ກຸສົນມູນ-ອະກຸສົນມູນ

 ກຸສົນມູນ 3 ຢ່າງ

1. ອະໂລພະ     ຄວາມໂລບບໍ່ຢາກໄດ້ຂອງເຂົາ

2. ອະໂທສະ     ຄວາມບໍ່ຄິດປອງຮ້າຍໃຫ້ແກ່ບຸກຄົນອ່ນ

3. ອະໂມຫະ     ຄວາມບໍ່ຫລົງໄຫລ

          ຄຳອະທິບາຍ: ຮາເຫງົ້າຂອງ ອະກຸສົນ ຄື ຄວາມດີ ເອີ້ນວ່າ ກຸສົນມູນ

          ຄວາມບໍ່ຢາກໄດ້ສິ່ງຂອງ ຂອງບຸກຄົນອື່ນມາເປັນຂອງຕົນເອງ ຊື່ວ່າ ອະໂລພະ ເມື່ອມີອະໂລພະແລ້ວ ຄວາມດີຢ່າງອື່ນ ຄື ຄວາມບໍ່ຢາກໄດ້ຂອງເຂົາ ຄວາມສັນໂດດຍິນດີດ້ວຍຊັບສົມບັດຂອງຕົນ ຄວາມມັກນ້ອຍ ຄວາມເສຍສະຫຼະ ຄວາມຊື່ສັດ ແລະຄວາມມີສຸຈະຣິດເປັນຕົ້ນ ທີ່ຍັງບໍ່ເກີດກໍ່ເກີດຂຶ້ນ ທີ່ເກີດຂຶ້ນແລ້ວ ກໍ່ຈະເລີນຫຼາຍຂຶ້ນ.

          ຄວາມບໍ່ຄິດຮ້າຍເຂົາ ຊື່ວ່າ ອະໂທສະ ເມື່ອມີ ອະໂທສະແລ້ວຄວາມດີຢ່າງອື່ນ ຄື ຄວາມບໍ່ຈ່ອງລ້ານ ຈ່ອງຜານບຸກຄົນອື່ນ ຄວາມເມດຕາ ກະຣຸນາການໃຫ້ອາໄພ ການເວົ້າໃຫ້ກຳລັງໃຈ ການປະພຶດສິ່ງທີ່ເປັນປະໂຫຍດແກ່ຜູ້ອື່ນເປັນ ຕົ້ນ ທີ່ຍັງບໍ່ເກີດກໍ່ເກີດຂຶ້ນ ທີ່ເກີດຂຶ້ນແລ້ວ ກໍ່ຈະເລີນຫຼາຍຂຶ້ນ.

          ຄວາມບໍ່ຫລົງ ຄືຄວາມຮູ້ຕາມຄວາມເປັນຈິງວ່າ ແນວໃດຜິດ ສິ່ງໃດຖືກ ເປັນຕົ້ນ ຊື່ວ່າ ອະໂມຫະ ເມື່ອມີອະໂມຫະ ຄວາມດີຢ່າງອື່ນ ຄື ຄວາມພອຍຍິນດີ ຄວາມອ່ອນນ້ອມຖ່ອມຕົນ ຄວາມວ່າລອນ ສອນງ່າຍ ແລະຄວາມເຫັນຊອບຕາມທຳນອງຄອທັມເປັນຕົ້ນ ທີ່ຍັງບໍ່ເກີດກໍ່ເກີດຂຶ້ນ ທີ່ເກີດຂຶ້ນແລ້ວ ກໍ່ຈະເລີນຫຼາຍຂຶ້ນ.

          ກຸສົນມູນທັງ 3 ຢ່າງນີ້ ຢ່າງໃດ ຢ່າງໜຶ່ງມີຢູ່ແລ້ວ ຄວາມດີຢ່າງອື່ນ ດັ່ງກ່າວນັ້ນ ທີ່ຍັງບໍ່ເກີດກໍ່ເກີດຂຶ້ນທີ່ເກີດຂຶ້ນແລ້ວກໍ່ຈະເລີນຫຼາບຂຶ້ນ ເຫດນັ້ນ ຄວນໃຫ້ເກີດມີໃນສັນດານ.

