ມຸງຄຸນທີ 6 “ການຕັ້ງຕົນຊອບ”

ອັດຕະສໍາມາປະນິທິ ຈະ
 ການຕັ້ງຕົນຊອບ
ການຕັ້ງຕົນໄວ້ຊອບ ຫມາຍເຖິງການຕັ້ງເປົ້າຫມາຍຊີວິດທັງ ທາງໂລກ ແລະທາງທໍາໄວ້ຖືກຕ້ອງແລ້ວປະຄັບປະຄອງຕົນໃຫ້ດໍາເນີນຊີວິດໄປຕາມເປົ້າຫມາຍ ດ້ວຍຄວາມລະມັດລະວັງ ການຕັ້ງຕົນຊອບການຕັ້ງຕົນຊອບເປັນສິ່ງສໍາຄັນທີ່ສຸດ ເປັນຂັ້ນຕອນທໍາອິດໃນ ການສ້າງຄວາມສຸກ ຄວາມຈະເລີນກ້າວຫນ້າແກ່ຊີວິດ ເພາະຖ້າໃຜຕັ້ງ ເປົ້າຫມາຍຊີວິດໄວ້ຜິດເຊັ່ນຕັ້ງເປົ້າຫມາຍໄວ້ວ່າຈະເປັນໂຈນທີ່ປຸ້ນ ເກັ່ງທີ່ສຸດ ຫລືຈະເປັນນັກຜະລິດເຮໂລອິນທີ່ເກັ່ງທີ່ສຸດ ແລ້ວ ພະຍາຍາມດໍາເນີນຊີວິດໄປຕາມນັ້ນ ຄົນໆນັ້ນກໍ່ຈະບໍ່ທາງທີ່ຈະມີ ຄວາມສຸກຄວາມຈະເລີນກ້າວຫນ້າໄດ້ ເຖິງຈະໄປຊອກສະແຫວງຫາ ຄວາມຮູ້ຄວາມສາມາດໄດ້ຫລາຍພຽງໃດ ກໍ່ບໍ່ໄດ້ເກີດປະໂຫຍດອັນໃດ ເພາະຄວາມຮູ້ຄວາມສາມາດນັ້ນ ລ້ວນແຕ່ເປັນໄປເພື່ອນໍາມາເຊິ່ງ ຄວາມພິນາດໃຫ້ເກີດຂຶ້ນແກ່ຕົນເອງ ແລະຜູ້ອື່ນ ຜູ້ທີ່ຮັກຄວາມ ກ້າວຫນ້າທັງຫລາຍ ຈຶ່ງຈໍາເປັນຕ້ອງຕັ້ງເປົ້າຫມາຍນັ້ນດ້ວຍຄວາມລະ ມັດລະວັງ ຕັ້ງເປົ້າຫມາຍຊີວິດໃຫ້ຖືກຕ້ອງກ່ອນ ຈາກນັ້ນຈຶ່ງໄປສະ ແຫວງຫາຄວາມຮູ້ຄວາມສາມາດ ພາກພຽນພະຍາຍາມເພື່ອບັນລຸເປົ້າ ຫມາຍຊີວິດທີ່ຖືກຕ້ອງນັ້ນໃຫ້ໄດ້ ແມ່ນຫຍັງຄືເປົ້າຫມາຍຊີວິດ ? ເປົ້າຫມາຍຂອງຄົນທຸກຄົນແບ່ງໄດ້ເປັນ 3 ລະດັບໄດ້ແກ່:
1. ເປົ້າຫມາຍຊີວິດຂັ້ນຕົ້ນ ຄືການຕັ້ງເປົ້າຫມາຍຊີວິດເພື່ອປະ ໂຫຍດໃນຊາດນີ້ ເປັນການຕັ້ງເປົ້າຫມາຍໄວ້ວ່າຈະຕ້ອງຕັ້ງຕົວ ຕັ້ງຖານະໃຫ້ໄດ້ ດ້ວຍການປະກອບອາຊີບທີ່ສຸຈະລິດ ບໍ່ຜິດກົດຫມາຍບໍ່ ຜິດສີນລະທໍາ ຈະເປັນອາຊີບຫຍັງກໍ່ແລ້ວແຕ່ຄວາມຖະຫນັດຂອງແຕ່ ລະບຸກຄົນ ມຸ່ງມານະຝຶກຝົນຕົນເອງສ້າງຕົວໃຫ້ບັນລຸເປົ້າຫມາຍຊີວິດ ນັ້ນໃຫ້ໄດ້ “ຫນູໂຕນ້ອຍໆ ຍັງສູ້ອົດສາຂຸດຮູຢູ່ ນົກກະຈິບກະຈອກຍັງ ສູ້ອຸດສາສ້າງຮັງ ເຮົາເກີດມາເປັນຄົນທີ່ມີສະຕິປັນຍາກໍ່ຕ້ອງສ້າງຖານະ ໃຫ້ດີໄດ້

