ປະເພນີທີ 1: ບຸນເຂົ້າກັມ (ບຸນເດືອນຈຽງ).
ບຸນເຂົ້າກັມຄືບຸນທີ່ຈັດຂຶ້ນໃນເດືອນ 1 (ເດືອນຈຽງຫຼືເດືອນອ້າຍ) ເຊິ່ງເປັນເດືອນທຳອິດຂອງ ປີທີ່ຊາວລາວຈະຕ້ອງປະກອບພິທີບຸນກັນຈົນເປັນປະເພນີເມື່ອເດືອນຈຽງມາເຖິງແລ້ວນັ້ນໃຫ້ພາກັນລ້ຽງຜີມົດຜີໝໍຜີຟ້າຜີ ແຖນ ແລະນິມົນພຣະສັງຄະເຈົ້າເຂົ້າປະຣິວາດສະກັມ ພິທີບຸນເຂົ້າກັມ ນີ້ຈະກ່ຽວກັບພຣະສົງໂດຍກົງເພາະເປັນການທຳເພື່ອອອກຈາກອາບັດສັງຄາທິເສດ.
ມູນເຫດແລະຄວາມເປັນມາ
ທີ່ພຣະພິກຂຸສົງມີການເຂົ້າກັມມີເລື່ອງເລົ່າວ່າ: ຄັ້ງໜຶ່ງມີພຣະພິກຂຸອົງ ໜຶ່ງລ່ອງເຮືອໄປ ຕາມແມ່ນຳ້ຄົງຄາໄດ້ເອົາມືໄປຈັບຕະໄຄນ້ຳຂາດເຂົ້າຄິດວ່າ ເປັນອາບັດພຽງເລັກນ້ອຍຈຶ່ງບໍ່ໄດ້ສະ ແດງອາບັດ ຕໍ່ມາແມ່ນວ່າພຣະພິກຂຸ ອົງນັ້ນຈະປະຕິບັດທັມຢູ່ໃນປ່າເປັນເວລານານກໍຍັງນຶກສະເໝີ ວ່າຕ້ອງອາບັດ ແຕ່ບໍ່ມີໂອກາດໄດ້ສະແດງອາບັດ ຕໍ່ມາພຣະພິກຂຸອົງດັ່ງກ່າວໄດ້ມໍລະນາກັມແລ້ວຈຶ່ງ ໄດ້ໄປເກີດເປັນນາກຊື່ວ່າ: ເອຣະຖະປັດ ຈາກເຫດຕ້ອງ້ອາບັດເລັກ ນ້ອຍ ເປັນພຽງອາບັດເບົາຍັງມີ ກັມຕິດຕົວຂະໜາດນີ້ດັ່ງນັ້ນຈຶ່ງຈັດໃຫ້ມີການ ຢູ່ປະຣິວາດສະກັມເພື່ອພົ້ນຈາກອາບັດສັງຄາທິເສດ.
ເຊິ່ງມີຄຳສຸພາສິດໄດ້ກ່າວ ໄວ້ຕ່ອນໜຶ່ງວ່າ:
"ຮີດໜຶ່ງນັ້ນເຖິງເມື່ອເດືອນຈຽງເຂົ້າ ກາຍມາແຖມຖ່າຍ
ຝູງໝູ່ສັງຄະເຈົ້າ ກະກຽມເຂົ້າສູ່ກັມ
ຝູງໝູ່ສັງຄະເຈົ້າ ກະກຽມເຂົ້າສູ່ກັມ
ມັນຫາກທຳນຽມນີ້ ຖືມາຕັ້ງແຕ່ກ່ອນ
ຢ່າໄດ້ລະຫ່າງເວັ້ນ ເວນສິຂ້ອງແລ່ນນຳ ແທ້ແລ້ວ.

0 Comments