ທັມເປັນໂລກະບານ


        ຄວາມໝາຍ

            ທັມເປັນໂລກະບານ ຫຼືທັມຄຸ້ມຄອງໂລກ ໝາຍເຖິງ ທັມທີ່ປ້ອງກັນບໍ່ໃຫ້ໂລກເດືອດຮ້ອນວຸ້ນວາຍແລະເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ  ເອີ້ນອີກຢ່າງໜຶ່ງວ່າ “ເທວະທັມ” ຄື ທັມທີ່ເຮັດໃຫ້ຄົນໄດ້ຍົກລະດັບຈິດໃຈໃຫ້ສູງຂຶ້ນ,ທັມທີ່ເຮັດໃຫ້ຄົນເປັນເທວະດາ.

ທັມເປັນໂລກະບານ 2 ຢ່າງ

1.  ຫິຣິ ແປວ່າ ຄວາມລະອາຍແກ່ໃຈ ໄດ້ແກ່ ການລະອາຍແກ່ໃຈຕົນເອງ ຕໍ່ການປະພຶດທີ່ຕໍ່າຊາມ ໂດຍບໍ່ຕ້ອງໃຫ້ໃຜມາຊັກຊວນ ຫຼືຂູ່ເຂັນ ແລະບໍ່ກ້າເຮັດທັງຕໍ່ໜ້າ ແລະລັບຫຼັງຄວາມລະອາຍ ຄື ຄວາມອາຍຄົນ ອາຍຜີສາງເທວະດາ ແລ້ວບໍ່ເຮັດຜິດຂະນົບທຳນຽມປະເພນີ ແລະສີລະທັມອັນດີຂອງສັງຄົມມະນຸດ ຄວາມລະອາຍແກ່ໃຈບໍ່ກ້າເຮັດຄວາມຊົ່ວ ເມື່ອເກີດຄວາມລະອາຍແລ້ວບໍ່ກ້າທີ່ຈະເຮັດຄວາມບໍ່ດີສັນນັ້ນ.

1. ໂອດຕັບປະ ແປວ່າ ຄວາມຢ້ານກວ່າຕໍ່ບາບ ໄດ້ແກ່ ຄວາມຢ້ານກວ່າຕໍ່ການກະທໍາຄວາມຊົ່ວ ບໍ່ກ້າເຮັດຄວາມຜິດ ຄວາມຢ້ານກວ່າ ຄື ຄວາມບໍ່ກ້າເຮັດຜິດຂະນົມທຳນຽມປະເພນີອັນດີງາມ ແລະສີລະທັມຂອງສັງຄົມມະນຸດກໍດີ ຢ້ານຄົນ ຫຼືຢ້ານຜີສາງເທວະດາກໍດີ ຄວາມຢ້ານກວ່າຜົນຂອງຄວາມຊົ່ວທີ່ຈະມາເຖິງຕົນ ເໝືອນຢ້ານຄວາມຮ້ອນແລ້ວບໍ່ກ້າຈັບໄຟສັນນັ້ນ.       

            ພາກຄວາມຮູ້ເພີ່ມເຕີມ:

           1. ວິທີເຝິກໃຫ້ມີຫິຣິ-ໂອດຕັບປະ

    1.ໃຫ້ຮູ້ສຶກລັງກຽດຕໍ່ການທໍາຄວາມຊົ່ວ ການທໍາຄວາມເດືອດຮ້ອນແກ່ສັງຄົມ ເຊັ່ນ ການຍົກ        ພວກຕີກັນ ການມົ້ວສຸມເສບຢາເສບຕິດ

                2. ພິຈາລະນາໃຫ້ເຫັນໂທດຂອງການທໍາຄວາມຊົ່ວ

                3. ເມື່ອຈະເຮັດຫຍັງໃຫ້ຄໍານຶງເຖິງສັກສີ ແລະກຽດຖານະຂອງຕົນ

                4. ສ້າງຄວາມຮູ້ສຶກລັງກຽດຕໍ່ຜົນທີ່ໄດ້ຈາກການທຸຈະຣິດ ແລະໃຫ້ພູມໃຈໃນຜົນທີ່ໄດ້ຈາກ

                ການສຸຈະຣິດ

                5. ໃຫ້ມີຄວາມຮູ້ສຶກວ່າ ຄວາມບໍລິສຸດທາງຈິດໃຈມີຄ່າສູງກວ່າຜົນປະໂຫຍດທາງວັດຖຸ

                6. ໃຫ້ມີຄວາມເຄົາລົບໃນລະບຽບວິໄນ ແລະຫຼັກສີລະທັມ.

            2. ຜົນດີຂອງການມີຫິຣິ-ໂອດຕັບປະ

                1. ເຮັດໃຫ້ເປັນຄົນດີ ມີຄວາມສຸກກາຍສະບາຍໃຈ

                2. ເຮັດໃຫ້ສາມາດປ້ອງກັນຕົນເອງບໍ່ໃຫ້ຕົກໄປໃນຄວາມຊົ່ວໄດ້

                3. ເຮັດໃຫ້ສາມາດບັງຄັບຕົນເອງໄດ້ ບໍ່ເຮັດໃຫ້ສັງຄົມຕ້ອງເດືອດຮ້ອນ

                4. ເປັນທີ່ຮັກໃຄ່ນັບຖືຂອງຜູ້ອື່ນ ບໍ່ມີເວນໄພກັບຜູ້ໃດ

                5. ຊ່ວຍສົ່ງເສີມຄຸ້ມຄອງສັດໂລກຝໃຫ້ຢູ່ເຢັນເປັນສຸກ.

            3. ຫິຣິ-ໂອດຕັບປະ ເປັນທັມຄຸ້ມຄອງໂລກ

                ເນື່ອງຈາກຫິຣິ-ໂອດຕັບປະ ເປັນທັມທີ່ອົບຮົມບົ່ມນິໄສໃຫ້ປານີດ ໃຫ້ເປັນຄົນມີໃຈສູງມະນຸດ ເປັນເຫດໃຫ້ເກີດໃນເທວະໂລກ(ເທວະທັມ) ແລະ ເປັນທາງແຫ່ງຄວາມບໍລິສຸດ ທັງເປັນຜົນໃຫ້ຄຸ້ມຄອງໂລກໃຫ້ຢູ່ເຢັນເປັນສຸກອັນເນື່ອງຈາກບໍ່ມີການບຽດບຽນກັນ ຫາກທຸກຄົນມີ ຫິຣິ-ໂອດຕັບປະ ໂລກຈະມີຄວາມສະຫງົບສຸກ ບໍ່ມີຄຸກເພາະມີແຕ່ຄົນຢ້ານກວ່າຕໍ່ຄວາມຜິດ ມີຄວາມຮັບຜິດຊອບຕໍ່ໜ້າທີ່ສູງ ບໍ່ກ້າບຽດບຽນກັນ ດ້ວຍເຫດນີ້ຈຶ່ງເອີ້ນວ່າ ທັມເປັນໂລກະບານ ຄື ທັມຄຸ້ມຄອງໂລກ.

Post a Comment

0 Comments

ຄວາມຄິດເຫັນ