2.ເປົ້າຫມາຍຊີວິດຂັ້ນກາງ ຄືການຕັ້ງເປົ້າຫມາຍຊີວິດເພື່ອປະ ໂຫຍດໃນຊາດຫນ້າ ເປັນການຕັ້ງເປົ້າຫມາຍຊີວິດໄວ້ວ່າ ນອກຈາກຈະ ພະຍາຍາມຕັ້ງຖານະຂອງຕົນໃຫ້ໄດ້ແລ້ວ ຈະຕ້ອງຕັ້ງໃຈສ້າງບຸນກຸສົນໃຫ້ເຕັມທີ່ໃນທຸກໆໂອກາດທີ່ອໍານວຍໃຫ້ເພື່ອສະສົມເປັນທຶນເປັນ ສະບຽງໃນພົບຊາດຕໍ່ໄປ ເພາະວ່າ ສັດໂລກທັງຫລາຍຕາຍແລ້ວບໍ່ສູນ ຕາບໃດທີ່ຍັງບໍ່ຫມົດກິເລດ ກໍ່ຍັງຕ້ອງເກີດໃຫມອີກ ຄົນບາງຄົນຄິດແຕ່ ຈະຫາປະໂຫຍດສະເພາະຊາດນີ້ ໂດຍບໍ່ຄໍານຶງເຖິງປະໂຫຍດຊາດ ຫນ້າເລີຍ ຄິດແຕ່ຈະຫາຊັບຈະຕັ້ງຖານະໃຫ້ໄດ້ ໂດຍບໍ່ເຮັດບຸນສ້າງ ກຸສົນ ລອງຄິດເບິ່ງວ່າ ຊີວິດຂອງຄົນປະເພດນີ້ ຈະມີຄຸນຄ່າຊໍ່າໃດຕັ້ງ ແຕ່ເກີດກໍ່ອາໄສພໍ່ແມ່ລ້ຽງ ໃຫຍ່ຂຶ້ນກໍ່ຮຽນຫນັງສືຫາຄວາມຮູ້ ແລ້ວກໍ່ ເຮັດວຽກ ມີຄອບຄົວ ລ້ຽງລູກ ລ້ຽງຫລານ ດິ້ນຮົນຫາສິ່ງຕ່າງໆມາ ບໍາລຸງບໍາເລີຕົນ ເມື່ອແກ່ເຖົ້າກໍ່ຕາຍໄປ ສັງເກດເບິ່ງນົກກາຕັ້ງແຕ່ນ້ອຍມາ ກໍ່ອາໄສພໍ່ແມ່ລ້ຽງດູ ສອນບິນ ສອນໃຫ້ຮູ້ຈັກຊອກຫາເຫຍື່ອ ໃຫຍ່ ຂຶ້ນກໍ່ແຍກຍັງໄປມີຄອບຄົວຫາອາຫານມາລ້ຽງລູກລ້ຽງຕົນເອງ ຫາ ຄວາມສຸກຕາມພາສານົກກາ ເມື່ອເຖົ້າແກ່ກໍ່ຕາຍໄປເຊັ່ນດຽວກັນ ຖ້າມີ ຊີວິດຢູ່ພຽງເທົ່ານີ້ ກໍ່ມີຄຸນຄ່າບໍ່ຕ່າງຫຍັງກັບນົກກາ ແຕ່ເຮົາເປັນຄົນ ເຊິ່ງມີໂຄງຮ່າງທີ່ເຫມາະແກ່ການໃຊ້ທໍາຄວາມດີຫລາຍທີ່ສຸດ ດັ່ງນັ້ນ ນອກຈາກຄວາມພະຍາຍາມຕັ້ງຖານະໃນຊາດນີ້ໃຫ້ດີແລ້ວ ເຮົາທຸກຄົນ ຈຶ່ງຄວນຮູ້ຈັກສ້າງຄຸນຄ່າແກ່ຊີວິດດ້ວຍການຕັ້ງໃຈທໍາຄວາມດີ ກຸສົນຢ່າງເຕັມທີ່ ເພື່ອໄວ້ເປັນສະບຽງໃນການເດີນທາງຂ້າມ ຊາດ ແລະເປັນປັດໃຈໃນການບັນລຸເປົ້າຫມາຍຊີວິດຂັ້ນສອງ
