ມຸງຄຸນທີ 3 ການບູຊາບຸກຄົນທີ່ຄວນບູຊາ

 

ປູຊາ ຈະ ປູຊະນີຍານັງ ບູຊາບຸກຄົນທີ່ຄວນບູຊາ

ການບູຊາ ຄືການສະແດງຄວາມເຄົາລົບນ້ອບນອມ ບຸກຄົນທີ່ເຮົານັບຖື ຍົກຍ້ອງ ເຫລື້ອມ ໃສ ສັດທາໃນຕົວຂອງບຸກຄົນນັ້ນ 

ປະເພດຂອງການບູຊາ
1. ອາມິດສະບູຊາ ຄືການບູຊາດ້ວຍສິ່ງຂອງ ເຊັ່ນ ການໃຫ້ເງິນຄໍາແກ່ ພໍ່ແມ່ໄວ້ໃຊ້ຈ່າຍ ຫລືມອບຊັບສິນໃຫ້ພໍ່ແມ່ ຫລືເອົາດອກໄມ້ທູບທຽນ ໄປບູຊາພຣະ ຖືເປັນອາມິດສະບູຊາ 
2. ປະຕິບັດບູຊາ ຄືການບູຊາດ້ວຍການປະຕິບັດເບິ່ງແຍງພໍ່ແມ່ຜູ້ມີພະຄຸນທັງຫລາຍ 
ຈະເລີນສະມາທິພາວະນາການຝຶກຈິດບໍ່ໃຫ້ເລື່ອນລອຍ ເຫັນຄວາມຈິງໃນຄວາມເປັນໄປຂອງໂລກ
ບຸກຄົນທີ່ຄວນບູຊາ
1. ພຣະພຸດທະເຈົ້າ 
2. ພຣະປັດເຈກກະພຸດທະເຈົ້າ ຫມາຍເຖິງພຣະສົງ ໃນພຣະພຸດທະສາສະຫນາ 
3. ພຣະມະຫາກະສັດຜູ້ຕັ້ງຢູ່ໃນທໍາ 
4. ບິດາ-ມານດາ 
5. ຄູ-ອາຈານ ທີ່ມີຄວາມຮູ້ດີ ມີຄວາມສາມາດ ແລະ ຄວາມປະພຶດດີ 
6. ອຸປັດຊາ ຫລືຜູ້ບັງຄັບບັນຊາທີ່ມີຄວາມປະພຶດດີ ຕັ້ງຢູ່ໃນທໍາ 

