ມຸງຄຸນທີ 5 ມີບຸນວາດສະໜາມາກ່ອນ

  

ບຸບເພ ຈະ ກະຕະປຸນຍະຕາ 
ເປັນຜູ້ມີບຸນວາດສະຫນາມາກ່ອນ 
ບຸນຈະນໍາມາເຊິ່ງ
1. ເຮັດໃຫ້ກາຍ ວາຈາ ແລະໃຈສະອາດໄດ້ 2.ນໍາມາເຊິ່ງຄວາມສຸກ
3. ຕິດຕາມໄປໄດ້ ຫມາຍເຖິງບຸນຈະຕິດຕົວເຮົາໄດ້ຕະຫລອດຈົນ ເຖິງຊາດຫນ້າ
4. ເປັນຂອງສະເພາະຕົນ ຫມາຍເຖິງຂໍຢືມ ຫລືແບ່ງກັນບໍ່ໄດ້ເຮັດເອງໄດ້ເອງ
5. ເປັນທີ່ມາຂອງໂພຄະຊັບທັງຫລາຍ ຄືວ່າຜົນຂອງບຸນຈະບັນດານ ໃຫ້ເກີດຂຶ້ນໄດ້ເອງໂດຍບໍ່ໄດ້ຫວັງຜົນ
6. ໃຫ້ມະນຸດສົມບັດ ທິບສົມບັດ ແລະນິບພານສົມບັດແກ່ເຮົາໄດ້ ຫມາຍເຖິງຄວາມສົມບູນຕັ້ງແຕ່ທາງໂລກ ຈົນເຖິງນິບພານໄດ້ເລີຍ
7. ເປັນປັດໃຈໃຫ້ເຖິງເຊິ່ງນິບພານ ກໍ່ຄືເປັນປັດໃຈໃຫ້ບັນລຸນິບພານ ໄດ້ໄວຂຶ້ນເມື່ອປະຕິບັດ
8. ເປັນເຄື່ອງປ້ອງກັນໄພໃນວັດຕະສົງສານ ຫມາຍເຖິງໃນວົງຈອນ ການເກີດ ແກ່ ເຈັບ ຕາຍ ຫລື ເອີ້ນກັນວ່າວຽນວາຍຕາຍເກີດນັ້ນ ບຸນຈະຄຸ້ມຄອງໃຫ້ຜູ້ນັ້ນເກີດໃນທີ່ດີ ຢູ່ຢ່າງມີຄວາມສຸກ ຫລືຕາຍຢ່າງບໍ່ ທໍລະມານ ຂຶ້ນຢູ່ກັບກໍາລັງບຸນທີ່ສ້າງສົມມາ 
ວິທີຈະໄດ້ມາເຊິ່ງບຸນ
1. ການໃຫ້ທານ
2. ການຮັກສາສິນ
3. ການຈະເລີນພາວະນາ
ຄຸນສົມບັດຂອງບຸນ 
1. ຊໍາລະກາຍ ວາຈາ ໃຈ ໃຫ້ສະອາດໄດ້
2. ນາຄວາມສຸກຄວາມຈະເລີນກ້າວຫນ້າມາໃຫ້
3. ຕິດຕາມຕົ້ນໄປທຸກບາດກ້າວ ເຖິງຈະໄປເກີດຂ້າມພົບຂ້າມຊາດ
4. ເປັນຂອງສະເພາະຕົນ ໃຜເຮັດໃຫ້ບໍ່ໄດ້ ໂຈນລັກໄປບໍ່ໄດ້
5. ນໍາມາເຊິ່ງໂພຄະຊັບສົມບັດທັງຫລາຍ
6. ໃຫ້ມະນຸດສົມບັດ ທິບສົມບັດ ນິບພານສົມບັດ ແກ່ເຮົາໄດ້
7. ເປັນເຄື່ອງປ້ອງກັນໄພໃນວັດຕະສົງສານ
8. ເປັນປັດໃຈໃຫ້ບັນລຸຜົນນິບພານ 
ວິທີເຮັດບຸນ 
