ມຸງຄຸນທີ 38
ເຂມັງ “ຈິດກະເສມ”
ໄພຂອງມະນຸດ
ທັນທີທີ່ເກີດມາມືນຕາເບິ່ງໂລກ ເຮົາກໍຕ້ອງພົບກັບໄພຕ່າດ. ນາໆຊະນິດ ທີ່ພ້ອມຈະເຮັດໃຫ້ຕາຍໄດ້ທຸກວິນາທີ ຄືກັບລອຍນ. ທ່າມກາງຄວາມມືດຢູ່ກາງທະເລ ມະຫາໂຫດ ເຊິ່ງມີໄພກໍ່ກວນເຂົາ ຕະຫລອດເວລາ
1. ໄພພາຍໃນ ເມື່ອເກີດມາເຮົາກໍມີໄພຊະນິດນີ້ຄັກຢູ່ອ້ອມຕົວຕະຫລອດເວລາ ເບື້ອງຫລັງ ຄືຊາຕິໄພ ໄພຈາກ ການເກີດ ເບື້ອງຂວາ ຄືຊະຣາໄພ ໄພຈາກຄວາມແກ່ ເບື້ອງຊ້າຍ ຄືພະຍາທິໄພ ໄພຈາກຄວາມເຈັບ ເບື້ອງໜ້າ ຄືມໍລະນະໄພ ໄພຈາກຄວາມຕາຍ
2. ໄພພາຍນອກ ມີຢູ່ນັບບໍ່ຖ້ວນເຊັ່ນ
ກ. ໄພຈາກຄົນ ເຊັ່ນຕົວຮ້າຍ ເມຍຊົ່ວ ລູກຊົ່ວ ເພື່ອນທີ່ບໍ່ດີ ຄົນພານ ຄົນເກເລ ນັບບໍ່ຖ້ວນ
ຂ. ໄພຈາກທໍາມະຊາດ ເຊັ່ນ ນ້ໍາຖ້ວມ ແຜ່ນດິນໄຫວ ພູໄຟ ລະເບີດ ຟ້າຜ່າ
ຄ. ໄພຈາກບາບກໍາທັນ ຖືກລ້າງຜານທຸກຮູບແບບ ເຄີຍ ບຽດບຽນສັດກໍ່ເຮັດໃຫ້ຕ້ອງເຈັບໄຂ້ໄດ້ປ່ວຍພິການກໍມີ ເຄີຍຕົວະກໍ່ເຮັດ ໃຫ້ຄວາມຈໍາເຊື່ອມ ໄປລັກຂອງເຂົາ ເຂົາຈັບໄດ້ກໍຖືກຂັງຄຸກ ຖືກລົງໂທດ

ເປັນຫຍັງເຮົາຈຶ່ງຕ້ອງພົບກັບໄພເຫລົ່ານີ້
ການທີ່ເຮົາຕ້ອງຕົກຢ່າງທ່າມກາງວົງລ້ອມຂອງໄພທັງຫລາຍ ດິ້ນບໍ່ຫລຸດ ເກີດແລ້ວຕາຍ ຕາຍແລ້ວເກີດກໍ່ຍັງ ຕ້ອງຮັບທຸກຮັບໄພແສນໆ ເປັນລ້ານໆຊາດມາ ແລ້ວ ທັງນີ້ກໍ່ຍ້ອນວ່າຖືກຜູກມັດດ້ວຍ ໂຍຄະ ແປ ວ່າເຄື່ອງຜູກມັດ ສັດໄວ້ໃນພົບ ມີຢູ່ 4 ປະການ
1. ກາມມະໂຍຄະ ຄືຄວາມຍິນດີພໍໃຈໃນກາມມະຄຸນ ຢາກຟັງ ເພງມ່ວນໆ ຢາກກິນອາຫານແຊບໆ ໄດ້ນຸ່ງເຄື່ອງ ງາມໆ ຢາກເຫັນຮູບງາມໆ ໄດ້ສໍາພັດນຸ້ມນວນ ໄດ້ແຟນງາມ ມີຊັບສົມບັດ ຄວາມໄຄ່ທັງຫລາຍເຫລົ່ານີ້ປຽບເໝືອນເຊືອກ ທີ່ຜູກມັດຕົວເຮົາໄວ້ ້
2. ພະວະໂຍຄະ ຄືຄວາມຍິນດີພໍໃຈໃນຣູປະຍານ ແລະອະຣູປະ ຍານ ຄົນທີ່ພົ້ນຈາກເຊືອກເຊືອກຜູກເສັ້ນທໍາອິດ ພົ້ນກາມມະ ໂຍຄະມາ ໄດ້ ກໍ່ມາພົບກັບເຊືອກເສັ້ນທີສອງນີ້ ຄືເມື່ອພົບກັບຄວາມສຸກຈາກການ ທີ່ໃຈເລີ່ມສະຫງົບທໍາສະ ມາທິຈົນໄດ້ຣູປະຍານ ຫລືອະຣູປະຍານກໍ ພໍໃຈຍິນດີຕິດຢູ່ໃນຄວາມສຸກຈາກອາລົມຂອງຍານ ໝົດບຸນກໍ່ຕ້ອງລົງ ມາເກີດ ພົບກັບໄພອີກ ນີ້ເປັນເໝືອນເຊືອກເສັ້ນທີສອງ
3. ທິດຖິໂຍຄະ ຄືຄວາມຍຶດຖືຄວາມຄິດເຫັນທີ່ຜິດໆຂອງຕົນເອງ ເຊັ່ນເຫັນວ່າພໍ່ແມ່ບໍ່ມີພະຄຸນຕໍ່ຕົນ ເຫັນວ່າໂລກ ນີ້ໂລກໜ້າບໍ່ມີຈິງ ເຫັນວ່າຕົນເອງຈະພົ້ນທຸກໄດ້ດ້ວຍການບວງສວງອ້ອນວອນ ໃນຍັງມືດຢູ່ຍັງໄປຫລົງຍຶດຄວາມເຫັນຜິດໆ ຢູ່ສິ່ງນີ້ຈຶ່ງເປັນເໝືອນເຊືອກເສັ້ນທີ່ສາມ
4. ອະວິດຊາໂຍຄະ ຄືຄວາມບໍ່ຮູ້ແຈ້ງໃນພຣະສັດທັມຄວາມສະຫວ່າງຂອງໃຈຍັງບໍ່ພໍ ຍັງບໍ່ເຫັນອະຣິຍະສັດສີ່ບໍ່ເຫັນ ທາງພົ້ນທຸກພົ້ນໄພ ນີ້ກໍ່ເປັນເໝືອນເຊືອກເສັ້ນທີສີ່
ທັງ 4 ຢ່າງນີ້ເປັນຄືເຊືອກສີ່ຂອດ ທີ່ລັດຕົວເຮົາໄວ້ກັບ ຕ້ອງວຽນວາຍຕາຍເກີດໃນວັດຕະສົງສານໂດຍບໍ່ມີມື້ຈົບ ເຮັດໃຫ້ຕ້ອງມາພົບກັນໄພທັງຫຼາຍບໍ່ສາມາດຫຼີກຫນີໄດ້ເລີຍ.

