ບຸນອອກພັນສາ

 ປະເພນີທີ 11:  ບຸນອອກພັນສາ (ບຸນເດືອນສິບເອັດ)

ຄວາມໝາຍ ແລະຄວາມສຳຄັນ.

        ບຸນອອກພັນສາຖືເປັນປະເພນີຂອງຊາວພຸດອີກພິທີໜຶ່ງເພາະເລື່ອງ ກ່ຽວກັບພຣະພິກຂຸສົງ ໂດຍກົງໃນວັນຂຶ້ນ 15 ຄ່ຳ ເດືອນ 11 ພຣະສົງຈະໂຮມ ກັນທຳພິທີອອກພັນສາປະວາຣະນາ ເມື່ອ ພຣະສົງ-ສາມະເນນໄດ້ຈຳພັນສາ ມາຄົບຖ້ວນໄຕຣມາດ  3  ເດືອນ  ແຕ່ທີ່ສຳຄັນທີ່ສຸດທີ່ເປັນຫົວໃຈຂອງການ ອອກພັນສາຄື ພຣະພິກຂຸສົງທີ່ຢູ່ດ້ວຍກັນໃນທີ່ແຫ່ງດຽວກັນເປັນເວລາດົນໆ  ໂອກາດທີ່ຈະ ກະທົບກະທັ້ງກັນບໍ່ພໍໃຈກັນເຮັດໃຫ້ຂຸ່ນເຄືອງແກ່ກັນຍ່ອມມີ ເປັນທຳມະດາ   ພຣະອົງຈຶ່ງຊົງເອົາວັນ ອອກພັນສາເປັນວັນປະວາຣະນາ  ເພື່ອໃຫ້ພຣະສົງໄປປະວາຣະນາຕົນເອງຄືບອກແກ່ເພື່ອນ ສະຫະທັມມິກ (ເພື່ອນນັກບວດ)    ດ້ວຍກັນວ່າຂໍໃຫ້ໝູ່ສົງໄດ້ກ່າວແນະນຳຕັກເຕືອນເຊິ່ງກັນ ແລະກັນໄດ້ ນອກຈາກບຸນອອກພັນສາແລ້ວຍັງມີຊ່ວງເຮືອໄຫຼເຮືອໄຟບູຊາ  ດັ່ງຄຳສອນທີ່ວ່າ:

ຮີດໜຶ່ງນັ້ນເຖິງເດືອນ 11 ແລ້ວ ກໍເປັນແນວທາງປ່ອງ

ເປັນຊ່ອງຂອງພຣະເຈົ້າ ຄົນເຂົ້າແລ້ວອອກມາ

ເຖິງວັດສາມາແລ້ວ ເດືອນກໍເລີຍອອກ

ຮຽກວ່າອອກພັນສາປະວາຣະນາກ່າວໄວ້ ເຮົາໄດ້ເລົ່າມາ.

        ປະເພນີອອກພັນສານັ້ນສ່ວນໃຫຍ່ແລ້ວຈະເນັ້ນທີ່ການທຳບຸນທຳທານ  ແລະຕັກບາດເທໂວເຫດທີ່ຕ້ອງການທຳບຸນຕັກບາດເທໂວໃນວັນວັນອອກພັນສານັ້ນເພາະຖືເອົາເທສະການສະເດັດລົງຈາກສະຫວັນຂອງພຣະພຸດທະ ເຈົ້າເຊິ່ງຕຳນານກ່າວວ່າຄັ້ງໜຶ່ງພຣະພຸດທະເຈົ້າ ເຊິ່ງມີຄວາມຕ້ອງການໄປໂປຣດພຣະມານດາທີ່ຢູ່ເມືອງສະຫວັນ ຊັ້ນດາວະດິງແລ້ວ   ແລະໄປຈຳພັນສາຢູ່ທີ່ນັ້ນ ຈົນຄົບໄຕຣມາດ 3 ເດືອນ ພໍເຖິງວັນອອກພັນສາ (ເພັງ 15 ຄ່ຳ ເດືອນ 11)   ແລ້ວຈຶ່ງສະເດັດກັບເມືອງ ມະນຸດ ຂະນະທີ່ສະເດັດກັບກໍມີພຸດທະສາສະນິ ກະຊົນໄປຄອຍຕ້ອນຮັບ ແລະລໍຖ້າໃສ່ບາດຢ່າງມາກມາຍ ເຊິ່ງມີທັງພຣະພິກ ຂຸປະຊາຊົນທີ່ຈະໃສ່ບາດເປັນຈຳນວນຫຼວງຫຼາຍ   ບາງຄົນບໍ່ສາມາດ ເຂົ້າໃກ້  ແຕ່ຢາກໃສ່ບາດຈຶ່ງໂຍນເຂົ້າຜົນລະໄມ້ເຂົ້າໃສ່ບາດໃນພຣະພຸດທະເຈົ້າ  ແລະ ສາວົກເປັນ ເຫດໃຫ້ເກີດບຸນປະເພນີຕັກບາດເທໂວສືບໆ ກັນມາຈົນເຖິງທຸກ ວັນນີ້. 

Post a Comment

0 Comments

ຄວາມຄິດເຫັນ