ວິໄນ ຄືຂໍ້ກໍານົດ ຂໍ້ບັງຄັບ ກົດເກນເພື່ອຄວບຄຸມໃຫ້ມີຄວາມ ເປັນລະບຽບນັ້ນເອງ ມີທັງວິໄນຂອງສົງ ແລະຂອງຄົນທົ່ວໄປ ສໍາລັບຂອງສົານັ້ນມີທັງຫມົດ 7 ຢ່າງ ຫລືເອີ້ນວ່າອານາຄາຣິຍະວິໄນ ສ່ວນຂອງບຸກຄົນທົ່ວໄປ ມີ 10 ຢ່າງ ຄືການລະເວັ້ນຈາກອະກຸສົນ 10 ປະການ
ອະນາຄາຣິຍະວິໄນຂອງພຣະ
1. ປາຕິໂມກຂະສັງວະຣະ ສໍາລວມໃນປາຕິໂມກ ຄືການຮັກສາ ສິກຂາບົດຢ່າງເຄັ່ງຄັດຕາມທີ່ຊົງບັນຍັດໄວ້ໃນພຣະປາຕິໂມກ ມີສິນທັງ ຫມົດ 227 ຂໍ້
2. ອິນທະຣິຍະສັງວະຣະ ຄືການສໍາລວມອາຍະຕະນະທັງ 5 ແລະ ກາຍ ວາຈາ ໃຈ ໃຫ້ຢູ່ກັບຮ່ອງກັບຮອຍ ໂດຍຢ່າໄປເພີດເພີນຕິດກັບ ສິ່ງທີ່ມາສໍາຜັດເຫລົ່ານັ້ນ
3. ອາຊີວະປາຣິສຸດທິສັງວະຣະ ຄືການຫາລ້ຽງຊີບໃນທາງທີ່ຊອບ ຄືການອອກບິນທະບາດບໍ່ໄດ້ຮຽກຮ້ອງ ທ່ຽວຂໍເງິນຊາວບ້ານມາເພື່ອ ຄວາມອຸດົມສົມບູນຂອງຕົວເອງ
4. ສັດຈະຍະປັດຈະເວກຂະນະ ຄືການພິຈາລະນາສິ່ງຂອງ ທັງຫລາຍເຖິງຄຸນປະໂຫຍດໂດຍເນື້ອແທ້ຂອງສິ່ງເຫລົ່ານັ້ນຢ່າງຈິງຈັງ ໂດຍໃຊ້ເພື່ອບໍລິໂພກ ເພື່ອປະໂຫຍດຄວາມຢູ່ລອດ ແລະຄວາມເປັນ ໄປຂອງຊີວິດເທົ່ານັ້ນ
ວິໄນສໍາລັບຄາລະວາດ
ເອີ້ນວ່າ ອາຄາຣິຍະວິໄນ (ອະກຸສົນກໍາມະບົດ 10 ປະການ)
1. ບໍ່ຂ້າຊີວິດຄົນ ຫລືສັດບໍ່ວ່ານ້ອຍ ຫລືໃຫຍ
2. ບໍ່ລັກຊັບສິ່ງຂອງໆຄົນອື່ນມາເປັນຂອງຕົນ
3. ບໍ່ປະພຶດຜິດໃນກາມ ຜິດລູກຜິດເມຍ ຂົ່ມຂືນກະທໍາອະນະຈານທາງເພດ
4. ບໍ່ເວົ້າຕົວະຫລອກລວງໃຫ້ຫລົງເຊື່ອ ຫລືຊວນເຊື່ອ
5. ບໍ່ເວົ້າສໍ່ສຽດ ນິນທາວ່າຮ້າຍ ຍຸແຍ່ໃຫ້ຄົນແຕກແຍກກັນ
6. ບໍ່ເວົ້າຈາຫຍາບຄາຍ ໃຫ້ເປັນທີ່ສະແຫວງຫູຄົນອື່ນ
7. ບໍ່ເວົ້າຈາໄຮ້ສາລະຫາປະໂຫຍດບໍ່ໄດ້ ຫລືທີ່ເອີ້ນວ່າເວົ້າໂລເລ ບໍ່ມີເຫດຜົນ ຫລືປະໂຫຍດອັນໃດ.
