ອົງປະກອບຂອງສາສະໜາ

  

ອົງປະກອບຂອງສາສະໜາ ມີຫຍັງແນ່ ?

        ການທີ່ຈະເກີດມີສາສະໜາໃດໜຶ່ງທີ່ສົມບູນນັ້ນຕ້ອງມີອົງປະກອບ 6 ຢ່າງ ເຊີ່ງປະກອບດ້ວຍດັ່ງນີ້:
    1. ສາດສະດາ ຄືຜູ້ກໍ່ຕັ້ງສາສະໜາ ເຊັ່ນພຣະພຸດທະສາສະໜາ ມີພຣະພຸດທະເຈົ້າເປັນສາດສະດາ,ສາສະໜາຄິດ ມີພຣະເຍຊູຄິດ ເປັນສາດສະດາ
    2. ຄຳພີ ຄືຫຼັກທັມຄຳສັ່ງສອນ ເຊັ່ນ ພຣະພຸດທະສາສະໜາ ມີພຣະໄຕຣປິດົກສາສະໜາຄິດມີຄຳພີໄບເບີນ
    3. ສາວົກ ຄືຜູ້ເຜີຍແຜ່ ຫຼື ປະຕິບັດຕາມ ເຊັ່ນ ພຣະພຸດທະສາສະນາ ມີພຣະພິກຂຸ-ສາມະເນນ ແລະພຸດທະບໍລິສັດ 4,ສາສະໜາຄິດມີບາດຫຼວງ
    4. ສາສະໜາສະຖານ ຄືສະຖານທີ່ປະກອບພິທີກັມ ເຊັ່ນພຣະພຸດທະສາສະໜາມີວັດ ແລະສາສະໜາຄິດມີໂບດ
    5. ພິທີກັມ ຄືການປະຕິບັດພິທີກັມຕ່າງໆ ເຊັ່ນ ພຣະພຸດທະສາສະໜາ ມີການໄຫວ້ພຣະຮັບສິນ ແລະສາສະໜາຄິດ ມີການລ້າງບາບ
    6. ສັນຍາລັກ ຄື ເຄື່ອງໝາຍແທນສາສະໜາ ເຊັ່ນ ພຸດທະສາສະໜາມີຕາທັມມະຈັກເປັນສັນຍາລັກ ແລະສາສະນາຄິດ ມີໄມ້ກາງເຂນເປັນສັນຍາລັກ

Post a Comment

0 Comments

ຄວາມຄິດເຫັນ