
ຄວາມໝາຍ ແລະຄວາມສຳຄັນ.
ຄຳວ່າ "ກະຖິນ" ເປັນພາສາປາລີໝາຍເຖິງ "ໄມ້ສະດຶງ"ຄືໄມ້ທີ່ເຮັດເປັນ ຂອບສຳລັບດຶງຜ້າ ເວລາຈະຫຍິບຜ້າ ຊ່ວຍໃຫ້ຫຍິບຜ້າໄດ້ສະດວກຂຶ້ນເພາະ ສະໄໝກ່ອນການຈະເອົາຜ້າມາເຮັດຈີ ວອນຫຼືຜ້ານຸ່ງຫົ່ມຂອງພຣະຈະຕ້ອງນຳ ຜ້າເປັນຊິ້ນເປັນອັນ ມາຫຍິບເປັນຕາໆ ຈຳເປັນຕ້ອງໃຊ້ໄມ້ສະດຶງເພື່ອດຶງຂຶງ ຜ້າໃຫ້ຕຶງຈະໄດ້ຫຍິບງ່າຍ ຜ້າກະຖິນກໍຄືຜ້າສະບົງຈີວອນສັງຄາຕິຜ້າ 3 ຜືນນີ້ ຈະ ເອົາຜືນໃດກຣານກໍໄດ້ ບຸນກະຖິນເປັນບຸນທີ່ມີຄວາມສຳຄັນເນື່ອງຈາກ ຊາວພຸດຖືວ່າເປັນບຸນທີ່ຈະ ໄດ້ອານິສົງແກ່ຜູ້ທຳບຸນເປັນຢ່າງຫຼວງຫຼາຍເພາະມີ ຄວາມເຊື່ອວ່າຈະໄດ້ທຳບຸນກັບພຣະທີ່ຢູ່ຈຳພັນ ສາຈົນຄົບໄຕຣມາດບຸນກະຖິນ ເປັນປະເພນີສຸດທ້າຍຂອງຮີດ 12 ຊາວລາວ ຜູ້ທີ່ນັບຖືພຣະພຸດທະ ສາດສະ ໜາຈະຕ້ອງກະທຳໃນການກຳໜົດຫຼືໝາຍຮູ້ກັນວ່າຈີວອນທີ່ຈະນຳໄປຖວາຍ ວັດນັ້ນໆ ໃນ ການກຳໜົດເພາະເຫດທີ່ຈະທອດກະຖິນຈະຕ້ອງກຳໜົດໃນ ການ ແລະເວລາເຊັ່ນນີ້ເມື່ອເຖິງລະ ດູການນັ້ນຈະຕ້ອງນຳໄປທອດຖວາຍກ່ອນ ທີ່ຈະເອົາກະຖິນໄປທອດຖວາຍນັ້ນ ຜູ້ເປັນເຈົ້າພາບ ເຈົ້າສັດທາ ຈະຕ້ອງໄປຈ່ອງໄວ້ລ່ວງໜ້າໃຫ້ທາງວັດຮັບຮູ້ກ່ອນ ເພື່ອຈະບໍ່ເປັນການຊ້ຳກັນໃນວັດດຽວ ກະຖິນ ມີ 2 ປະເພດຄື: ມະຫາກະຖິນ ກະຖິນປະເພດນີ້ຈະມີການຈ່ອງກະຖິນ ແລະກະກຽມເຄື່ອງໄທຍະທານເປັນເວລານານເປັນປີ ແລະຈຸລະກະຖິນຫຼືກະ ຖິນແລ່ນ ຄືຈະຕ້ອງເຮັດຢ່າງຮີບດ່ວນເຮັດໃນເວລາວັນນັ້ນຖວາຍວັນນັ້ນກະຖິນ ປະເພດນີ້ຕ້ອງໃຊ້ຄົນເປັນຈຳນວນມາກ ອາໄສຄວາມມັກຄີຮ່ວມມືກັນ (ປະ ເພດທີ 2 ນີ້ບໍ່ຄ່ອຍຈະເຫັນມີ) ນອກຈາກບຸນກະຖິນ ຍັງມີບຸນນະມັດສະການ ພຣະທາດຫຼວງ
ມູນເຫດ ແລະຄວາມເປັນມາ