ອະກຸສົນມູນ 3 ຢ່າງ

1. ໂລພະ        ຄວາມໂລບຢາກໄດ້ຂອງເຂົາ

2. ໂສສະ        ຄວາມຢາກຮ້າຍໃຫ້ແກ່ເຂົາ

3. ໂມຫະ        ຄວາມຫລົງບໍ່ຮູ້ແຈ້ງ

          ຄຳອະທິບາຍ: ຮາກເຫງົ້າຂອງອະກຸສົນ ຄື ຄວາມບໍ່ດີ ເອີ້ນວ່າ ອະກຸສົນລະມູນ ຄວາມຢາກໄດ້ສິ່ງຂອງຂອງຄົນອື່ນມາເປັນຂອງຕົນເອງ ຊື່ວ່າ ໂລພະ ຄວາມບໍ່ດີຢ່າງອື່ນ ເຊັ່ນ ຄວາມມັກໄດ້  ຄວາມມມັກຫຼາຍ ຄວາມຂີ້ຖີ່ ຄວາມຫຼອກລວງ ການລັກເລັກຂະໂມຍນ້ອຍ ແລການປຸ້ນຊັບເປັນຕົ້ນ ທີ່ຍັງບໍ່ ເກີດ ກໍເກີດຂຶ້ນ ທີ່ເກີດຂຶ້ນແລ້ວກໍຈະເລີນຫຼາຍຂຶ້ນ.

          ຄວາມຄິດຮ້າຍຜູ້ອື່ນ ຊື່ວ່າ ໂທສະ ເມື່ອມີໂທສະແລ້ວ ຄວາມບໍ່ດີຢ່າງອື່ນ ເຊັ່ນ ຄວາມຈ່ອງລ້າງ ຈອງຂານ ຄວາມຈອງເວນ ການເວົ້າຄໍຫຍາບ ການວ່າຮ້າຍ ການທຳຮ້າຍ ແລະການຂ້າເຂົາເປັນຕົ້ນ ທີ່ຍັງບໍ່ເກີດ ກໍ່ເກີດຂຶ້ນທີ່ເກີດຂຶ້ນແລ້ວ ກໍ່ຈະເລີນຫຼາຍຂຶ້ນ.

          ຄວາມຫລົງບໍ່ຮູ້ແຈ້ງວ່າ ແນວໃດຜິດ ສິ່ງໃດຖືກ ຊື່ວ່າ ໂມຫະ ເມື່ອມີ ໂມຫະ ແລ້ວຄວາມບ່ດີຢ່າງອື່ນ ເຊັ່ນ ຄວາມລົບລູ່ບຸນຄຸນ ການຕີຕົວໃຫ້ສະໝ່ຳສະເໝີກັນ ຄວາມຖືຕົວ ແລະຄວາມເຫັນຜິດເປັນຖືກເປັນຕົ້ນ ທີບັງບໍ່ເກີດ ກໍ່ເກີດຂຶ້ນ ທີ່ເກີດຂຶ້ນແລ້ວກໍ່ຈະເລີນຫຼາຍຂຶ້ນ.

          ອະກຸສົນມູນ 3 ຢ່າງນີ້ ຢ່າງໃດ ຢ່າງໜຶ່ງມີຢູ່ແລ້ວ ອະກຸສັນຢ່າງອື່ນດັ່ງກ່າວນັ້ນ ທີ່ຍັງບໍ່ເກີດ ກໍ່ເກີດຂຶ້ນ ທີ່ເກີດຂຶ້ນແລ້ວ ກໍ່ຈະເລີນຫຼາຍຂຶ້ນ ເຫດນັ້ນຄວນລະເສຍ.




 


Post a Comment

0 Comments

ຄວາມຄິດເຫັນ