ອັນຕະລາຍຂອງພຣະ-ເນນ ບວດໃໝ່

 


ອັນຕະລາຍຂອງພຣະພິກຂຸ
ສາມະເນນຜູ້ບວດໃໝ່ 4 ຢ່າງ

1. ອົດທົນຕໍ່ຄຳສັ່ງສອນບໍ່ໄດ້

2. ເປັນຄົນເຫັນແກ່ປາກ ແກ່ທ້ອງ

3. ເພີດເພີນໃນກາມມະຄຸນ

4. ຮັກຜູ້ຍິງ

          ຄຳອະທິບາຍ: ພິກຂຸສາມະເນນຜູ້ບວດໃໝ່ ຕ້ອງໄດ້ສຶກສາທັມມະວິນັຍ ຈາກພຣະອຸປັຊຊາອາຈານ ແລະຕ້ອງປະຕິບັດຕໍ່ທັມມະວິນັຍທີ່ຕົນບໍ່ເຄີຍປະຕິບັດຕັ້ງແຕ່ວັນບວດເປັນຕົ້ນໄປ ຖ້າອົດທົນຕໍ່ຄຳສັ່ງສອນບໍ່ໄດ້ ຄືເບື່ອຕໍ່ຄໍສັ່ງສອນ ຂີ້ຄານເຮັດຕາມ ກໍ່ເປັນອັນຕະລາຍແກ່ພົມມະຈັນ ທ່ານປຽບເໝືອນເຮືອ ທີຖືກນ້ຳພັດອອກນອກວັງ

          ພິກຂຸສາມະເນນ ຕ້ອງອາໃສອາຫານບິນທະບາດທີ່ຜູ້ສັດທາຖວາຍຕາມໄດ້ ຕາມມີ ເຊັ່ນ ຕ້ອງການອາຫານຮ້ອນ ຊໍ້ພັດໄດອາຫານເຢັນ ເປັນຕົນແລະສັນໃນກຳນົດເວລາຕາມພຣະວິນັຍ ຖ້າເປັນຄົນເຫັນແກ່ປາກ ແກ່ທ້ອງ ຄື ອົດ ທົນຕໍ່ຄວາມຫິວບໍ່ໄດ້ ກໍ່ຢູ່ປະພຶດພົມມະຈັນບໍ່ໄດ້ ທ່ານອຸປມາເໝືອນເຮືອຈະລະເຂົ້າທີ່ເຫັນແກ່ການກິນ

          ຜູ້ບວດແລ້ວຕ້ອງເວັ້ນຈາກກາມມະຄຸນ ຄື ຮູບສຽງ ກິ່ນ ຣົດ ໂຜດຖັພພະ ອັນໜ້າປາຖະ ໜາ ພໍໃຈ ຖ້າມີຄວາມເພີດເພີນຢູ່ໃນກາມມະຄຸນຢາກມີຄວາມສຸກສະໜຸກສະໜານຍິ່ງຂຶ້ນ

ເລື້ອຍໆ ກໍ່ບວດຢູ່ບໍ່ໄດ້ກໍ່ຕ້ອງກັບໄປເປັນຄະຫັດຕາມເດີມ ທ່ານປຽບເໝືອນເຮືອ ທີຖືກນ້ຳພັດອອກນອກວັງ

          ຜູ້ບວດແລ້ວແຕ່ຍັງຮັກຜູ້ຍິງ ຕັດໃຈຂາດບໍ່ໄດ້ໃຈຍ່ອມປັນປວນລວນເລ ບໍ່ນານກໍ່ຕ້ອງຢາກສິກ ທ່ານປຽບ

ເໝືອນເຮືອທີຖືກນ້ຳພັດອອກນອກວັງ

ພິກຂຸສາມະເນນຜູ້ຫວັງຄວາມຈະເລີນແກ່ຕົນ ຄວນລະວັງຕົນ ຢ່າໃຫ້ອັນຕະລາຍ 4 ຢ່າງມາເຖິງຕົນໄດ້.

Post a Comment

0 Comments

ຄວາມຄິດເຫັນ