ຄວາມໝາຍ ທັມມີອຸປະກາຣະຫຼາຍ
ທັມເປັນເຄື່ອງອຸປະກາຣະບໍ່ໃຫ້ພາດພັ້ງ ນຳມາເຊິ່ງຄວາມເກື້ອກູຣໃນການທຳຄວາມດີທັງປວງ ເປັນທັມທີ່ຄວນປູກຝັງໃຫ້ມີໃນຈິດໃຈ
ເພື່ອໃຫ້ເກີດຄຸນຄ່າທັງແກ່ຕົນເອງ ແລະຜູ້ອື່ນ
ຕະຫຼອດເຖິງພາລະໜ້າທີ່ທີ່ຕົນເອງມີສ່ວນຮັບຜິດຊອບ.ທັມມີອຸປະກາຣະຫຼາຍ 2 ຢ່າງ:
1. ສະຕິ ຄື
ຄວາມລະນຶກໄດ້ ໝາຍເຖິງລະນຶກໄດ້ກ່ອນເຮັດ ເວົ້າ ຄິດ
ເພື່ອຄວບຄຸມໃຫ້ຊີວິດດຳເນີນໄປໃນທາງທີ່ຖືຶກຕ້ອງ ຄວາມລະນຶກໄດ້ ໝາຍໄດ້ອີກ 3 ຢ່າງຄື: - ລະນຶກເຖິງສິ່ງທີ່ລ່ວງມາແລ້ວ ເຊັ່ນ ນຶກເຖິງສິ່ງທີ່ເຮັດ ຄໍາທີ່ເວົ້າ
ນຶກເຖິງຮູບເຖິງນານມາແລ້ວໄດ້.
- ລະນຶກເຖິງສິ່ງທີ່ຈັກມີມາໃນພາຍໜ້າ ເຊັ່ນ
ນຶກເຖິງຄວາມຕາຍອັນຈັກມີແກ່ຕົນກໍດີ.
- ລະນຶກເຖິງສິ່ງອັນເປັນປັດຈຸບັນ ເຊັ່ນ
ນຶກທົ່ວໄປໃນກາຍ ຫຼືນຶກກໍານົດລົມຫາຍໃຈເຂົ້າ-ອອກ.
- ສະຕິຊັ້ນສູງ ເປັນໄປໃນສະຕິປັດຖານ 4 ຄື ສະຕິໄປຕັ້ງທີ່ກາຍ ເວທະນາ ຈິດ ທັມ.
ສະຕິວ່າໂດຍປະເພດມີ 2 ຢ່າງຄື:
- ສະຕິຊັ້ນຕ່ໍ່າ ເປັນໄປໃນກິລິຍາທີ່ທໍາ ທີ່ເວົ້າ ທີ່ຄິດ- ສະຕິຊັ້ນສູງ ເປັນໄປໃນສະຕິປັດຖານ 4 ຄື ສະຕິໄປຕັ້ງທີ່ກາຍ ເວທະນາ ຈິດ ທັມ.
2. ສັມປະຊັນຍະ ຄື ຄວາມຮູ້ຕົວ ໝາຍເຖິງຮູ້ຕົວໃນຂະນະເວລາເຮັດ ເວລາເວົ້າ ເວລາຄິດ ໃຫ້ເປັນໄປໃນທາງທີ່ຖືກຕ້ອງ.
ສັມປະຊັນຍະວ່າໂດຍປະເພດ ມີ 4 ຢ່າງຄື:
- ຄວາມຮູ້ຕົວຮອບຄອບໃນຖານະທີ່ມີປະໂຫຍດ- ຄວາມຮູ້ຕົວຮອບຄອບໃນຖານະເປັນທີ່ສະບາຍ
- ຄວາມຮູ້ຕົວຮອບຄອບໃນຖານະທີ່ຄວນໄປ ແລະບໍ່ຄວນໄປ
- ຄວາມຮູ້ຕົວຮອບຄອບໃນຖານະນັ້ນໆ ໂດຍຄວາມບໍ່ຫຼົງ
ພາກຄວາມຮູ້ເພີ່ມເຕີມ:
1. ຈະເຮັດຈະເວົ້າຄິດຫຍັງ ໃຫ້ໃຄ່ຄວນເສຍກ່ອນ
2. ເຝິກຫັດໃຫ້ຮູ້ຈັກຄວບຄຸມອາລົມຂອງຕົນເອງ ເມື່ອພົບກັບເຫດການທີ່ມີຄວາມໝາຍ
3. ຈະເຮັດສິ່ງໃດໃຫ້ເອົາໃຈຈົດຈໍ່ຕໍ່ສິ່ງນັ້ນ ຢ່າງເຮັດສິ່ງໃດໆຫຼາຍຢ່າງໃນເວລາດຽວກັນ
4. ກວດສອບງານທີ່ເຮັດມາແລ້ວໃຫ້ຮຽບຮ້ອຍທຸກຄັ້ງ
5. ບໍ່ຄວນປະໝາດໃນການງານທັງປວງ
6. ຄວນງົດເວັ້ນຈາກຂອງມຶນເມົາ ແລະສິ່ງເສບຕິດໃຫ້ໂທດ
7. ໝັ່ນເຝິກສະມາທິຕາມຮູບແບບວິທີຕ່າງໆ ເຊັ່ນ ອານາປານາສະຕິພາວະນາເປັນຕົ້ນ
2. ຜົນດີຂອງການມີສະຕິ-ສັມປະຊັນຍະ
1. ຄອຍຄວບຄຸມຮັກສາສະພາບຈິດໃຫ້ຢູ່ໃນສະພາບທີ່ຕ້ອງການ
2. ເຮັດໃຫ້ຮ່າງກາຍ ແລະຈິດໃຈເປັນຂອງຕົວເອງ
3. ເຮັດໃຫ້ພາວະຈິດເປັນສະມາທິ ອາດໜ່ຽວນໍາຂະບວນການຮັບຮູ້ ແລະກະແສຄວາມຄິດໃຫ້
ເກີດຜົນດີໄດ້.