ການຂາບ 3 ຢ່າງ
ວິທີການບູຊາພຣະພຸດທະຮູບທີ່ໃຊ້ກັນຫລາຍຄືການຂາບ ເຊິ່ງຜູ້ທີ່ຂາບພຣະນັ້ນ ແຍກໄດ້ຫລາຍປະເພດດັ່ງນີ້
1. ຍິ່ງຂາບຍິ່ງເມື່ອຍ ຄືພວກທີ່ເຫັນຄົນອື່ນຂາບພຣະກໍ່ຂາບຕາມເຂົາ ໂດຍຮູ້ຄວາມຫມາຍ ເຮັດພໍແລ້ວໆໄປ ຄືລີງໄຫວ້ເຈົ້າ ແບບນີ້ບໍ່ ໄດ້ປະໂຫຍດເທົ່າທີ່ຄວນເມື່ອຍລ້າໆ
2. ຍິ່ງຂາບຍິ່ງໂງ ຄືພວກທີ່ຂາບພຣະແລ້ວຂໍໃນສິ່ງທີ່ບໍ່ສົມຄວນ ເຊັ່ນ ຂາບພຣະຂໍເລກ ຫລືບໍ່ຮຽນຫນັງສືແຕ່ຂາບພຣະ ໃຫ້ເສັງໄດ້
3. ຍິ່ງຂາບຍິ່ງສະຫລາດ ຄືພວກທີ່ຂາບພຣະແລ້ວຍຶດຖືເອົາພຣະທໍາ ຄໍາສັ່ງສອນຂອງພຣະອົງມາເປັນແບບຢ່າງໃນການປະພຶດປະຕິບັດຕາມ ເຊັນ
ຂາບຄັ້ງທີ່ 1 ລະນຶກເຖິງພຣະປັນຍາທິຄຸນຂອງພຣະພຸດທະເຈົ້າ ທີ່ຊົງມີພຣະປັນຍາອັນຍອດຍິ່ງ ສາມາດພິຈາລະນາເຫັນທຸກ ແລະຄິດຄົ້ນວິທີການດັບທຸກ ໄດ້ດ້ວຍພຣະອົງເອງ ທັງນີ້ເພາະພຣະອົງສຶກສາທໍາ ແລະຝຶກສະມາທິຫລາຍ ຈຶ່ງມີໃຈໃສສະຫວ່າງຈົນສາມາດຕັດສະຮູ້ທໍາ ປາບກິເລດໃນຕົວໄດ້ຫມົດ ເຮົາກໍ່ຕ້ອງຕັ້ງໃຈຫມັ່ນຝຶກສະມາທິ ສຶກສາທໍາມະ ຕາມແບບຢ່າງຂອງພຣະອົງ
ຂາບຄັ້ງທີ 2 ລະນຶກເຖິງພຣະລິສຸດທິຄຸນ ຂອງພຣະອົງທີ່ຊົງມີ ຄວາມບໍລິສຸດທັງກາຍ ວາຈາ ໃຈ ເພາະພຣະອົງຊົງຮັກສາສິນມາຫລາຍ ບໍ່ເຄີຍວ່າຮ້າຍແກ່ໃຜເລີຍ ເປັນຕົວຢ່າງໃນການຮັກສາສິນໄດ້ ເປັນຢ່າງດີ ເຮົາກໍ່ຕ້ອງຕັ້ງໃຈຮັກສາສິນໃຫ້ບໍລິສຸດເຫມືອນພຣະອົງ
ຂາບຄັ້ງທີ 3 ລະນຶກເຖິງພຣະມະຫາກະຣຸນາທິຄຸນ ຂອງພຣະອົງທີ່ ຊົງເທດສະຫນາສັ່ງສອນ ຜູ້ຄົນທັງຫລາຍ ຢ່າງບໍ່ອິດເມື່ອຍເພາະ ພຣະອົງຊົງບໍາເພັນທານ ແລະຊ່ວຍເຫລືອສັດໂລກນັບພົບນັບຊາດບໍ່ຖ້ວນ ຈຶ່ງມີຄວາມເມດຕາກະລຸນາເປັນເລີດ ເຮົາກໍ່ຕ້ອງຕັ້ງໃຈຫມັ່ນໃຫ້ທານ ມີຄວາມກະລຸນາຊ່ວຍເຫລືອຜູ້ອື່ນຕາມແບບຢ່າງຂອງພຣະອົງ
ອານິສົງຂອງການບູຊາບຸກຄົນທີ່ຄວນບູຊາ
1. ນໍາຄວາມເຫັນທີ່ຖືກຕ້ອງທີ່ຍັງບໍ່ທັນເກີດໃຫ້ເກີດຂຶ້ນໄປ 
2. ນໍາຄວາມເຫັນຖືກຕ້ອງທີ່ເກີດຂຶ້ນແລ້ວໃຫ້ຈະເລີນງອກງາມຍິ່ງ
3. ເຮັດໃຫ້ມີກິລິຍາມາລະຍາດສຸພາບອ່ອນໂຍນ ຫນ້າຮັກຫນ້ານັບຖື 
4. ເຮັດໃຫ້ຈິດໃຈຜ່ອງໃສ ເພາະຕິດຢູ່ໃນກຸສົນລະກໍາສະເຫມີ 
5. ເຮັດໃຫ້ມີສະຕິສໍາປະຊັນຍະສົມບູນຂຶ້ນເພາະມີຄວາມສໍາລວມລະວັງເປັນການປ້ອງ ກັນຄວາມປະຫມາດ 
6. ປ້ອງກັນການລືມຕົວ ຄວາມຫລົງຜິດໄດ້ ເພາະຄິດຢູ່ສະເຫມີວ່າ ຜູ້ທີ່ມີຄຸນນະທໍາສູງກວ່າຕົນຍັງມີ 
       7. ເຮັດໃຫ້ເກີດກໍາລັງໃຈ ແລະອານຸພາບຢ່າງມະຫາສານ ສາມາດຄຸ້ມຄອງປ້ອງກັນຕົນພົ້ນຈາກອຸປະສັກ ແລະໄພຕ່າງໆ
8. ເປັນການກໍາຈັດຄົນພານໃຫ້ພິນາດໄປທາງອ້ອມ ເພາະມີແຕ່ຄົນບູຊາບັນດິດຜູ້ມີຄຸນນະທໍາ . 
        9. ເປັນການເຊີດຊູບັນດິດໃຫ້ສູງເດັ່ນ ເຮັດໃຫ້ທ່ານສາມາດບຳເພັນກິດໄດ້ສະດວກກວ້າງຂວາງຍິ່ງຂຶ້ນ 
“ ຢ່າຄິດຮອດແມ່ ສະເພາະຍາມທໍ້  ຢ່າຄິດຮອດແມ່ ສະເພາະຍາມເຫງົາ
ພວກເພີ່ນຄືຜູ້ໃຫ້ກຳເນີດ ຈົ່ງຄິດຮອດຕະຫຼອດເວລາ ”


Post a Comment

0 Comments

ຄວາມຄິດເຫັນ