ຄຸນຂອງຣັຕຕະນະ 3 ຢ່າງ
1. ພຣະພຸດທະເຈົ້າ ຮູ້ດີ ຮູ້ຊອບດ້ວຍພຣະອົງເອງກ່ອນແລ້ວ
ສອນໃຫ້ຜູ້ອື່ນໃຫ້ຮູ້ຕາມ.
2. ພຣະທັມ ຍ່ອມຮັກສາຜູ້ປະພຶດທັມ ບໍ່ໃຫ້ຕົກໄປໃນທີ່ຊົ່ວ
3. ພຣະສົງ ປະຕິບັດຊອບຕາມຄຳສັ່ງສອນຂອງພຣະພຸດທະເຈົາແລ້ວ
ສອນຜູ້ອື່ນປະຕິບັດຕາມດ້ວຍ.
ຄຳອະທິບາຍ:
ຄຸນຂອງພຣະຣັຕຕະນະໄຕຣ ຄື ພຣະພຸດ, ພຣະທັມ ແລະພຣະສົງເອີ້ນວ່າ
ພຣະພຸດທະເຈົ້າຕັດສະຮູ້ດ້ວຍ
ອະຣິຍະສັດ 4 ຢ່າງ: ທຸກ
ສະມຸທັຍ ນິໂຣທ ແລະມັກ ດ້ວຍພຣະອົງເອງກ່ອນແລ້ວຈຶ່ງສອນຜູ້ອື່ນໃຫ້ຮູ້ຕາມດ້ວຍ
ໃນເບື້ອງຕົນ ຊົງສອນ ພຣະປັນຈະ ວັກຄີທັງ 5 ແລະພຣະຍະສະ ກັບສະຫາຍໃຫ້ຮູ້ຕາມ ແລະຊົງສອນຕໍ່ມາອີກ 45 ປີ ຈົນເຖິງພຣະນິພພານ
ພຣະທັມ ທີ່ພຣະພຸດທະເຈົ້າຊົງສັ່ງສອນນັ້ນ ຄື
ຫ້າມບໍ່ໃຫ້ທຳຄວາມຊົ່ວທັງປວງ ໃຫ້ທຳຄວາມດີ ແລະທຳໃຈໃຫ້ຜ່ອງໃສເປັນຕົ້ນ
ເປັນການສອນໃຫ້ປະຕິບັດຊອບ ເມື່ອປະພຶດຕາມ ກໍ່ຍ່ອມຣັກສາຜູ້ປະພຶດນັ້ນ
ບໍ່ໃຫ້ຕົກໄປໃນທີ່ຊົ່ວ ທັງໃນໂລກນີ້ ແລະໂລກໜ້າ
ພຣະສົງຜູ້ປະພຶດຕາມຄຳສັ່ງສອນຂອງພຣະພຸດທະເຈົ້າແລ້ວ
ໄດ້ສອນພຣະພິກຂຸ ສາມະເນນ ອຸປາສົກ ອຸປາສິກາ ໃຫ້ທຳຕາມດ້ວຍໃນເບື້ອງຕົ້ນ ພິກຂຸ 10 ອົງ ແຍກຍາຍອອກໄປສອນປະຊາຊົນ ແລະຕໍ່ມາ ພຣະສົງອົງອື່ນກໍ່ປະຕິບັດ
ເຊັ່ນດຽວກັນ ຕັ້ງແຕ່ຄັ້ງພຣະພຸດທະການຈົນຮອດທຸກວັນນີ້.
ດ້ວຍເຫດນີ້
ພຣະພຸດທະເຈົ້າ ພຣະທັມ ແລະພຣະສົງຈຶ່ງນັບວ່າ ເປັນຜູ້ມີຄຸນແກ່ໂລກ

0 Comments