ມຸງຄຸນທີ 7 ການເປັນພະຫູສູດ

 

ພາຫຸສັຈຈັນ ຈະ ເປັນພະຫູສູດ "
ພະຫູສູດ ຄືຜູ້ທີ່ໄດ້ຍິນໄດ້ຟັງຫລາຍ ຮໍ່າຮຽນຫລາຍ ເປັນຜູ້ຮອບຮູ້ 
ລັກສະນະພະຫູສູດ 
1. ຮູ້ສຶກ ຄືການຮູ້ໃນສິ່ງນັ້ນໆ ເລື່ອງນັ້ນໆຢ່າງລະອຽດຖີ່ຖ້ວນທຸກ ແງ່ທຸກມູມຢ່າງມີເຫດມີຜົນ ຮູ້ເຖິງສາເຫດຈົນຮຽກວ່າຄວາມຊຳນານ
2. ຮູ້ຮອບ ຄືການຮູ້ຈັກຊ່າງສັງເກດໃນສິ່ງຕ່າງໆຮອບຕົວ ເຊັ່ນ ເຫດການ ຫລືສິ່ງແວດລ້ອມ 
3. ຮູ້ກວ້າງ ຄືການຮູ້ໃນສິ່ງໃກ້ຄຽງກັບເລື່ອງນັ້ນໆ ທີ່ກ່ຽວຂ້ອງກັນສໍາພັນກັນ 
4. ຮູ້ໄກ ຄືການສຶກສາເຖິງຄວາມເປັນໄປໄດ້ ຜົນ ໃນອະນາຄົດ ເປັນຕົ້ນ 
ຄຸນສົມບັດຂອງຜູ້ເປັນພະຫູສູດ
1. ຕັ້ງໃຈຟັງ ຄືມັກຟັງ ມັກອ່ານ ຊອກຫາຄວາມຮູ້ ແລະຄົ້ນຄວ້າ 
2. ຕັ້ງໃຈຈື່ ຄືຮູ້ຈັກວິທີຈື່ຈໍາ ໂດຍຕັ້ງໃຈອ່ານ ຫລືຟັງໃນສິ່ງນັ້ນໆ ແລະຈັບໃຈຄວາມໃຫ້ໄດ້ 
3. ຕັ້ງໃຈທ່ອງ ຄືທ່ອງໃຫ້ຮູ້ໂດຍອັດຕະໂນມັດ ບໍ່ລືມໃນສິ່ງທີ່ເປັນສາລະສໍາຄັນ 
4. ຕັ້ງໃຈພິຈາລະນາ ຄືຮູ້ຈັກພິຈາລະນາ ຕຶກຕອງໃນສິ່ງນັ້ນໆຢ່າງກະຈ່າງແຈ້ງ 
5. ເຂົ້າໃຈໃນບັນຫາ ຄືຮູ້ຢ່າງແຈ່ມແຈ້ງໃນບັນຫາຢ່າງເລິກເຊິ່ງເຖິງຖອງດ້ວຍປັນຍາ
ອຸປະສັກໃນການເປັນພະຫູສູດ
1. ຄົນລາຄະຈະລິດ ຄືຄົນຂີ້ອວດ ບ້າຍ້ອງ ຮັກສວຍມັກງາມ ພິຖີພິຖັນຈົນເກີນເຫດ ມົວແຕ່ງອນ ມົວແຕ່ແຕ່ງຕົວ ຈົນບໍ່ມີເວລາທ່ອງ ຄົ້ນຄວ້າຫາຄວາມຮູ້ ຄົນລາຄະຈະລິດແກ້ໂດຍໃຫ້ຫມັ່ນນຶກເຖິງ ຄວາມຕາຍ ພິຈາລະນານຊາກສົບອະສຸພະເລື້ອຍໆ
2. ຄົນໂທສະຈະລິດ ຄືມັກໃຈຮ້າຍ ໃຈຮ້ອນ ຄຽດງ່າຍ ພະຍາບາດ ມົວແຕ່ຄິດຄຽດແຄ້ນຈົນບໍ່ຄິດພິຈາລະນາ ຄົນໂທສະ ຈະລິດແກ້ໂດຍໃຫ້ຫມັ່ນຮັກສາສີນ ແລະຈະເລີນເມດຕາພາວະນາ 
3. ຄົນໂມຫະຈະລິດ ຄືຄົນຂີ້ຫລົງຂີ້ລືມ ມັກງາຍ ເຮັດຫຍັງກໍ່ ບໍ່ພະຍາຍາມເຮັດໃຫ້ດີ ເຮັດພຽງແຕ່ໃຫ້ສໍາເລັດ ສະຕິບໍ່ຫມັ້ນຄົງ ໃຈ ກະດ້າງ ໃນການກຸສົນ ສົງໄສໃນພຣະລັດຕະນະໄຕຣວ່າມີຄຸນຈິງ ຫລືບໍ່ ຄົນໂມຫະຈະລິດແກ້ໂດຍໃຫ້ຫນຝຶກອານາປານະສະຕິ ມີສະຕິຮູ້ລົມ ຫາຍໃຈເຂົ້າອອກ
