ບຸນສົງການ

 ປະເພນີທີ 5:  ບຸນສົງການ (ບຸນເດືອນຫ້າປີໃໝ່ລາວ

ຄວາມໝາຍແລະຄວາມສຳຄັນ. 

ຄຳວ່າ"ສົງການ"ຕາມຄວາມໝາຍຂອງພົດຈະນານຸກົມສະບັບບັນດິດຍ ສະຖານ ສະບັບ ພສ 2525  (ຂອງໄທໃຫ້ຄວາມໝາຍວ່າ "ເທດສະການ ເນື່ອງໃນວັນຂຶ້ນປີໃໝ່"  ເຊິ່ງກຳໜົດຕາມສຸ ຣິຍະຄະຕິຕົກວັນທີ 13-14-15 ເມສາ (4)  ຫາກແປຕາມຮາກສັບປາລີ-ສັນສະກິດໝາຍເຖິງຜ່ານຫຼືເຄື່ອນຍ້າຍ ເຂົ້າໄປເຊິ່ງໃນທີ່ນີ້ໝາຍເຖິງ ພຣະອາທິດຜ່ານຫຼືເຄື່ອນຍ້າຍເຂົ້າໄປໃນລາສີໜຶ່ງ   ກໍເອີ້ນວ່າ:  ສົງການ.

        ໃນປີໜຶ່ງມີ 12 ລາສີ   ລາສີແຕ່ລະເດືອນແຕ່ລະວັນ ແລະເວລາທີ່ພຣະ ອາທິດຂຶ້ນສູ່ລາສີເມສາຄື ໃນເດືອນເມສາເຮົາຮຽກເປັນພິເສດວ່າ ວັນມະຫາສົງ ການ ເພາະຖືວ່າເປັນວັນ  ແລະເວລາຂຶ້ນ ປີໃໝ່ລາວຕາມຄະຕິບູຮານ.


