ປະເພນີທີ 2: ບຸນຄູນລານ (ບຸນເດືອນຍີ່).
ບຸນຄູນເຂົ້າຄູນລານ ຖືເປັນປະເພນີທີ່ມີຄວາມສຳຄັນອີກປະເພນີໜຶ່ງ ເພາະເປັນບຸນ ທີ່ສະແດງເຖິງຄວາມເຄົາລົບ ບູຊາໃນສິ່ງທີ່ເປັນປັດໃຈຍັງຊີບອັນ ສຳຄັນຂອງຜູ້ຄົນຄືເຂົ້າ ເປັນບຸນທີ່ທຳຂຶ້ນ ເພື່ອທຳຂວັນເຂົ້າ.
ຈຸດປະສົງກໍຄື ຕ້ອງການເນັ້ນໃຫ້ຜູ້ຄົນລູກຫຼານ ໄດ້ຮູ້ວ່າກວ່າເຂົ້າແຕ່ລະເມັດຈະມາ ກອງຢູ່ລານເຂົ້ານັ້ນມີຄວາມເປັນມາຫຍຸ້ງ ຍາກລຳບາກພຽງໃດ ສະນັ້ນການເຮັດບຸນຄູນເຂົ້າ ນີ້ກໍເພື່ອເປັນການບູຊາສິ່ງສັກສິດທັງຫຼາຍທີ່ມີສ່ວນ ກ່ຽວຂ້ອງກັບເຂົ້າ ບໍ່ວ່າຈະເປັນຜີປູ່ຍ່າ ຕາຍາຍ ຜີຕາແຮກ ຫຼືເຈົ້າແມ່ໂພສົບ ເປັນຕົ້ນທີ່ປະທານເຂົ້າມາຢ່າງອຸດົມສົມບູນ.
ມູນເຫດ ແລະຄວາມເປັນມາ.
ມີເລື່ອງເລົ່າວ່າ ໃນຄັ້ງພຸດທະສາດສະໜາຂອງພຣະເຈົ້າກັສສະປະມີຊາຍສອງພີນ້ອງເຮັດ ນາໃນທີ່ດຽວກັນ ພໍເຂົ້າອອກຮວງເປັນນ້ຳນົມນ້ອງ ຊາຍໄດ້ຊວນອ້າຍທຳເຂົ້າມະທຸປາຍາດຖວາຍ ພຣະສົງ ແຕ່ອ້າຍບໍ່ເຫັນດີ ດ້ວຍທັງສອງພີນ້ອງຈຶ່ງໄດ້ແບ່ງທີ່ນາກັນເຮັດຄົນລະສ່ວນ ເມື່ອນ້ອງຊາຍ ໄດ້ເປັນເຈົ້າຂອງທີ່ນາ ທີ່ໄດ້ແບ່ງກັນແລ້ວຈຶ່ງໄດຖວາຍທານແກ່ພຣະສົງຢ່າງ ພໍໃຈ ໂດຍທຳບຸນເປັນ ໄລຍະເຖິງຫຼາຍໆ ຄັ້ງນັບແຕ່ເຂົ້າເປັນນ້ຳນົມກໍເຮັດເຂົ້າ ມະທຸປາຍາດຖວາຍຄັ້ງໜຶ່ງ ເວລາເກັບກ່ຽວ ກໍຖວາຍທານຄັ້ງໜຶ່ງເວລາມັດເຂົ້າ ກໍຖວາຍທານຄັ້ງໜຶ່ງ ເວລາເອົາຂົນເຂົ້າຂຶ້ນລານກໍຖວາຍທານ ຄັ້ງໜຶ່ງເວລາ ກອງເຂົ້າກໍຖວາຍທານຄັ້ງໜຶ່ງ ເວລາຕີຫຼືຟາດເຂົ້າກໍຖວາຍທານອີກຄັ້ງໜຶ່ງ ແລະເວລາທີ່ຂົນໃສ່ເລົ້າກໍຖວາຍທານອີກຄັ້ງໜຶ່ງແລ້ວໄດ້ຕັ້ງຄວາມປາດຖະ ໜາວ່າຂໍໃຫ້ໄດ້ເປັນພຣະອະ ຣະຫັນໃນອະນາຄົດພໍເຖິງພຸດທະສາດສະໜາ ຂອງສາມະນະໂຄດົມ ຈຶ່ງໄດ້ເກີດມາເປັນໂກນດັນຍະ ໄດ້ອອກບວດ ແລະໄດ້ ສຳເລັດພຣະອະຣະຫັນເປັນປະຖົມມະສາວົກຄືເປັນອົງທຳອິດຊື່ "ອັນຍາໂກນ ທັນຍະ" ສ່ວນອ້າຍໄດ້ທຳບຸນຄັ້ງດຽວຕອນທີ່ເຮັດນາແລ້ວ ຈຶ່ງໄດ້ເກີດມາເປັນ ສຸພັດທະປະຣິ ພາຊົກໄດ້ສຳເລັດອະນາຄາມີຜົນເປັນພຣະອະຣິຍະບຸກຄົນອົງ ສຸດທ້າຍໃນພຸດທະສາດສະໜາ ເນື່ອງຈາກອານິສົງຈາກການໃຫ້ທານນ້ອຍ ກວ່ານ້ອງຊາຍ ສະນັ້ນຊາວພຸດເຮົາຈຶ່ງນິຍົມ ເຮັດບຸນຄູນລານດັ່ງຄຳບູຮານເວົ້າ ວ່າ.
" ເຖິງລະດູເດືອນຍີ່ໃຫ້ນິມົນພຣະສົງມາຕັ້ງສູດໄຊຍະມຸງຄຸນເອົາບຸນຄູນເຂົ້າ "

0 Comments