4. ຊໍາລະພຶດຕິກໍາຕ່າງໆ ໃຫ້ບໍລິສຸດ ເປັນອິດສະຫຼະບໍ່ເປັນໄປຕາມອໍານາດຂອງຕັນຫາອຸປາທານ
5. ເຮັດໃຫ້ບໍ່ເປັນຄົນເຜີ ບໍ່ຜິດພາດໃນການເຮັດ ການເວົ້າ ແລະການຄິດ
6. ເຮັດໃຫ້ເກີດຜົນດີໃນການທໍາ ການເວົ້າ ແລະການຄິດ
7. ເຮັດໃຫ້ບໍ່ເປັນຄົນປະໝາດ ບໍ່ເຜີ
8. ເຮັດໃຫ້ເປັນຄົນທີ່ມີຄວາມເປັນລະບຽບຮຽບຮ້ອຍ
9. ໃຫ້ເຮັດເປັນທີ່ຮັກ ເປັນທີ່ນັບຖືຂອງຄົນອື່ນ ແລະມີຄວາມຈະເລີນກ້າວໜ້າໃນຊີວິດ
10. ເຮັດໃຫ້ສັງຄົມເປັນຢູ່ຢ່າງສັນຕິ
3. ສະຕິ-ສັມປະຊັນຍະເປັນທັມມີອຸປະກາຣະຫຼາຍ
ສະຕິ ແລະສັມປະຊັນຍະ ທີ່ຊື່ວ່າເປັນທັມມີອຸປະກາຣະຫຼາຍເພາະ ເປັນຄຸນຄວາມດີທີ່ມີຄຸນນະທັມຄອຍຄຸມກັນ ຄອຍອຸດໜູນບໍ່ໃຫ້ເຮັດຄວາມຊົ່ວ ຄອຍຕັກເຕືອນບໍ່ໃຫ້ເຜີ ເປັນເຄື່ອງກະຕຸນເຕືອນໃຈໃຫ້ຄິດເຮັດແຕ່ຄວາມດີ ເໝືອນບິດາມານດາຄອຍຕັກເຕືອນບໍ່ໃຫ້ບຸດ(ລູກ)ຫຼານເຮັດຊົ່ວ ໃຫ້ຕັ້ງໝັ້ນຢູ່ໃນຄຸນງາມຄວາມດີດ້ວຍອຸປະກາຣະຢ່າງຍິ່ງນອກຈາກນີ້ຍັງມີອຸປະກາຣະໃນເລື່ອງອື່ນໆອີກ ເຊັ່ນ:
- ຊ່ວຍໃຫ້ກິດທີ່ເຮັດຄໍາທີ່ເວົ້າສິ່ງທີ່ຄິດໄປບໍ່ຜິດພາດ
- ຊ່ວຍປ້ອງກັນບໍ່ໃຫ້ເປັນຄົນມີຈິດໃຈຟຸ້ງຊ້ານຟັ່ນເຟື່ອນ
- ຊ່ວຍໃຫ້ມີສະມາທິໃນການທໍາງານ
- ເຮັດໃຫ້ມີຈິດໃຈໜັກແໜ້ນຮູ້ຈັກຄວບຄຸມອາລົມ
- ເຮັດໃຫ້ການງານສໍາເລັດດ້ວຍຄວາມຮຽບຮ້ອຍ
- ຊ່ວຍປ້ອງກັນບໍ່ໃຫ້ເປັນຄົນມີຈິດໃຈຟຸ້ງຊ້ານຟັ່ນເຟື່ອນ
- ຊ່ວຍໃຫ້ມີສະມາທິໃນການທໍາງານ
- ເຮັດໃຫ້ມີຈິດໃຈໜັກແໜ້ນຮູ້ຈັກຄວບຄຸມອາລົມ
- ເຮັດໃຫ້ການງານສໍາເລັດດ້ວຍຄວາມຮຽບຮ້ອຍ

0 Comments