ມູນເຫດແລະຄວາມເປັນມາ

        ມີເລື່ອງເລົ່າວ່າເສດຖີຜູ້ໜຶ່ງ ຢູ່ກິນກັບພັນລະຍາມານານແຕ່ບໍ່ມີບຸດ   ເສດຖີຜູ້ນັ້ນບ້ານຢູ່ ໃກ້ກັບບ້ານນັກເລງສຸລາ ນັກເລງສຸລາມີບຸດສອງຄົນຜິວພັນ ສວຍສົດງົດງາມ ວັນໜຶ່ງນັກເລງສຸລາໄປ ກ່າວຄຳຫຍາບຄາຍຕໍ່ເສດຖີເສດຖີຈຶ່ງ ຖາມວ່າເຫດໃດຈຶ່ງມາໝິ່ນປະໝາດຕົນຜູ້ມີສົມບັດມາກນັກ ເລງສຸລາຈຶ່ງຕອບ ວ່າ ເຖິງແມ່ນທ່ານມີສົມບັດເປັນອັນມາກກໍຕາມ  ແຕ່ບໍ່ມີບຸດຖ້າທ່ານຕາຍໄປ ແລ້ວສົມບັດກໍສູນເປົ່າ ແຕ່ເຮົາມີບຸດກໍເຫັນວ່າປະເສີດກວ່າທ່ານເສດຖີໄດ້ຍິນ ດັ່ງນັ້ນກໍມີຄວາມລະອາຍ ຈຶ່ງທຳການຂໍວິງວອນສິ່ງສັກສິດຕັ້ງຈິດອະ ທິຖານຕໍ່ ພຣະອາທິດ ແລະພຣະຈັນເຖິງສາມປີ   ແຕ່ບໍ່ເປັນ ຜົນຈຶ່ງໄປຂໍບຸດຕໍ່ຕົ້ນໂພໄຊ  ເທວະດາເຊິ່ງສະຖິດຢູ່ທີ່ຕົ້ນໄຊສົງສານໄດ້ໄປອ້ອນວອນຂໍບຸດຕໍ່ພຣະອິນໃຫ້ ເສດຖີພຣະອິນຈຶ່ງໂປດໃຫ້ທັມມະບານເທວະບຸດ ລົງມາປະຕິສົນທິໃນຄັນພັນ ລະຍາເສດຖີ ເມື່ອປະສູດແລ້ວເສດຖີໃຫ້ຊື່ວ່າທັມມະບານຕາມນາມຂອງເທ ວະບຸດ ແລະປູກຜາສາດ 7 ຊັ້ນໃຫ້ຢູ່ ໃຕ້ຕົ້ນໂພນັ້ນທັມມະບານເປັນເດັກສະ ຫຼາດໃຫຍ່ຂຶ້ນອາຍຸພຽງ 17 ຂວບ   ກໍສາມາດຮຽນຈົບໄຕຣ ເພດ ຮູ້ພາສານົກ ແລະມີຄວາມສະຫຼຽວສະຫຼາດຫຼາຍ ຕໍ່ມາພຣະຍາກະບິນລະພຣົມຈາກພຣົມ ໂລກຢາກມາທົດລອງປັນຍາໄດ້ລົງມາຖາມປັນຫາ 3  ຂໍ້  ກັບທັມມະບານບັນ ຫາມີຢູ່ວ່າ:  ຕອນເຊົ້າລາສີ ຂອງຄົນຢູ່ໃສ ? ຕອນທ່ຽງລາສີຂອງຄົນຢູ່ໃສຕອນແລງລາສີຂອງຄົນຢູ່ໃສໂດຍຕົກລົງກັນວ່າຖ້າ ທັມມະບານຕອບບັນຫາ ໄດ້ຈະຍອມຕັດຫົວຂອງຕົນເພື່ອບູຊາທັມ  ແຕ່ຖ້າທັມມະບານຕອບບໍ່ໄດ້ຈະ ຕ້ອງໄປຕັດຫົວຂອງທັມມະບານຄືກັນ ໂດຍກຳໜົດໃຫ້ 7 ວັນທັມມະບານນຶກ ແກ້ບັນຫາ ແນວໃດກໍ ບໍ່ໄດ້ ພໍເຖິງວັນຖ້ວນຫົກທັມມະບານບໍ່ສະບາຍໃຈເປັນ ຢ່າງຍິ່ງ ຈຶ່ງຍ່າງເຂົ້າໄປໃນປ່າໄປນັ່ງຄິດຢູ່ ກ້ອງຕົ້ນຕານ  ບັງເອີນໄດ້ຍິນນົກອິນ ຊີສອງຜົວເມຍລົມກັນຢູ່ເທິງຕົ້ນຕານ    ໂດຍນົກອິນຊີ ຕົວເມຍເວົ້າກັບນົກອິນ ຊີຕົວຜົວວ່າມື້ອື່ນບໍ່ຮູ້ວ່າຈະເອົາອາຫານໃສມາສູ່ລູກກິນນົກອິນຊີຕົວຜົວຈຶ່ງ ຕອບວ່າ ອາຫານມີຢູ່ແລ້ວ   ຄືຈະໄດ້ກິນຊີ້ນທັມມະບານກຸມານເພາະຕອບບັນ ຫາຂອງກະບິລະພຣົມບໍ່ໄດ້ນົກອິນຊີຕົວເມຍຖາມບັນຫານັ້ນວ່າແນວໃດທັມມະ ບານຈຶ່ງຕອບບໍ່ໄດນົກອິນຊີຕົວຜົວ  ກໍແກ້ບັນຫານັ້ນວ່າເວລາເຊົ້າລາສີຢູ່ໜ້າ ຄົນຈຶ່ງເອົານ້ຳລ້າງໜ້າໃນຕ່ອນເຊົ້າ   ເວລາກາງເວັນລາສີຢູ່ທີ່ອົກຄົນຈຶ່ງນິຍົມ ເອົານ້ຳລ້າງທີ່ອົກຫຼືຕົນຕົວ ແລະເວລາຄໍ່າລາສີຢູ່ທີ່ຕີນຄົນເຮົາຈຶ່ງນິຍົມເອົານ້ຳ ລ້າງຕີນໃນ ເວລາຕ່ອນຄໍ່າເມື່ອເຖີງວັນຖ້ວນ 7 ທ້າວກະບິນລະພຣົມຈຶ່ງລົງມາ ທວງຄຳຕອບ   ທີ່ໄດ້ຕົກລົງກັນໄວ້ ທັມມະບານຕອບໄດ້ (ຕາມທີ່ໄດ້ຍິນຈາກ ນົກກະບິລະພຣົມຈຶ່ງໄດ້ຕັດຫົວບູຊາທັມມະບານ ຕາມ ທີ່ສັນຍາແຕ່ເນື່ອງ ຈາກວ່າຫົວຂອງກະບິລະພຣົມສັກສິດ   ຖ້າຕົກລົງເທິງແຜ່ນດິນຈະເກີດໄຟໄໝ້ ຖ້າຖິ້ມໄປໃນອາກາດຈະທຳໃຫ້ເກີດຝົນແລ້ງ ແລະຖ້າຖິ້ມລົງມະຫາສະໝຸດນ້ຳ ຈະແຫ້ງດັ່ງນັ້ນເມື່ອ ກະບິລະພຣົມຈະຕັດຫົວຂອງຕົນຈຶ່ງໃຫ້ທິດາທັງ 7 ເອົາ ພານມາຮອງຮັບຫົວຂອງຕົນໄວ້ໂດຍຕັດ ສົ່ງໃຫ້ນາງທຸງສະ ຜູ້ເປັນທິດາຄົນ ໃຫຍ່ແລ້ວທິດາທັງ 7  ຈຶ່ງແຫ່ທັກຂິນາຮອບເຂົາສຸເມຣຸ   ເປັນເວລາ 60 ນາທີ  ຈຶ່ງນຳເອົາຫົວໄປປະດິດສະຖານໄວ້ທີ່ຫໍມົນດົບ  ໃນຖ້ຳຄັນທຸສີ  ເຂົາໄກຣາດ    ບູຊາດ້ວຍ ເຄື່ອງທິບພໍຄົບໜຶ່ງປີທິດາທັງ 7 ຈະຜັດປຽ່ນກັນມາອັງເຊີນເອົາຫົວ ຂອງກະບິລະພຣົມແຫ່ອ້ອມເຂົາ ສຸເມຣຸ ທິດາທັງ 7 ມີຊື່ດັ່ງນີ້ທຸງສະໂຄຣາ ຄະຮາກສະມົນທາກິຣິນີ,  ກິມິທາ ແລະມະໂຫທອນພິທີແຫ່ຫົວແຫ່ງກະບິ ລະພຣົມນີ້ ຈົນເກີດເປັນບຸນສົງການຂຶ້ນ ແລະພິທີດັ່ງກ່າວນີ້  ເພິ່ນໄດ້ຈັດເປັນປະເພນີທຸກໆ ປີທີ່ຫຼວງພະບາງ.

ຮີດໜຶ່ງນັ້ນ ພໍເຖິງເດືອນຫ້າໄດ້ ພວກໃຜ່ຊາວເມືອງ

ພາກັນເຮັດເຄື່ອງສົງ ອົງພຣະສັບພັນຍູເຈົ້າ

ທຸກວັດບ້ານ ໃຫ້ເຮັດໄປຢ່າໄດ້ຫ່າງ

ໃຫ້ພາກັນສືບສ້າງ ບຸນໄວ້ຢ່າໄລ

ທຸກທົ່ວທີບແຜ່ນຫຼັງ ໃຫ້ເຮັດແທ້ສູ່ຄົນ

ຈຶ່ງຊິສຸກຍິ່ງລົ້ນ ເຮັດຖືກຄຳສອນ

ຄືຮີດຄອງຄວນຖື ແຕ່ປາງປະຖົມພຸ້ນ.

Post a Comment

0 Comments

ຄວາມຄິດເຫັນ