ໃນອະດີດຕະການລ່ວງມາ ປາງເມື່ອຄັ້ງສະໄໝສາດສະໜາພຣະເຈົ້າ ກັສສະປະສັມມາສັມ ພຸດທະເຈົ້າຍັງມີບຸຣຸດເຂັນໃຈຜູ້ໜຶ່ງ ອາໃສລ້ຽງຢູ່ໃນເມືອງ ພາຣານະສີຢູ່ມາວັນໜຶ່ງເຂົາໄດ້ເຂົ້າໄປສູ່ເຮືອນສິຣິທຳມະເສດຖີໄປອ້ອນວອນ ເພື່ອ ເປັນລູກຈ້າງຂອງເສດຖີ ທ່ານເສດຖີຈຶ່ງຖາມເຂົາວ່າ ເຈົ້າມີສີລະປະຢ່າງ ໃດແດ່? ບຸຣຸດທຸກຍາກຜູ້ນັ້ນ ເຂົາຈຶ່ງບອກວ່າ ຂ້າພະເຈົ້າມີແຕກຳລັງເຫື່ອແຮງ ທ່ານເສດຖີຈຶ່ງກ່າວວ່າ ຖ້າແນວນັ້ນເຈົ້າຈົ່ງໄປຮັກສາໄຮ່ຫຍ້າໃຫ້ເຮົາເຖີດແຕ່ ວັນນັ້ນເປັນຕົ້ນມາ ບຸຣຸດທຸກຍາກຜູ້ນັ້ນ ກໍຮັກສາໄຮ່ຫຍ້າ ລ້ຽງຊີວິດຢູ່ສະຖານ ທີ່ນັ້ນ ຈົນມີຊື່ປະກົດສືບກັນມາວ່າ: ຕິນນະ ປາລະຕະເທົ່າທຸກວັນນີ້.
"ເອກະທິວະສັງ" ຢູ່ມາວັນໜຶ່ງຕິນນິປາລະຍຸຣຸດ ຜູ້ທຸກຍາກຜູ້ນັ້ນພິຈາ ລະນາຕົນເອງວ່າ ໃນ ຊາດປາງກ່ອນຕົນເອງ ຄົງບໍ່ໄດ້ທຳບຸນກຸສົນອັນໃດມາ ເຖິງຊາດນີ້ຈຶ່ງເປັນຄົນທຸກຍາກເຂັນໃຈ ພຽງ ແຕ່ອາຫານຈະກິນໄປວັນໜຶ່ງກໍ ຍັງຍາກ "ອິໂຕ ປັດຖາຍະ" ແຕ່ນີ້ເປັນຕົ້ນໄປເຮົາຈະຂົນຂວາຍໃຫ້ ທານທຸກໆ ວັນແລ້ວຈຶ່ງບໍລິໂພກຕໍ່ຕາມຫຼັງ ເມື່ອຕັ້ງສັດຈະອະທິຖານດັ່ງນັ້ນກໍແບ່ງອາຫານ ທີ່ເສດຖີໃຫ້ນັ້ນ ເປັນ 2 ສ່ວນ ສ່ວນໜຶ່ງຖວາຍທານແກ່ພຣະພິກຂຸ ອີກສ່ວນໜຶ່ງ ເກັບໄວ້ບໍລິໂພກເອງ ບຸຣຸດທຸກຍາກຜູ້ນັ້ນ ກະທຳເຊັ່ນນັ້ນຕະຫຼອດມາດ້ວຍອຳ ນາດບຸນກຸສົນທີ່ຕິນນະບານ ເຮັດຢູ່ແນວນັ້ນ ໄດ້ຍິນຂ່າວເຖິງທ່ານສິຣິທຳມະຫາ ເສດຖີ ຈຶ່ງເພີ້ມອາຫານໃຫ້ອີກເປັນສອງສ່ວນ ຕິນນະບານຈຶ່ງແບ່ງອາຫານອອກ ເປັນສາມສ່ວນ ສ່ວນໜຶ່ງຖວາຍໃຫ້ທານແກ່ພຣະພິກຂຸສົງ ສ່ວນທີສອງໃຫ້ ທານແກ່ຄົນຍາກຈົນ ສ່ວນທີສາມບໍລິໂພກເອງ ຢູ່ມາວັນໜຶ່ງເປັນລະດູອອກພັນ ສາ ປະຊາຊົນພຸດທະບໍ ລິສັດທັງຫຼາຍ ພາກັນກະທຳກະຖິນນະທານແກ່ພຣະ ພິກຂຸສົງ ຜູ້ຢູ່ໃນອາວາດສິ້ນໄຕຣມາດສາມ ເດືອນແລ້ວ ທ່ານສິຣິທຳມະຫາ ເສດຖີກໍແມ່ນອີກຜູ້ໜຶ່ງໄດ້ກະທຳກະຖິນທານ ຕິນນະບຸຣຸດຜູ້ທຸກ ຍາກຜູ້ນັ້ນກໍ ມາພິຈາລະນາໃນໃຈວ່າ ທານຢ່າງນີ້ເຫັນຈະເປັນທານອັນປະເສີດຍິ່ງຫຼຽວເບິ່ງ ປະຊາ ຊົນ ບໍ່ນ້ອຍອົກນ້ອຍໃຈ ຊ່ວຍກັນກະທຳຢ່າງມາກໜ້າຫຼາຍຕາມີຄວາມ ຄະນິງຕຶກຕອງຢ່າງນີ້ແລ້ວຈຶ່ງເຂົ້າໄປສູ່ເຮືອນທ່ານມະຫາເສດຖີ ຖາມເຖິງຜະ ລາອານິສົງແຫ່ງການຖວາຍກະຖິນທານ ທ່ານເສດຖີ ຈຶ່ງກ່າວເຖິງອານິສົງແຫ່ງ ການ ຖວາຍກະຖິນຢ່າງລະອຽດ ຈົນຕິນນະບານຜູ້ທຸກຍາກນັ້ນ ມີຈິດສັດທາ ແກ່ກ້າ ຖາມເຖິງເວລາທີ່ຈະຖວາຍທານ ທ່ານເສດຖີກໍບອກວ່າຍັງເວລາອີກ ເຈັດວັນ ຕິນນະບານກໍກັບມາສູ່ທີ່ຢູ່ຂອງຕົນ ຄິດເຖິງສິ່ງຂອງທີ່ຈະນຳໄປຖວາຍ ທານເຫັນແຕ່່ຜ້ານຸຸ່່ງຜືນດຽວເທົ່ົ່າ ນັ້ນ ຈຶ່ງຕັດສິນໃຈເອົາຜ້ານຸ່ງຜືນດຽວໄປຖວາຍ ແກ່ພຣະພິກຂຸສົງ ໂດຍຕົນເອງກໍເອົາໃບໄມ້ມາເຮັດເປັນຜ້ານຸ່ງເພື່ອປົກປິດອະ ໄວຍະວະ ແລ້ວກໍນຳຜ້າໄປຊັກໃຫ້ສະອາດ ແລ້ວຈຶ່ງນຳມາຍ້ອມນ້ຳຝາດໃຫ້ຈົບ ງາມ ແລ້ວນຳຜ້າຜືນນັ້ນໄປຫາທ່ານເສດຖີ ມອບອະນຸໂມທະນາຜ້າຜືນນັ້ນ ເຂົ້າເປັນສ່ວນ ບໍລິວານຜ້າກະຖິນ ມະຫາເສດຖີກໍຮັບອະນຸໂມທະນາເຊິ່ງທານ ຂອງຕິນນະບຸຣຸດຜູ້ທຸກຍາກ ແລ້ວ ນຳໄປຖວາຍທານແກ່ພພຣະພິກຂຸສົງ "ໂກ ລາຫະລັງ ຊາຕັງ" ສຽງໂກລາຫົນກໍບັງເກີດຂຶ້ນໃນຂະນະນັ້ນ ຢູ່ໃນພະນະຄອນ ນັ້ນ ແລະຊັ້ນອາກາສັດຖະເທວະດາກໍຮ້ອງສາທຸການ "ໂສຣາຊາ" ສ່ວນພຣະ ມະຫາກະສັດເມື່ອຊົງໄດ້ຍິນສຽງໂກລາຫົນດັ່ງນັ້ນ ກໍຕົກພະໄທຢ້ານມີມະຣະ ນະໄພຈຶ່ງຮັບສັ່ງ ໃຫ້ປຸໂຣຫິດມາເຝົ້າ ແລ້ວຖາມເຖິງເຫດການໂກລາຫົນສຽງ ອຶກກະທຶກນັ້ນ "ມະຫາຣາຊາ" ດູກ່ອນ ມະຫາບໍພິດພຣະຣາຊາສົມພານສຽງ ອຶກກະທຶກກຶກກ້ອງນັ້ນ ບໍ່ແມ່ນໄພທີ່ມາເຖິງພຣະອົງທ່ານ ຫາກແມ່ນສຽງຂອງ ເທວະດາໃນໝື່ນໂລກະທາດ ໃຫ້ສາທຸການໂມທະນາສ່ວນບຸນ ເຖິງຕິນນະບຸ ຣຸດຜູ້ທຸກຍາກແຕ່ນັ້ນພຣະຣາຊາກໍຊົງມີຄວາມຍິນດີ ແລ້ວຮັບສັ່ງໃຫ້ຕິນນະບຸ ຣຸດຜູ້ທຸກຍາກມາເຝົ້າ ຄັນມາແລ້ວພຣະມະຫາກະສັດກໍຂໍຊື້ສ່ວນບຸນກຸສົນ ດ້ວຍຊັບແຕ່ຕິນນະບານບຸຣຸດຜູ້ທຸກຍາກ ບໍ່ຍອມ ຂາຍ ແລ້ວຈຶ່ງຂາບທູນວ່າ ຊົງຊື້ດ້ວຍຊັບບໍ່ໄດ້ ຖ້າພຣະອົງຈະອະນຸໂມທະນາສ່ວນບຸນກຸຸນສົນນັ້ນໄດ້ ຢູ່ ພຣະຣາຊາມີຄວາມຍິນດີໃຫ້ຕີຄ້ອງຮ້ອງປ່າວທົ່ວນະຄອນແລ້ວພຣະຣາຊະ ທານ ຊ້າງ, ມ້າ, ງົວ, ຄວາຍ ຂ້ອຍຂ້າຍິງຊາຍ. ບູຊາແກ່ຕິນນະບານບຸຣຸດ ຜູ້ທຸກຍາກ ກໍດ້ວຍບຸນເຈຕະນາອັນຍິ່ງ ຄັນທຳ ການກິຣິຍາຕາຍລົງກໍໄດ້ໄປບັງ ເກີດໃນຊັ້ນຕາວະຕິງສາສະຫວັນ ສ່ວນສິຣິທຳມະຫາເສດຖີ ເມື່ອຈຸຸ ຕິຕາຍໄປ ກໍໄດ້ບັງເກີດໃນຊັ້ນຕາວະຕິງສາສະຫວັນ ຄັນເຖິງສາດສະໜາຂອງພຣະສີອະ ຣິຍະເມດໄຕສັມມາສັມພຸດທະເຈົ້າ ລົງມາຕັດເປັນພຣະພຸດທະເຈົ້າຕິນນະບານ ເທວະບຸດກໍໄດ້ລົງມາອຸບັດ ເກີດເປັນ ພຣະຣາຊະໂອຣົດ ຂອງພຣະເຈົ້າມັນທາ ລະວະດີ ແລ້ວຕໍ່ມາໄດ້ອອກບວດເປັນເອຫິພິກຂຸ ມີນາມປະກົດວ່າ: ຕິນນະ ປາລະເຖຣະ "ຕັດສະມາ ສາທະໂວ" ເມື່ອພຸດທະບໍລິສັດທັງຫຼາຍໄດ້ຮູ້ເລື່ອງ ແຫ່ງຕິນນະປາລະເຖຣະ ໂດຍແຈ່ມແຈ້ງແລ້ວຈົ່ງມີຄວາມຍິນດີບັນເທິງໃນ ບຸນກຸຸສົນ ທີ່ທ່ານ ທາຍົກທາຍິກາໄດ້ກະທຳແລ້ວ ໃນເວລາວັນນີ້ດ້ວຍເຖີດ.
ຮີດໜຶ່ງນັ້ນ ເດືອນສິບສອງມາແລ້ວ ລົມວອນໜາວສັ່ນ
ເດືອນນີ້ໜາວສະບັ້ນ ບໍ່ຄືແທ້ແຕ່ຫຼັງ
ເພິ່ນວ່າໃຫ້ແປງສ້າງ ບຸນກະຖິນທານທອດ
ຈົນວ່າໄປຮອດຈອດ 15 ຄ່ຳ ເດືອນ 12 ເພັງ
ມີທັງບຸນບູຊາຄຸນ ພຣະທາດຫຼວງເຮົານັ້ນ
ກໍໄດ້ຈັດສັນຂຶ້ນ ໃນຊວງເດືອນ 12 ເພັງ
ແລ້ວຈຶ່ງໂມທະນາທານ ຊື່ນຊົມກັນຫຼິ້ນ
ທຸກທັງຫຼາຍຫຼີກເວັ້ນ ໜີຫ່າງບໍ່ມີພານ
ຂອງສາມານທັງປວງ ບໍ່ໄດ້ມີມາໃກ້
ໃຜຜູ້ທຳຕາມນີ້ ຈະເລີນດີຍອດຍິ່ງ
ທຸກສິ່ງມີບໍ່ເວັ້ນ ທັງເຂົ້າໝູ່ຂອງ
ກຳບໍ່ໄດ້ຖືກຕ້ອງ ລຳບາກໃນຕົວ
ໂລກບໍ່ມີມົວໝອງ ຢ່າງໃດພໍດີ້
ມີແຕ່ສຸກຂີລົ້ນ ຄອງຄົນສະໜຸກຍິ່ງ
ອັດໃຫ້ຫຼິງປ່ອງນີ້ ເດີເຈົ້າຢ່າຊິໄລ.
0 Comments