ຄວາມໝາຍ ແລະຄວາມສຳຄັນ.
ບຸນພຣະເຫວດຫຼືບຸນມະຫາຊາດ ຄືບຸນທີ່ເຮັດກ່ຽວກັບເລື່ອງລາວພຣະ ເຫວດສັນດອນເລື່ອງ ພຣະເຫວດສັນດອນ ເປັນເລື່ອງກ່ຽວກັບການສ້າງປາລະ ມີຂອງພຣະພຸດທະເຈົ້າ ໃນຊາດສຸດທ້າຍ ກ່ອນການຈັດງານຊາວບ້ານຕ້ອງມີ ການປຶກສາຫາລືກັນຕົກລົງກັນໃຫ້ຮຽບຮ້ອຍກ່ອນ ເພາະບຸນ ພຣະເຫວດເປັນ ບຸນໃຫຍ່ ແລະມີຫຼາຍຂັ້ນຕອນເຊັ່ນ ມີການກະກຽມສະຖານທີ່ການຈັດກັນເທດ ໃຫ້ ຄົບຈຳນວນຜູ້ເທດມີການເຊີນພຣະອຸປະຄຸດມາບາງແຫ່ງກໍມີການແຫ່ພຣະ ເຫວດເຂົ້າເມືອງຢ່າງ ໃຫຍ່ໂຕແລະມີການຟັງເທດຕະຫຼອດວັນເປັນຕົ້ນ.
ມູນເຫດແລະຄວາມເປັນມາ.
ມີເລື່ອງເລົ່າໄວ້ໃນເລື່ອງ ມະໄລໝື່ນມະໄລແສນວ່າ ພຣະມາໄລໄດ້ ຂຶ້ນໄປໄຫວ້ພຣະເກດ ແກ້ວຈຸລາມະນີໃນຊັ້ນດາວະດິງພົບພຣະສີອະຣິຍະເມດໄຕຣ ພຣະອົງໄດ້ດຳລັດຕັດສັ່ງ ກັບພຣະມາໄລວ່າ ຖ້າມະນຸດຢາກພົບພຣະອົງ ຈົ່ງຢ່າໄດ້ທຳບາບໜັກເຊັ່ນ ການຂ້າ ແລະຂົ່ມເຫັງບິດາ ມານດາ ສາມະນະ ພຣາມມະນະຈາຣຍ໌ ທຳຮ້າຍພຣະພຸດທະເຈົ້າ ແລະເຮັດໃຫ້ພຣະສົງແຕກແຍກ ກັນ ໃຫ້ອົດສາຟັງເລື່ອງລາວ ມະຫາເວດສັນຕະຣະຊາດົກໃຫ້ຈົບໃນວັນດຽວຟັງ ແລ້ວໃຫ້ນຳໄປປະຕິບັດ ຈະໄດ້ພົບພຣະສາດສະດາຂອງພຣະອົງເມື່ອພຣະມະ ໄລກັບມາເຖິງໂລກມະນຸດຈຶ່ງໄດ້ບອກໃຫ້ ມະນຸດຮູ້ ດ້ວຍເຫດນີ້ຜູ້ປາດຖະໜາ ຈະພົບພຣະສາດສະໜາພຣະສີອະຣິຍະເມດໄຕຣ ຈຶ່ງໄດ້ເຮັດບຸນພຣະເຫວດ ສືບຕໍ່ກັນມາເຖິງປັດຈຸບັນນີ້

0 Comments