4. ຄົນຂີ້ຢ້ານ ຄືພວກຂາດຄວາມເຊື່ອຫມັ້ນໃນຕົວເອງ ບໍ່ກ້າ ລົງມືເຮັດຫຍັງ ຢ້ານຖືກຕໍານິ ມັກເປັນຜູ້ຕາມ ບໍ່ມີຄວາມຄິດລິເລີ່ມ ໃຫ້ ແກໂດຍການຄົບກັບບັນດິດ ຝຶກໃຫ້ເປັນຄົນກ້າສະແດງອອກ. 
5. ຄົນຫນັກໃນອາມິດ ຄືພວກບ້າສົມບັດ ຕີຄ່າຊັບວ່າສໍາຄັນ ກວ່າຄວາມຮູ້ ເຮັດໃຫ້ບໍ່ຂົນຂວາຍໃນການສະແຫວງຫາປັນຍາເທົ່າທີ່ ຄວນ 
6. ຄົນຈັບຈົດ ຄືພວກເຮັດສິ່ງໃດກໍ່ເຮັດຫລິ້ນໆບໍ່ເອົາຈິງເອົາຈັງ
7. ນັກເລງສຸລາ ຄືພວກຂີ້ເມົາ ຂາດສະຕິ ຫມົດໂອກາດທີ່ຈະ
8. ຄົນທີ່ມີນິໄສຄືເດັກນ້ອຍ ຄືພວກມັກມ່ວນຊື່ນສະ ສະຫນານເຮຮາຈົນເກີນເຫດ ຂາດຄວາມຮັບຜິດຊອບ 
ວິທີຝຶກຕົນໃຫ້ເປັນພະຫູສູດ
1.  ສະຫລາດເລືອກຮຽນແຕ່ສິ່ງທີ່ຄວນ
2. ຕັ້ງໃຈຮຽນວິຊາທີ່ຕົນເລືອກຮຽນແລ້ວຢ່າງເຕັມຄວາມສາມາດ 
3. ມີຄວາມກະຕືລືລົ້ນທີ່ຈະສຶກສາຫາຄວາມຮູ້ເພີ່ມເຕີມຢູ່ສະເຫມີ 
4. ຕ້ອງຊອກຫາຄວາມຮູ້ທາງທໍາຄວບຄູ່ໄປກັບຄວາມຮູ້ທາງໂລກ 
5. ເມື່ອຮຽນແລ້ວກໍ່ຈົດຈໍາໄວ້ເປັນຢ່າງດີ ພ້ອມທີ່ຈະນໍາຄວາມຮູ້ໄປໃຊ້ໄດ້ໃນທັນທີ 
ອານິສົງການເປັນພະຫູສູດ
1. ເປັນທີ່ເພິ່ງຂອງຕົນເອງ 
2. ມີຄວາມເປັນຜູ້ນໍາ 
3. ອົງອາດກ້າຫານໃນທຸກທີ່ທຸກສະຖານ 
4. ບໍລິບູນດ້ວຍລາບ ຍົດ ສັນລະເສີນ ສຸກ 
5. ໄດຮັບຄໍາຊົມເຊີຍ ໄດ້ຮັບການຍົກຍ້ອງ 
6. ເປັນສະຫະຊາດປັນຍາຕິດຕົວຂ້າມພົບຂ້າມຊາດໄປ ບໍ່ມີໃຜຍາດຊິງໄປໄດ້ 
7. ບັນລຸ ກຄ໌ຜົນ ນິບພານ ໄດ້ໂດຍງ່າຍ
ຖ້າບຸກຄົນມີສຸຕະ ຕັ້ງຫມັ້ນຢູ່ໃນສິນ ບັນດິດທັງຫລາຍຍ່ອມສັນລະ ເສີນເຂົາດ້ວຍສອງສ່ວນ ຄືທັງໂດຍສີນ ແລະທັງສຸຕະ ໃຜກໍ່ບໍ່ຄວນຕິຕຽນບຸກຄົນຜູ້ເປັນພະຫູສູດ ຜູ້ຊົງທໍາ ມີປັນຍາເປັນພຸດທະສາວົກ ຜູ້ປຽບເຫມືອນທອງຄໍາອັນງົດງາມນັ້ນໄດ້ ແມ່ນແຕ່ບັນດາ ຍ່ອມຊົມເຊີຍ ແລະພຣົມກໍ່ສັນສະເສີນ.

Post a Comment

0 Comments

ຄວາມຄິດເຫັນ