ມຸງຄຸນທີ 10
ສຸພາສິຕາ ຈະ ຍາ ວາຈາ
“ມີວາຈາເປັນສຸພາສິດ”
ຄໍາວ່າ ວາຈາອັນເປັນສຸພາສິດ ໃນນີ້ບໍ່ໄດ້ຫມາຍເຖິງພຽງວ່າ ຕ້ອງເປັນຄໍາຮ້ອຍແກ້ວ ຮ້ອຍກອງ ເປັນຄໍາຄົມບາດໃຈມີຄວາມຫມາຍ ເລິກເຊິ່ງເທົ່ານັ້ນ ແຕ່ລວມເຖິງຄໍາເວົ້າທີ່ມີປະໂຫຍດຕໍ່ຜູ້ຟັງ ລັກສະນະວາຈາອັນເປັນສຸພາສິດ
1. ຕ້ອງເປັນຄໍາຈິງ ຄືຂໍ້ມູນທີ່ຖືກຕ້ອງ ມີຫລັກຖານອ້າງອີງໄດ້ ບໍ່ໄດ້ປັ້ນແຕ່ງຂຶ້ນມາເວົ້າ
2. ຕ້ອງເປັນຄໍາສຸພາບ ຄືເວົ້າດ້ວຍພາສາທີ່ສຸພາບ ມີຄວາມຫມາຍມວນໃນຖ້ອຍຄໍາ ບໍ່ມີຄໍາຫຍາບ ຫລືຄໍາດ່າ
3. ເວົ້າແລ້ວມີປະໂຫຍດ ຄືມີປະ ໂຫຍດຕໍ່ຜູ້ຟັງຖ້າຫາກນໍາ ແນວທາງໄປຄິດ ຫລືປະຕິບັດໃນທາງສ້າງສັນ
4. ເວົ້າດ້ວຍຈິດທີ່ມີເມດຕາ ຄືເວົ້າດ້ວຍຈິດໃຈທີ່ມີຄວາມ - ປາຖະຫນາດີຕໍ່ຜູ້ຟັງ ມີຄວາມຈິງໃຈຕໍ່ຜູ້ຟັງ
5. ເວົ້າໄດ້ຖືກກາລະເທສະ ຄືເວົ້າໃນສະຖານທີ່ເຫມາະສົມ ແລະ ໃນເວລາທີ່ເຫມາະສົມ ໂດຍຄວາມເຫມາະສົມທີ່ຈະມີຫລາຍ ຫນ້ອຍແນວໃດຂຶ້ນກັບເລື່ອງທີ່ເວົ້າ
ລັກສະນະຂອງທູດທີ່ດີ (ທູດສັນຕິ)
1. ຍອມຮັບຟັງຄວາມຄິດເຫັນຂອງຜູ້ອື່ນ ບໍ່ຟ້າວປະຕິເສດ
2. ເມື່ອເຖິງເວລາເວົ້າກໍ່ສາມາດເຮັດໃຫ້ຜູ້ອື່ນຟັງມ່ວນ
3. ຮູ້ຈັກກໍານົດຂອງເຂດຂອງການເວົ້າໃຫ້ກະທັດຮັດ
4. ຈື່ຈໍາເນື້ອຄວາມທັງຫມົດທີ່ຈະເວົ້າ
5. ເຂົ້າໃຈເນື້ອໃນທັງຫມົດໂດຍລະອຽດຕາມຄວາມເປັນຈິງ
6. ເຮັດໃຫ້ຜູ້ອື່ນເຂົ້າໃຈຕາມໄດ້ - ສະຫລາດໃນການເວົ້າທີ່ເປັນປະໂຫຍດ ແລະບໍ່ເປັນປະໂຫຍດ
8. ບໍ່ເວົ້າໃຫ້ຄົນອື່ນຜິດຖຽງກັນ
ອານິສົງຂອງການມີວາຈາເປັນສຸພາສິດ
1. ເປັນຄົນມີສະເຫນ່ ເປັນທີ່ຮັກຂອງທຸກຊັ້ນຄົນ
2. ມີຄວາມຈະເລີນກ້າວຫນ້າທັງທາງໂລກ ແລະທາງທໍາ
3. ມີວາຈາສິດ ໄດ້ຮັບຄວາມສໍາເລັດໃນສິ່ງທີ່ເຈລະຈາ
4. ຍ່ອມໄດ້ຍິນໄດ້ຟັງແຕ່ສິ່ງທີ່ດີງາມ
5. ບໍ່ຕົກໄປໃນອະບາຍຍະພູມ
ວາຈາສຸພາສິດ ບໍ່ວ່າຈະເວົ້າດ້ວຍສໍານຽງພາສາແນວໃດກໍ່ຕາມ ວາຈາ ນັ້ນຍ່ອມເປັນວາຈາຊັ້ນສູງ ຄວນແກ່ການສັນລະເສີນຂອງບັນດິດ ກົງກັນຂ້າມວາຈາທຸບພາສິດ ເຖິງຈະເວົ້າດ້ວຍພາສາໃດ ສໍານຽງດີ ປານໃດ ບັນດິດກໍ່ບໍ່ສັນລະເສີນ.
0 Comments