ສຸຈະລິດ-ທຸຈະລິດ



ການກະທໍາຂອງຄົນເຮົາ ບໍ່ວ່າທາງກາຍ, ວາຈາ ຫຼື ໃຈ ກໍຕາມ, ແນ່ນອນຕ້ອງມີທັງການກະທໍາທີ່ດີ ແລະ ບໍ່ດີ, ບໍ່ມີໃຜທີ່ຈະດີສະເຫມີໄປ ແລະ ບໍ່ມີໃຜທີ່ຈະຊົ່ວສະ ເຫມີໄປ. ໃນທາງພຸດທະສາສະໜາ ອົງສົມເດັດສໍາມາສໍາພຸດທະເຈົ້າ ກໍ່ໄດ້ກ່າວໄວ້ວ່າ: ການກະທາໍທາງດີນັ້ນ ເອີ້ນວ່າ: ສຸຈະຣິຕ 3, ສ່ວນການທາໍທີ່ບໍ່ດີເອີ້ນວ່າ: ທຸຈະຣິຕ 3.
ສຸຈະລິດ (ສຸຈະຣິຕ) 
ການປະພຶດທີ່ດີງາມມີ 3 ທາງຄື:
1. ກາຍະ ສຸຈະຣິຕ = ການປະພຶດອັນດີງາມທາງກາຍເຊັ່ນ: ຊ່ວຍເຫຼືອສັງຄົມ, ບໍ່ທໍາຮ້າຍຮ່າງກາຍ ຂອງຜູ້ອື່ນ, ສ້າງແຕ່ຄຸນງາມຄວາມດີໃຫ້ເກີດຂຶ້ນແກ່ຕົນເອງ ແລະ ສັງຄົມ.  
2. ວະຈີ ສຸຈະຣິຕ = ບໍ່ເວົ້າຕົວະຫຼອກລວງ, ບໍ່ເວົ້າສຽດສີ, ບໍ່ເວົ້າຄໍາຫຍາບ, ບໍ່ເວົ້າຄາໍທີ່ບໍ່ມີມູນ
ຄວາມຈິງ (ຄາໍບໍ່ມີແປງໃສ່ ຄາໍບໍ່ໃຫຍ່ແຕ່ງເອົາ).
3. ມະໂນ ສຸຈະຣິຕ = ບໍ່ຄິດໂລບເອົາຂອງຄົນອື່ນ, ບໍ່ຄິດຄຽດແຄ້ນປອງຮ້າຍຄົນອື່ນ, ມີແນວຄວາມຄິດຖືກຕ້ອງຕາມທໍານອງຄອງທໍາ, ບໍ່ຫຼົງງົມງວາຍໃນສິ່ງທີ່ບໍ່ມີປະໂຫຍດ.

ທຸຈະລິດ (ທຸຈະຣິຕ) 
ການປະພຶດທີ່ບໍ່ດີ 3 ທາງຄື:
  1. ກາຍະ ທຸຈະຣິຕ = ການບຽດບຽນສິ່ງທີ່ມີຊີວິດດ້ວຍກັນ, ປະພຶດຜິດທາງກາມ.
  2. ວາຈາ ທຸຈະຣິຕ = ເວົ້າຕົວະຫຼອກລວງ, ເວົ້າຄວາມສຽດສີ, ເວົ້າຄວາມຫຍາບຄາຍ ເວົ້າຄວາມທີ່ບໍ່ມີມູນຄວາມຈິງ (ຄວາມບໍ່ມີຫາໃສ່ ຄວາມບໍ່ໃຫຍ່ແຕ່ງເອົາ)
  3. ມະໂນ ທຸຈະຣິຕ = ໂລບເອົາເຄື່ອງຂອງຄົນອື່ນ, ຄິດບຽດບຽນ, ຄຽດແຄ້ນ ປອງຮ້າຍຄົນອື່ນ
ມີແນວຄວາມຄິດຜິດຈາກທໍານອງຄອງທາ, ຫຼົງງົມງວາຍໃນສິ່ງທີ່ບໍ່ເປັນປະໂຫຍດ.

ອານິສົງ ຫຼື ປະ ໂຫຍດ 
ໃນການປະພຶດ ປະຕິບັດ ສຸຈະຣິຕ 3 ຄື:
- ເຮັດໃຫ້ຊີວິດມີຄວາມສຸກຄວາມສະຫງົບ
            - ປະເທດຊາດຈະພັດທະນາ ແລະ ຈະເລີນກ້າວຫນ້າໄດ້ໄວ.
            - ສັງຄົມເກີດຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນ.
            - ໄດ້ຮັບການຍົກຍ້ອງ ສັນເສີນ ຈາກການປະຕິບັດຂໍ້ຫາດັ່ງກາວ.

ປະເພດຂອງ ທຸຈະຣິຕ ໄດ້ແກ່:
            ການປະພຶດທີ່ບໍ່ດີທາງກາຍມີ 3 ຢ່າງ
- ການທໍາລາຍຊີວິດຜູ້ອື່ນ, ສັດອື່ນໃຫ້ໄດ້ຮັບຄວາມທຸກ ຄວາມເດືອດຮ້ອນ.
- ການລັກຊັບສິ່ງຂອງ, ຂອງຜູ່ອື່ນ.
- ການທໍາມິດສາຈານ

 ການປະພຶດທີ່ບໍ່ດີທາງວາຈາມີ 4 ຢ່າງ
- ການຕົວະຍົວະຫຼອກລວງ.
- ການຍຸຍົງສົ່ງເສີມໃຫ້ຄົນອື່ນແຕກແຍກຜິດຖຽງກັນ.
- ການກ່າວຄາໍຫຍາບຄາຍ, ເວົ້າບໍ່ມີສາລະ ປະໂຫຍດ ທັງຕໍ່ຕົນເອງ ແລະ ສັງຄົມ.
- ເວົ້າສຽດສີ, ນິນທາ ເຮັດໃຫ້ຜູ້ອື່ນບໍ່ສະບາຍໃຈ, ຄັບແຄ້ນໃຈ, ເດືອດຮ້ອນໃຈ ເປັນຕົ້ນ.

ການປະພຶດທີ່ບໍ່ດີທາງຄວາມຄິດມີ 3 ຢ່າງ:
- ມີຄວາມໂລບມາກໂລພາ ຢາກໄດ້ຂອງຄົນອື່ນມາເປັນຂອງຕົນ,
- ຄິດປອງຮ້າຍ, ຄິດພະຍາບາດ ຕໍ່ຜູ້ອື່ນ.
- ຄິດອິດສາ, ບຽດບຽນ, ກີດກັ້ນ ຢ້ານຄົນອື່ນໄດ້ດີກວາຕົນເອງ

Post a Comment

0 Comments

ຄວາມຄິດເຫັນ