງ ກໍຈົ່ງເຮັດແນວນີ້
ຮີດຫາກມີມາແລ້ວ ວາງລົງໃຫ້ຖີ່ຕໍ່
ຈຳໄວ້ເດີຜູ້ເຖົ້າ ທີ່ຫຼານເວົ້າກ່າວຖະແຫຼງ

0 Comments