3. ເປົ້າຫມາຍຊີວິດຂັ້ນສູງສຸດ ຄືການຕັ້ງເປົ້າຫມາຍຊີວິດເພື່ອ ເປັນປະໂຫຍດຢ່າງຍິ່ງ ໄດແກການຕັ້ງໃຈປະຕິບັດທໍາ ທຸກຮູບແບບ ເພື່ອກໍາຈັດກິເລດໃຫ້ຫມົດສິ້ນແລ້ວເຂົ້າພຣະນິບພານ ຕາມອົງພຣະສໍາ ມາສໍາພຸດທະເຈົ້າ ແລະ ເຫລົ່າພຣະອໍລະຫັນທັງຫລາຍຈຶ່ງຈະມີຄວາມ ສຸກອັນເປັນອະມະຕະຕະຫລອດການ ບໍ່ຕ້ອງວຽນວາຍຕາຍເກີດອີກຕໍ່ ໄປ ໂດຍທໍາມະຊາດ ທຸກຊີວິດເມື່ອເຖິງທີ່ສຸດຢອມຫມົດກິເລດເຂົ້າສູ່ ພຣະນິບພານຄືກັນທຸກຄົນ ຕ່າງແຕ່ວ່າຊ້າຫລືໄວເທົ່ານັ້ນ ໃນໄລຍະທີ່ບໍ່ຫມົດກິເລດນີ້ກໍຕ້ອງຮີບອົດທົນຮັບທຸກໄປກ່ອນ ຫລາຍຫນ້ອຍຂຶ້ນກັບກໍາທີ່ຕົນໄດ້ກະທໍາໄວ້ ເຮົາວຽນເກີດວຽນຕາຍກັນ ມານັບພົບນັບຊາດບໍ່ຖ້ວນແລ້ວ ຖ້າມີໃຜສາມາດເອົາກະດູກຂອງເຮົາ ທຸກຊາດມາກອງລວມກັນກໍ່ຈະສູງກວ່າພູ ຖ້າເອົານໍ້າຕາຂອງເຮົາທີ່ຫລັ່ງ ໄຫລອອກມາຍ້ອນຄວາມທຸກ ທຸກໆຊາດມາຮວມກັນ ກໍ່ຈະຫລາຍກວ່າ ນໍາໃນມະຫາສະຫມຸດ ໃຜສາມາດເຂົ້າສູ່ພຣະນິບພານໄດ້ກ່ອນກໍ່ຫມົດ ທຸກກອນ ທີ່ຍັງຢູ່ກໍ່ຕ້ອງວຽນເກີດວຽນຕາຍໃນທະເລທຸກແຫ່ງ ວັດຕະສົງສານຕໍ່ໄປ ເຖິງອົງພຣະສໍາມາສໍາພຸດທະເຈົ້າເມືອຍັງເປັນ ພຣະໂພທິສັດຢູ່ຕ້ອງວຽນວາຍຕາຍເກີດເຊັ່ນດຽວກັບພວກເຮົາ ແຕ ພຣະອົງຕັ້ງເປົ້າຫມາຍຊີວິດໄວ້ຖືກຕ້ອງ ຄືຕັ້ງເປົ້າຫມາຍໄວ້ວ່າຈະ ກໍາຈັດກິເລດໃນຕົວອອກໃຫ້ຫມົດໂດຍໄວ ແລ້ວນໍ້າຕົນເອງ ແລະຜູ້ອ ເຂົ້າສູ່ພຣະນິບພານດ້ວຍ ຈາກນັ້ນກໍ່ຕັ້ງໃຈບໍາເພັນພຽນຝຶກຕົນເອງເຕັມທີ ນັບພົບນັບຊາດບໍ່ຖ້ວນ ເຖິງມີອຸປະສັກຫນັກຫນາສາຫັດພຽງ ກໍບໍຖອຍ ສະຫລະໄດ້ແມ່ນແຕ່ເລືອດເນື້ອ ແລະຊີວິດເພື່ອຮັກສາເປົ້າ ຫມາຍທີ່ຈະເຂົ້າພຣະນິບພານໄວ້ ບໍ່ໃຫ້ສັ່ນຄອນ ໃນທີ່ສຸດພຣະອົງ ຕັດສະຮູ້ທໍາ ເປັນພຣະສໍາມາສໍາພຸດທະເຈົ້າສາມາດກໍາຈັດກິເລດໄດ້ ຫມົດ ເຂົ້າພຣະນິບພານອັນບໍຣົມມະສຸກ ສ່ວນພວກເຮົາຍັງທ່ຽວຫລິ້ນ ເຮຮາ ບໍ່ເອົາຈິງເອົາຈັງ ຕັ້ງໃຈມຸ່ງຫມັ້ນໃນການເຮັດຄວາມດີ ບາງຄົນຍັງບໍ່ຮູ້ວ່າເປົ້າຫມາຍສູງສຸດຂອງຊີວິດຄືການເຂົ້າພຣະນິບພານ ບາງ ຄົນຮູ້ແລ້ວແຕ່ຂີ້ຄ້ານ ເຮັດແປະໆບາງໆ ຈຶ່ງຕ້ອງມາວຽນເກີດວຽນຕາຍ ຮັບສຸກຮັບທຸກຄືແນວນີ້ ສະນັ້ນຖ້າໃຜສະຫລາດກໍ່ຮີບແກ້ໄຂຕົນເອງ ຕັ້ງເປົ້າຫມາຍສູງສຸດຂອງຊີວິດໃຫ້ຫມັ້ນຄົງບໍ່ປະຫມາດໃນການສ້າງ ຄວາມດີ ຫມັນໃຫ້ທານ ຮັກສາສິນຈະເລີນພາວະນາ ຊໍາລະກາຍ ວາຈາ ໃຈ ໃຫ້ບໍລິສຸດ ເພື່ອກໍາຈັດກິເລດໃຫ້ຫມົດຈະໄດ້ພົ້ນທຸກ ເຂົ້າ ພຣະນິບພານ ໄດ້ຮັບຄວາມສຸກອັນເປັນອະມະຕະຕາມແບບຂອງພຣະ ສໍາມາສໍາພຸດທະເຈົ້າ “ຈົ່ງຢ່າປະຫມາດ ຮີບເດີນຕາມຮອຍພຣະບາດ ຂອງພຣະບໍຣົມມະສາສະດາ” ເຖິງຈະກະທໍາປະໂຫຍດໃຫ້ຄົນອື່ນ ຫລວງຫລາຍ ກໍ່ບໍ່ຄວນລະຖິ້ມຈຸດຫມາຍປາຍທາງຂອງຕົນເມື່ອຮູ້ວ່າ ສິ່ງໃດຄືຈຸດຫມາຍປາຍທາງແລ້ວ ກໍ່ຄວນໃສ່ໃຈຂົນຂວາຍ 

ວິທີຮັກສາເປົ້າຫມາຍຊີວິດໃຫ້ຫມັ້ນຄົງ
1. ຝຶກໃຫ້ເປັນຄົນມີສັດທາ ໄດ້ແກ່ມີເຫດຜົນ ເຊື່ອໃນສິ່ງທີ່ຄວນເຊື່ອ ການເຊື່ອມີ 2 ແບບຄື
1.1 ເຊື່ອຢ່າງມີເຫດຜົນ ປະກອບດ້ວຍປັນຍາ ເອີ້ນວ່າ “ສັດທາ
1.2. ເຊື່ອຢ່າງໄຮ້ເຫດຜົນ ປາສະຈາກປັນຍາ ເອີ້ນວ່າ “ງົມ ງວາຍ 
ສັດທາຂັ້ນພື້ນຖານ 3 ປະການຄື
              ເຊື່ອວ່າພຣະພຸດທະເຈົ້າມີຈິງ ເຊື່ອໃນພຣະປັນຍາການ ຕັດສະຮູ້ຂອງພຣະອົງ
              ເຊື່ອໃນກົດແຫ່ງກໍາ ເຊັ່ນ ເຊື່ອວ່າເຮັດດີໄດ້ດີ ເຮັດຊົ່ວໄດ້ ຊົ່ວ ໂດຍການເຮັດດີນັ້ນຈະຕ້ອງເຮັດໃຫ້ຄົບອົງປະກອບ 3 ປະການ ຄືຕ້ອງເຮັດໃຫ້ຖືກດີ ຄື ມີປັນຍາສາມາດກະທໍາໃຫ້ຖືກຈຸດປະສົງຂອງວຽກນັ້ນ ເຖິງດີ ຄື ມີຄວາມພະຍາຍາມທີ່ຈະເຮັດວຽກນັ້ນໃຫ້ເຕັມຕາມ ຄວາມ ສາມາດພໍດີ ຄື ມີສະຕິ ບໍ່ເຮັດເກີນຂອບເຂດຈົນເກີດຄວາມເສຍຫາຍ
