ມຸງຄຸນທີ 4 : ການຢູ່ໃນຖິ່ນຖານທີ່ເຫມາະສົມ


ປະຕິຣູປະເທສະວາໂສ ຈະ  ຢູ່ໃນຖິ່ນຖານທີ່ເຫມາະສົມ 

ການຢູ່ໃນຖິ່ນອັນສົມຄວນ ປະກອບດ້ວຍສິ່ງແວດລ້ອມ 4 ຢ່າງ

1. ອາວາດສະບາຍ ຫມາຍເຖິງຢູ່ແລ້ວສະບາຍ ເຊັ່ນສະອາດ ເດີນທາງໄປມາສະດວກ ອາກາດດີ ເປັນແຫລ່ງຊຸມຊົນ ບໍ່ມີແຫລ່ງອະ ບາຍຍະມຸກ

2. ອາຫານສະບາຍ ຫມາຍເຖິງອາຫານການກິນອຸດົມສົມບູນ ເຊັ່ນ ແຫລ່ງອາຫານທີ່ສາມາດຊອກຊື້ຊອກຫາໄດ້ງ່າຍ 

3. ບຸກຄົນສະບາຍ ຫມາຍເຖິງບ່ອນທີ່ມີຄົນດີ ຈິດໃຈໂອບອ້ອມ ອາລີ ເພິ່ງພາອາໄສເຊິ່ງກັນແລະກັນ ບໍ່ມີໂຈນນັກເລງ ຫລືໃກ້ແຫລ່ງ ອິດທິພົນບໍ່ດີຕ່າງໆ

4. ທໍາມະສະບາຍ ຫມາຍເຖິງມີທີ່ເພິ່ງດ້ານທໍາມະ ມີບ່ອນຟັງທໍາ ເຊັ່ນ ມີວັດຢູ່ໃນບໍລິເວນນັ້ນ ມີໂຮງຮຽນ ຫລືແຫລ່ງສຶກສາຫາຄວາມຮູ້ 


ວິທີເຮັດໃຫ້ເຮືອນເປັນຕາຢູ່

1. ອານະໄມເຮືອນໃຫ້ສະອາດ ເປັນລະບຽບ ມີທາງຖ່າຍເທ ອາກາດໄດ້ສະດວກ

2. ເລືອກຊື້ເຄື່ອງເຮັດອາຫານໃຫ້ຖືກຫລັກອະນາໄມ ເປັນແມ່ເຮືອນ ກໍ່ຕ້ອງເຮັດອາຫານໃຫ້ເປັນ

3. ຈູງໃຈຄົນໃນເຮືອນໃຫ້ມີຄວາມເຄົາລົບນັບຖືເຊິ່ງກັນ ແລະກັນ ລະເວັ້ນອະບາຍຍະມຸກ ມີຄວາມຂະຫຍັນຫມັ່ນພຽນ ມີນຳ້ໃຈຕໍ່ກັນ ໂດຍເລີ່ມປັບປຸງໂຕເອງໃຫ້ດີກ່ອນ ແລ້ວຈຶ່ງຊັກຊວນຜູ້ອື່ນໃຫ້ປະຕິບັດ ຕາມ

4. ຊັກຊວນກັນໄປວັດເຮັດບຸນ ຮັກສາສິນ ຟັງເທດ ຝຶກສະມາທິ ເປັນປະຈໍາ ຕ້ອງມີອຸປະກອນເສີມສ້າງທາງໃຈ ເຊັ່ນ ມີຫນັງສືທໍາມະ ມີຫ້ອງພຣະ ຫລືຫິງພຣະ ທໍາລາຍພາບ ຫລືຫນັງສືທີ່ບໍ່ເຫມາະສົມ ອອກໃຫ້ຫມົດເຊັ່ນ ພາບ ຫລືຫນັງສືລາມົກ ແລະຊັກຊວນກັນສວດມົນ ຈະເລີນສະມາທິພາວະນາຢູ່ເຮືອນຢ່າງສະຫມໍ່າສະເຫມີ 


ອານິສົງຂອງການຢູ່ໃນຖິ່ນທີ່ເຫມາະສົມ

1. ໄດ້ຮັບຄວາມສຸກກາຍສຸກໃຈເຕັມທີ

2. ໄດ້ຮັບຄວາມຈະເລີນກ້າວຫນ້າທັງທາງໂລກ ແລະທາງທໍາ 

3. ມີໂອກາດບໍາເພັນບຸນເຕັມທີ ທັງທານ ສິນ ພາວະນາ 

4. ໄດ້ລາບອັນປະເສີດ ຄືໄດ້ຄວາມສັດທາໃນພຣະລັດຕະນະໄຕຣ 

5. ໄດ້ຟັງທໍາອັນປະເສີດ ຄືໄດ້ຟັງຄໍາສອນຂອງພຣະພຸດທະເຈົ້າ 

6. ໄດ້ຮູ້ພຣະສັດທໍາ ຄືໄດ້ສຶກສາທໍາມະ 

7. ໄດ້ການເຫັນອັນປະເສີດ ຄືໄດ້ເຫັນພຣະລັດຕະນະໄຕຣ 

8. ໄດ້ການສຶກສາອັນປະເສີດ ຄືໄດ້ສຶກສາສິນ ສະມາທິ ປັນຍາ 

9. ໄດ້ການບໍາລຸງອັນປະເສີດ ຄືໄດ້ບໍາລຸງພຣະສາສະຫນາ 

10. ໄດ້ການລະລຶກອັນປະເສີດ ຄືໃຈລະລຶກຜູກພັນຢູ່ກັບພຣະລັດຕະນະໄຕຣ 

11. ໄດ້ນິໄສບໍ່ປະຫມາດ ໂດຍເບິ່ງຕົວຢ່າງຈາກຜູ້ປະຕິບັດທໍາທັງຫລາຍ 

12. ໄດ້ທີ່ເພິ່ງອັນສູງສຸດ ຄືພຣະພຸດ ພຣະທໍາ ພຣະສົງ 

13. ໄດ້ອະຣິຍະສັດ ຄືຫົນທາງສູ່ນິບພານ

Post a Comment

0 Comments

ຄວາມຄິດເຫັນ