8. ບໍ່ໂລບມາກຢາກໄດ້ຂອງເຂົາ ຄືມີຄວາມຄິດຢາກເອົາຂອງຄົນອື່ນມາເປັນຂອງເຮົາ
9. ບໍ່ຄິດຮ້າຍ ຜູກໃຈເຈັບແຄ້ນ ປອງຮ້າຍຄົນອື່ນ
10. ບໍ່ເຫັນຜິດເປັນຖືກ ເຊັ່ນເຫັນວ່າພໍ່ແມ່ບໍ່ມີຄວາມສໍາຄັນ ບຸນຫລືກໍບໍ່ມີຈິງ
ອານິສົງຂອງສິນ
1. ເປັນທາງມາແຫ່ງໂພຄະຊັບສົມບັດ ຫລືເຮັດໃຫ້ສາມາດໃຊ້ຊັບ ໄດ້ເຕັມອີ່ມ ໂດຍບໍ່ຕ້ອງລະຫວາດລະແວງວ່າຈະມີໃຜມາທວງຄືນ
2. ມີຊີວິດຢູ່ດ້ວຍຄວາມເປັນສຸກ ບໍ່ຕ້ອງລະຫວາດລະແວງວ່າຈະມີໃຜມາປອງຮ້າຍ
3. ກຽດຕິຄຸນກ້ອງກັງວານວ່າເປັນຄົນເຊື່ອຖືໄດ້ມີອະນາຄົດດີ
4. ກ້າຫານໃນທ່າມກາງຊຸມຊົນ
5. ເປັນຄົນບໍ່ຫລົງລືມສະຕິມີຄວາມຈໍາດີ
6. ຕາຍແລ້ວໄປເກີດໃນສະຫວັນ ສຸຄະຕິເປັນທີ່ໄປ ແລະເປັນທາງດໍາເນີນໄປສູ່ມັກຜົນ ນິບພານໃນທີ່ສຸດ
ປະໂຫຍດຂອງວິໄນ ທັງທາງໂລກ ແລະທາງທໍາລວມກັນແລ້ວເຮັດໃຫ້ ເກີດປະໂຫຍດ
1. ວິໄນນນໍາໄປດີ ຫມາຍຄວາມວ່າເຮັດໃຫ້ຜູ້ຮັກສາວິໄນດີຂຶ້ນ ຍົກຖານະຜູ້ມີວິໄນໃຫ້ສູງຂຶ້ນ
2. ວິໄນນນໍາໄປແຈ້ງ ຄໍາວ່າ ແຈ້ງ ແປວ່າ ສະຫວ່າງ ຫລືເປີດເຜີຍບໍ່ ຄຸມເຄືອ ວິໄນນໍາໄປແຈ້ງ ຄືເປີດເຜີຍທາດແທ້ຂອງຄົນໄດ້ວ່າໄວ້ໃຈໄດ້ ພຽງໃດ ໂດຍເບິ່ງວ່າເປັນຄົນມີວິໄນ ຫລືບໍ່
3.ວິໄນນໍາໄປຕ່າງ ເຮົາເບິ່ງຄວາມແຕກຕ່າງຂອງຄົນດ້ວຍວິໄນ ຍົກຕົວຢ່າງຄົນທີ່ມີພັກພວກ ແລະອາວຸດໄວ້ສູ້ຮົບກັບຄົນອື່ນ ຖ້າມີວິໄນ ເຮົາເອີ້ນວ່າ “ກອງທະຫານ” ເປັນຮົ້ວຂອງຊາດ ຖ້າບໍ່ມີວິໄນເຮົາເອີ້ນ ວ່າ “ກອງໂຈນ” ເປັນສ້ຽນຫນາມຂອງແຜ່ນດິນ ຄົນທີ່ມີອາວຸດຍ່າງບົນ ຢູ່ໃນຊຸມຊົນ ຖ້າມີວິໄນເຮົາເອີ້ນວ່າ “ຕໍາຫລວດ” ເປັນຜູ້ພິທັກສັນຕິ ລາດ ຖ້າບໍ່ມີວິໄນເຮົາເອີ້ນວ່າ “ນັກເລງອັນຕະພານ” ເປັນຜູ້ພິຂາດ ສັນຕິສຸກ ຄົນທີ່ທ່ຽວພິກຂາຈານເພິ່ງຄົນອື່ນລ້ຽງຊີວິດ ຖ້າມີວິໄນຮັກສາ ສິນ 227 ເຮົາເອີ້ນວ່າ “ພຣະພິກຂຸ” ເປັນບຸນຂອງຜູ້ໃຫ້ທານ ຖ້າບໍ່ມີວິ ໄນເອີ້ນວ່າ “ຂໍທານ” ອາດສ້າງຄວາມລໍາຄານໃຫ້ແກ່ຜູ້ຖືກຂໍ ເຮົາຕ້ອງການກ້າວໄປສູ່ຄວາມດີຄວາມກ້າວຫນ້າ ເຮົາຕ້ອງການຄວາມ ບໍລິສຸດກະຈ່າງແຈ້ງ ເຮົາຕ້ອງ ການຍົກຖານະໃຫ້ສູງຂຶ້ນ ເພາະສະນັ້ນ ເຮົາຈຶ່ງຈໍາເປັນຕ້ອງຮັກສາວິໄນດີ ຫມາຍເຖິງຜູ້ຮັກສາວິໄນທັງທາງ ໂລກ ແລະທາງທໍາຢ່າງຖືກຕ້ອງ ແລະເຄັ່ງຄັດ.

0 Comments