    ເຊື່ອໃນຜົນຂອງກໍວ່າສາມາດຕິດຕາມບຸກຄົນຜູ້ທໍານັ້ນ ຕະຫລອດໄປ 

2. ຝຶກໃຫ້ເປັນຄົນມີສິນ ຢ່າງຫນ້ອຍມີສິນ 5
3. ຝຶກໃຫ້ເປັນຄົນມີຄວາມຮູ້ ເປັນພະຫູສູດຄືຫມັ່ນສຶກສາຫາຄວາມ ຮູ້ທັງທາງໂລກແລະທາງທໍາ
4.ຝຶກໃຫ້ເປັນຄົນມີຈາຄະ ຄືຮູ້ຈັກເສຍສະຫລະ ການເສຍສະຫລະແບ່ງເປັນ
ສະລະຊັບສິ່ງຂອງເປັນທານ ເປັນການກໍາຈັດຄວາມຂີ້ຖີ່ ອອກຈາກໃຈ ຈຶ່ງເປັນທີ່ຮັກຂອງຄົນທັງຫລາຍ
ສະຫລະອາລົມບູດເປັນທານ ຄືອາລົມໂກດ ພະຍາບາດ ໃຫ້ເປັນອະໄພທານ ເຮັດໃຫ້ໃຈຜ່ອງໃສເບີກບານເປັນປົກກະຕິ 
5.ຝຶກສະມາທິພາວະນາ ເພື່ອໃຫ້ໃຈຜ່ອງໃສ ເກີດປັນຍາ ເຊິ່ງເປັນ ທີ່ສໍາຄັນທີ່ສຸດ ເພາະຈະເຫັນໄດ້ວ່າ ເຫດທີ່ເຮັດໃຫ້ເປົ້າຫມາຍຂອງ ຊີວິດເຮົາສັ່ນຄອນນັ້ນເປັນເພາະໃຈຂອງເຮົາຂາດຄວາມຫມັ້ນຄົງ ແຕ່ ການຝຶກສະມາທິພາວະນາເປັນການຝຶກໃຈໂດຍກົງ ເຮັດໃຫ້ໃຈເຮົາມີ ພະລັງ ມີຄວາມຫນັກແຫນ້ນເຂັ້ມແຂງໃນການຮັກສາເປົ້າຫມາຍຊີວິດ ໄວ້ໄດ້ສົມບູນ ການຝຶກທັງ 5 ປະການນີ້ ນິຍົມເອີ້ນວ່າ ສາຣະທໍາ ແປວ່າ “ທໍາທີ່ເປັນແກ່ນ” ຖ້າຜູ້ໃດມີຄຸນນະທໍາທັງ 5 ຂໍ້ນີ້ໄດ້ຊື່ວ່າ ເປັນຄົນ ທີ່ມີແກ່ນຄົນຢ່າງແທ້ຈິງ ສາມາດຕັ້ງຕົນຊອບໄດ້ 

ອານິສົງຂອງການຕັ້ງຕົນຊອບ
1. ສາມາດເພິ່ງຕົນເອງໄດ້ 
2. ບໍ່ປະຫມາດ 
3. ກຽມພ້ອມໄວ້ດີແລ້ວກ່ອນຕາຍ 
4. ມີຄວາມສະຫວັດດີໃນທຸກທີ່ທຸກສະຖານ 
5. ບູຊາພຣະລັດຕະນະໄຕຣຢ່າງສູງສຸດ 
6. ເປັນພົນລະເມືອງດີຂອງປະເທດຊາດ 
7. ເປັນຕົວຢ່າງທີ່ດີແກ່ອະນຸຊົນຄົນຮຸ່ນຫລັງ 
8. ປ້ອງກັນໄພໃນອະບາຍຍະພູມ 
9. ມີແກ່ນຄົນ ສາມາດຕັກຕວງປະ ໂຫຍດຈາກຊີວິດໄດ້ເຕັມທີ່ 
10. ໄດ້ຮັບສົມບັດທັງ 3 ໂດຍງາຍ ຄືມະນຸດສົມບັດ ທິບສົມບັດ ແລະນິບພານສົມບັດ.

Post a Comment

0 Comments

ຄວາມຄິດເຫັນ