ການກະທໍາຄວາມດີທຸກຢ່າງລ້ວນໄດ້ຜົນອອກມາເປັນບຸນທັງຫມົດ ແຕ່ເພື່ອໃຫ້ງ່າຍຕໍ່ການ ເຂົ້າໃຈ ເຊິ່ງນໍາໄປປະຕິບັດ ພຣະສໍາມາສໍາພຸດທະເຈົ້າໄດ້ແບ່ງອອກເປັນ 10 ປະການ ເອີ້ນວ່າ ບຸນກິລິຍາວັດ ຖຸ 10 ໄດ້ແກ່:
1. ທານ ຄືການບໍລິຈາກຊັບສິ່ງຂອງໃຫ້ແກ່ຜູ້ທີ່ຄວນໃຫ້
2. ສິນ ຄືການສໍາລວມກາຍ ວາຈາ ໃຈ ໃຫ້ສະຫງົບຮຽບຮ້ອຍ ບໍ່ສ້າງຄວາມເດືອດຮ້ອນໃຫ້ແກ່ຕົນເອງ ແລະຜູ້ອື່ນ
3. ພາວະນາ ຄືການໄຫວ້ພຣະ ນັ່ງສະມາທິ ອ່ານຫນັງສືທໍາມະ
4. ອະປະຈາຍະນະ ຄືການເຄົາລົບອ່ອນນ້ອມຕໍ່ຜູ້ມີຄຸນນະທໍາ
5. ໄວຍາວດຈະ ຖືການຂົນຂວາຍຊ່ວຍເຫລືອໃນກິດທີ່ຖືກຕ້ອງ
6. ປັດຕິທານະ ຄືການອຸທິດສ່ວນບຸນແກ່ຜູ້ອື່ນ
7. ປັດຕານຸໂມທະນາ ຄືການອະນຸໂມທະນາບຸນທີ່ຜູ້ອື່ນໄດ້ກະທໍາແລ້ວ
8. ທໍາມັສສະວະນະ ຄືການຟັງທໍາມະ 9. ທໍາມະເທສະຫນາ ຄືການສະແດງຫນ້າ
10. ທິດຖຸຊຸກໍາ ຄືການປັບປຸງຄວາມເຫັນຂອງຕົນໃຫ້ຖືກຕ້ອງຫລັກປະຕິບັດໃນຊີວິດປະຈໍາວັນເຮົາຕ້ອງຮີບສ້າງບຸນໃຫມ່ຕັ້ງແຕ່ບັດນີ້ ຈະໄດ້ເປັນບຸນເກົ່າຕິດ ຕົວໄປໃນວັນຫນ້າ ໂດຍຍຶດຫລັກວ່າ 
1. ເຊົ້າໃດຍັງບໍ່ໄດ້ໃຫ້ທານ ເຊົ້ານັ້ນຢ່າຟ້າວກິນເຂົ້າ
2. ວັນໃດຍັງບໍ່ໄດ້ຮັກສາສີນ ວັນນັ້ນຢ່າຟ້າວອອກຈາກບ້ານ
3. ຄືນໃດຍັງບໍ່ໄດ້ໄຫວ້ພຣະ ຈະເລີນສະຕິພາວະນາ ຄືນນັ້ນຢ່າຟ້າວນອນ
ເຮົາຕ້ອງອົດທົນຝຶກຕົນໃຫ້ສ້າງຄວາມດີເລື້ອຍໆໄປ ເຖິງຈະ ຕ້ອງກະທົບກັບສິ່ງໃດ ມີອຸປະສັກຫລາຍພຽງໃດກໍ່ປັກໃຈຫມັ້ນບໍ່ຖອຍ ກັດແຂ້ວສູ້ທໍາຄວາມດີເລື້ອຍໆໄປ
ອານິສົງຂອງການມີບຸນວາສະຫນາມາກ່ອນ
1. ເຮັດໃຫ້ມີປັດໃຈຕ່າງໆພ້ອມພຽງສາມາດເຮັດຄວາມດີໄດ້ໂດຍງ່າຍ
2. ອໍານວຍປະໂຫຍດທຸກຢ່າງດັ່ງໄດ້ກ່າວມາແລ້ວ
3. ເປັນຕົ້ນເຫດແຫ່ງຄວາມສຸກທຸກປະການ 
4. ເປັນສະບຽງຕິດຕົວທັງພົບນີ້ ພົບຫນ້າ ຈົນກວ່າຈະບັນລຸ ມັກຜົນ ນິບພານ

Post a Comment

0 Comments

ຄວາມຄິດເຫັນ