ຈິດທີ່ກະເສມແມ່ນຫຍັງ ?
ໝາຍເຖິງສະພາບຈິດທີ່ໝົດກິເລດແລ້ວຈິດເປັນອິດສະຫລະເສຣີ ໃຫ້ຄ່ອງຕົວບໍ່ຕິດຂັດ ບໍ່ອຶດອັດອີກຕໍ່ໄປ ບໍ່ມີໄພ ໃດໆມາບີບຄັ້ນໄດ້ ຈຶ່ງມີຄວາມສຸກຢ່າງແທ້ຈິງ ພົ້ນຈາກການວຽນວາຍຕາຍເກີດ ຜູ້ທີ່ຈິດກະເສີມໄດ້ຢ່າງແທ້ຈິງ ຄືຜູ້ທີ່ມີໃຈ ສະຫງົບນິ້ງຢູ່ໃນນິພພານຕະຫລອດເວລາ ເຊິ່ງກໍ່ໄດ້ແກ່ພຣະອໍລະຫັນນັ້ນເອງ “ກະເສມ ແປວ່າ ປອດໄພ ພົ້ນໄພ ໝົດກິເລດ ມີຄວາມສຸກ ຫລື ສະພາບທີ່ມີຈິດໃຈທີ່ເປັນສຸກ ມີຈິດກະເສມກໍ່ ຄືມີຈິດທີ່ເປັນສຸກໃນທີ່ນີ້ ໝາຍເຖິງການລະແລ້ວເຊິ່ງກິເລດ ທີ່ທ່ານກ່າວໄວ້ຄືເປັນເຄື່ອງຜູກຢູ່” 4 ປະການ
1. ການລະກາມມະໂຍຄະ ຄືການລະຄວາມຍິນດີໃນວັດຖຸ ສິ່ງທີ່ມີ ຊີວິດທັງຫລາຍຮຽກວ່າກາມມະຄຸນ ເຊິ່ງປະ ກອບດ້ວຍຮູບ ສຽງ ກິ່ນ ລົດ ແລະ ສໍາພັດ ້
2. ການລະພາວະ ໂຍຄະ ຄືການລະຄວາມຍິນດີໃນພົບ ໂດຍໃຫ້ເຫັນວ່າສິ່ງຕ່າງໆໃນໂລກບໍ່ທ່ຽງແທ້ ຫລືຄົງຢູ່ ຕະຫລອດໄປ
3. ການລະທິດຖິໂຍຄະ ຄືການລະຄວາມຍິນດີໃນຄວາມເຫັນຜິດ ເປັນຊອບ ໂດຍໄດ້ດໍາເນີນຕາມຫລັກຄໍາສອນ ຂອງພຣະພຸດທະເຈົ້າ ທີ່ກ່າວມາແລ້ວ
4. ການລະອະວິຊາໂຍຄະ ູູູຄືການລະຄວາມຍິນດີໃນອະວິຊາທັງຫຼາຍ ູຄວາມບໍ່ຮູ້ທັງຫຼາຍ ໂດຍການຕັ້ງໜ້າປະຕິບັດເພື່ອປັນຍາທີ່ຮູ້ແຈ້ງເຫັນຈິງຕາມອາຣິຍະສັຈ 4 ທີ່ພຣະພຸດທະເຈົ້າຊົງຄົ້ນພົບເປັນຕົ້ນ.

ວິທີຈັດການກັບຄວາມທຸກ ໃນເລື້ອງຂອງຄວາມຍຶດຕິດຖືໝັ້ນ ກໍ່ຄືໃຫ້ບອກຕົວເອງໄວ້ສະເຫມີວ່າ ສັບພະສິ່ງຂອງ ໃຊ້ບໍ່ແມ່ນຂອງເຮົາເພາະເມື່ອໃດກໍ່ຕາມ ທີ່ເຮົາຄິດວ່າສິ່ງໃດເປັນຂອງເຮົາ ກໍ່ໃຫ້ຮູ້ໄວ້ເລີຍວ່າ ເມື່ອນັ້ນເຮົາກໍລົງນໍາພາຊີວິດ ເຂົ້າໄປສູ່ຫົນທາງແຫ່ງຄວາມທຸກ.

0 Comments