ປະເພນີທີ 3: ບຸນເຂົ້າຈີ່ (ບຸນເດືອນສາມ)
ເຂົ້າຈີ່ຄື: ເຂົ້າໜຽວໜຶ້ງໃຫ້ສຸກແລ້ວນຳມາປັ້ນເປັນກ້ອນປະມານເທົ່າ ໄຂ່ເປັດປັ້ນໃຫ້ແໜ້ນ ແລ້ວທາເກືອໃຫ້ທົ່ວສຽບໃສ່ໄມ້ຂາງໄຟດ້ວຍໄຟຖ່ານປີ້ນ ກັບໄປກັບມາສຸກເຫຼືອງພໍດີ ແລ້ວຈຶ່ງເອົາ ອອກມາທາໄຂ່ແລ້ວເອົາໄປຂາງໄຟ ອີກຄັ້ງໜຶ່ງບາງແຫ່ງນິຍົມໃສ່ນ້ຳອ້ອຍດັ່ງຄຳໂບຮານທີ່ວ່າ:
"ເດືອນສາມຄ້ອຍ ເຈົ້າຫົວຄອຍປັ້ນເຂົ້າຈີ່ ເຂົ້າຈີ່ບໍ່ໃສ່ນ້ຳອ້ອຍຈົວນ້ອຍເຊັດນ້ຳຕາ"
ມູນເຫດແລະຄວາມເປັນມາ.
ເຫດທີ່ເຮັດບຸນເຂົ້າຈີ່ໃນເດືອນ 3 ເພາະວ່າເປັນເວລາທີ່ຊາວນາໝົດພາ ລະໃນການເຮັດນາ ເປັນຊວງທີ່ເກັບກຽ່ວຜົນຜະລິດແລ້ວໃໝ່ໆທີ່ເພິ່ນເອີ້ນວ່າ "ເຂົ້າໃໝ່ປາມັນ" ຈຶ່ງພາກັນທຳບຸນເຂົ້າຈີ່ຖວາຍພຣະສົງ ສ່ວນມູນເຫດດັ້ງ ເດີມທີ່ຈະມີການທຳບຸນເຂົ້າຈີ່ມີເລື່ອງເລົ່າວ່າ: ໃນກາລະຄັ້ງໜຶ່ງ ມີນາງປຸນນະ ທາສີ ໄດ້ທຳເຂົ້າໜົມແປ້ງຈີ່ຖວາຍແດ່ພຣະອົງສົມເດັດພຣະສັມມາສັມພຸດທະເຈົ້າ ແລະພຣະອານົນ ຄັນຖວາຍແລ້ວນາງຄິດວ່າພຣະອົງຄົງບໍ່ສັນແລະອາດ ຈະຖິ້ມໃຫ້ໝາກິນເພາະ ອາຫານທີ່ນາງຖວາຍເປັນອາຫານທີ່ ບໍ່ປານີດບໍ່ເປັນ ຕາສັນ ເມື່ອພຣະອົງຊົງຮູ້ພາວະຈິດຂອງນາງ ປຸນນະທາສີຈຶ່ງຮັບສັ່ງໃຫ້ພຣະ ອານົນ ປູອາສະນາແລ້ວປະທັບນັ່ງສັນໃນທີ່ນາງຖວາຍນັ້ນ ເປັນຜົນໃຫ້ນາງປິ ຕິເປັນຢ່າງຍິ່ງ ແລະເມື່ອນາງໄດ້ຟັງທັມມະເທສະໜາທີ່ພຣະພຸດທະເຈົ້າຊົງສະ ແດງກໍບັນລຸໂສດາປະຕິຜົນ ດ້ວຍອານິສົງຖວາຍເຂົ້າແປ້ງຈີ່.
ອີກປະການໜຶ່ງໃນເດືອນສາມນີ້ກໍເປັນວັນສາໍຄັນໃນທາງພຣະພຸດທະ ສາດສະໜາຄື
ບຸນມາຄະບູຊາ (15 ຄໍ່າເດືອນ3 ວັນຈະຕຸລົງຄະສັນນິບາດມີ ພຣະອະຣະຫັນ 1.250 ອົງ
ມາປະຊຸມໂດຍ ບໍ່ໄດ້ນັດໝາຍ).

0 Comments