ມຸງຄຸນທີ 8 ການມີສິລະປະ

  


ສິລະປະ ຄືສິ່ງທີ່ສະແດງອອກເຖິງຄວາມງາມລະອຽດອ່ອນ ແລະມີຄວາມສຸນທະລີ ຢາກເປັນຄົນມີສິລະປະ ຕ້ອງຝຶກໃຫ້ມີຄຸນສົມບັດເຫລົ່ານີ້ ຄື
1. ມີສັດທາໃນຄວາມງົດງາມຂອງສິ່ງຕ່າງໆ 
2. ຫມັ່ນສັງເກດ ແລະພິຈາລະນາ 
3. ມີຄວາມປານີດ ອາລົມລະອຽດອ່ອນ 
4. ເປັນຄົນສຸຂຸມ ມີຄວາມຄິດສ້າງສັນ 
ອົງປະກອບຂອງສິລະປະ ສິ່ງທີ່ຈັດວ່າເປັນສິລະປະຕ້ອງປະກອບດ້ວຍ ອົງປະກອບ 6 ຢ່າງດັ່ງນີ້ 
1. ເຮັດດ້ວຍຄວາມປານີດ 
2. ເຮັດໃຫ້ສິ່ງຂອງຕ່າງໆມີຄຸນຄ່າສູງຂຶ້ນ 
3. ເຮັດແລ້ວສົ່ງເສີມໃຫ້ມີຄວາມຄິດສ້າງສັນ 
4. ເຮັດແລ້ວບໍ່ເຮັດໃຫ້ການເກີດຂຶ້ນ 5. ເຮັດແລ້ວບໍ່ເຮັດໃຫ້ຄວາມຄິດພະຍາບາດເກີດຂຶ້ນ
6. ເຮັດແລ້ວບໍ່ເຮັດໃຫ້ຄວາມຄິດບຽດບຽນເກີດຂຶ້ນ 
ຄຸນສົມບັດຂອງຜູ້ສາມາດມີສິລະປະ
1. ຕ້ອງມີສັດທາ ມີຄວາມເຊື່ອຫມັ້ນໃນສິ່ງທີ່ຈະເຮັດ ວ່າເປັນຂອງດີ ແທ້ ມີປະໂຫຍດແທ້ ມີໃຈຮັກທີ່ຈະເຮັດ ແລະຕັ້ງໃຈຫມັ້ນວ່າຈະເຮັດ ໃຫ້ສໍາເລັດ
2. ບໍ່ເປັນຄົນຂີ້ພະຍາດ ຮູ້ຈັກຮັກສາສຸຂະພາບຂອງຕົນເອງ
3. ບໍ່ເປັນຄົນຂີ້ໂມ້ຂີ້ຄຸຍ ຄົນໂອ້ອວດບໍ່ມີໃຜຢາກສອນ ບໍ່ມີໃຜຍ... ແນະນໍາ ຄົນພວກນີ້ມັກແຕ່ອວດ ມັກແຕ່ເວົ້າຈາແບບເອົາຄວາມດີເຂັ້ມ ໂຕເອົາຄວາມຊົ່ວໃຫ້ຄົນອື່ນ ຈົນບໍ່ມີເວລາຝຶກສີມືຂອງຕົນເອງ
4. ບໍ່ເປັນຄົນຂີ້ຄ້ານ ມີຄວາມມານະພາກພຽນອົດທົນ
5. ເປັນຄົນມີປັນຍາ ຮູ້ຈັກພິຈາລະນາຊ່າງສັງເກດ 
ອານິສົງຂອງການມີສິລະປະ
1. ເຮັດໃຫ້ມີຄວາມສາມາດເດັ່ນກວ່າຜູ້ອື່ນ
2. ເຮັດໃຫ້ສາມາດລ້ຽງຕົວໄດ້ 
3. ເຮັດໃຫ້ເປັນຄົນສະຫລາດຊ່າງສັງເກດມີໄຫວພິບປະຕິພານດີ 
4. ເຮັດໃຫ້ເປັນຄົນຮັ່ງມີສົມບູນ 
5. ເຮັດໃຫ້ມີຄວາມສຸກທັງໂລກນີ້ ແລະໂລກຫນ້າ
6. ເຮັດໃຫ້ໂລກຈະເລີນທັງດ້ານວັດຖຸ ແລະຈິດໃຈ 
ສິລະປະຢ່າງໃດຢ່າງຫນຶ່ງ ກໍ່ເຮັດໃຫ້ປະໂຫຍດສໍາເລັດໄດ້

Post a Comment

0 Comments

ຄວາມຄິດເຫັນ