ບຸກຄົນຫາໄດ້ຍາກ



ບຸກຄົນຫາໄດ້ຍາກ

1.   ບຸບພະກາຣີ   ບຸບພະກາຣີ ຄື ຜູ້ທຳອຸປະກາລະກ່ອນ ຊ່ວຍເຫຼືອຜູ້ອື່ນ ດ້ວຍຄວາມເມດຕາ ບໍ່ໄດ້ຫວັງຜົນຕອບແທນ ເຊັ່ນ: ພຣະພຸດທະເຈົ້າ ມານດາບິດາ ຄູອາຈານ ເປັນຕົ້ນ.

2.   ກະຕັນຍູກະຕະເວທີ ກະຕັນຍູກະຕະເວທີ ຄື ຜຸ້ຮູ້ອຸປະກາຣະທີ່ຜູ້ອື່ນດເຮັດແລ້ວ ແລະຕອບແທນຄຸນ

            ບຸກຄົນຫາໄດ້ຍາກ ເພາະຄົນສ່ວນຫຼາຍເຮັດຫຍັງກໍຫວັງຜົນຕອບແທນ ພໍໃຈທີ່ຈະໄດ້ຮັບຫຼາຍກວ່າເປັນຜູ້ໃຫ້ ເຮັດຫຍັງກໍຢ້ານເສຍປຽບຜູ້ອື່ນ ເຖິງຈະຄິດຊ່ວຍເຫຼືອມັກບໍ່ໄດ້ເຮັດດ້ວຍຄວາມຈິງໃຈ ຫວັງເປັນບຸນຄຸນເທົ່ານັ້ນ ຄົນທີ່ຈະເຮັດເພື່ອຜູ້ອື່ນໄດ້ຈະຕ້ອງອາໄສຈິດໃຈທີ່ເຂັ້ມແຂງບໍລິສຸດມີຄວາມເສຍສະຫຼະຫຼາຍ.

            ກະຕັນຍູກະຕະເວທີຫາໄດ້ຍາດ ເພາະຄົນສ່ວນຫຼາຍໄດ້ດີມີສຸກແລ້ວມັກລືມຜູ້ມີຄຸນ ເຫັນແກ່ຕົວ ສະແຫວງຫາຜົນປະໂຫຍດ ໂດຍບໍ່ໄດ້ຄຳນຶງວ່າຜູ້ອື່ນມີຄຸນຄວາມດີທີ່ຕົນໄດ້ເພິ່ງອາໄສຢ່າງໃດ ເມື່ອຈະຕອບແທນຄຸນ ກໍມັກຈະທຳພຽງແຕ່ອວດຕົນແກ່ຜູ້ອື່ນ ບໍ່ເຮັດດ້ວຍຄວາມຈິງໃຈ,

Post a Comment

0 Comments

ຄວາມຄິດເຫັນ