
ປັນດິຕຕານັນ ຈະ ເສວະນາ“ຄົບບັນດິດ”
ບັນດິດ ຫມາຍເຖິງຜູ້ມີຄວາມຮູ້ ມີປັນຍາ ມີຈິດໃຈທີ່ງົດງາມ ແລະມີການດໍາເນີນຊີວິດທີ່ຖືກຕ້ອງ ຕາມທຳນອງຄອງທັມ ຮູ້ດີ ຮູ້ຊົ່ວ
ລັກສະນະຂອງບັນດິດ
1. ເປັນຄົນຄິດດີ ຄື ມະໂນສຸຈະລິດ ບໍ່ຄິດໂລບມາກ ບໍ່ພະຍາບາດປອງຮ້າຍຄົນອື່ນ ຮູ້ຈັກໃຫ້ອະໄພ ເຊື່ອເລື່ອງບາບບຸນຄຸນໂທດ ມີຄວາມກະຕັນຍູຮູ້ບຸນຄຸນ
2. ເປັນຄົນເວົ້າດີ ຄື ວະຈີສຸຈະລິດ ເວົ້າແທ້ທໍາຈິງບໍ່ຂີ້ຕົວະ ບໍ່ເວົ້າຄໍາຫຍາບ ບໍ່ເວົ້ານິນທາວ່າຮ້າຍຜູ້ອື່ນ
3. ເປັນຄົນເຮັດຄວາມດີ ຄື ປະກອບອາຊີບສຸຈະລິດ ມີເມດຕາ ໃຫ້ທານເປັນປົກກະຕິນິໄສ ຢູ່ໃນສີນທໍາ ປະຕິບັດສະມາທິພາວະນາ
ຂໍ້ສັງເກດຜູ້ເປັນບັນດິດ
1. ຊັກນໍາໄປໃນທາງທີ່ຖືກທີ່ຄວນ ເຊັ່ນ ຊັກນໍາໃຫ້ເຊົ່າເຮັດສິ່ງທີ່ຜິດ ຕັກເຕືອນໃຫ້ເຮັດຄວາມດີ ຕົວຢ່າງ ໃຫ້ເຊົາຫລິ້ນການພະນັນ ເຊົາເປັນອັນຕະພານ
2. ມັກເຮັດສິ່ງທີ່ເປັນທຸລະ ເຊັ່ນ ມັກເຮັດຫນ້າທີ່ຂອງຕົນໃຫ້ລຸລ່ວງ ແລະໃຊ້ເວລາທີ່ມີຢູ່ໃຫ້ເປັນປະໂຫຍດ ບໍ່ກ້າວກ່າຍເລື່ອງຂອງຜູ້ອື່ນ ເວັ້ນແຕ່ຈະໄດ້ຮັບການຮ້ອງຂໍ ຫລືໄດ້ຮັບອະນຸຍາດ
3. ເຮັດ ແລະແນະນໍາສິ່ງທີ່ຖືກທີ່ຄວນ ເຊັ່ນ ເວົ້າ ແລະ ປະຕິບັດຢ່າງກົງໄປກົງມາ ແນະນາການໃຫ້ທານທີ່ຖືກຕ້ອງ ປະຕິບັດຕົນໃຫ້ເປັນປະໂຫຍດຕໍ່ສັງຄົມສ່ວນລວມ
4. ຮັບຟັງດີ ບໍ່ໂກດບໍ່ຮ້າຍ ເຊັ່ນ ເມື່ອມີຄົນເວົ້າໃຫ້ກໍ່ບໍ່ຖືໂທດ ບໍ່ຄຽດ ແຕ່ຈະຮັບຟັງແລ້ວນໍາໄປພິ ຈາລະນາຢ່າງຍຸດຕິທໍາ ແລ້ວນຳມາແກ້ໄຂປັບປຸງຕົນເອງໃຫ້ດີຂຶ້ນ
5. ຮູ້ລະບຽບວິໄນ ມີມາລະຍາດດີ ເຊັ່ນ ການຮັກສາລະບຽບວິໄນຂອງອົງການ ເພື່ອໃຫ້ຫມູຄະ ນະມີຄວາມເປັນລະບຽບ ແລະການດໍາເນີນວຽກງານບໍ່ສັບສົນ ຫລືການຮັກສາຄວາມສະອາດ ປະຕິບັດ ແລະ ເຄົາລົບກົດຂອງສະຖານທີ່ບໍ່ເຮັດຕາມໃຈຕົນເອງ

ວິທີຄົບບັນດິດ
1. ຫມັ່ນໄປມາຫາສູ່
2. ຫມັ່ນເຂົ້າໄປນັ່ງໃກ້
3. ມີຄວາມຈິງໃຈ ມີຄວາມເກງອົກເກງໃຈຕໍ່ທ່ານ
4. ຟັງຄໍາແນະນໍາ ຟັງຄໍາເວົ້າຂອງທ່ານ (ຟັງເທດ)
5. ຈື່ຈໍາຄໍາທີ່ໄດ້ຟັງແລ້ວນັ້ນໄວ້ເປັນຄະຕິເຕືອນໃຈສອນຕົນ
6. ພິຈາລະນາໃຈຄວາມຂອງທໍາທີ່ຈື່ໄດ້ນັ້ນໃຫ້ດີ
7. ພະຍາຍາມປະຕິບັດຕາມທໍາທີ່ໄດ້ຟັງ ແລະໄດ້ພິຈາລະນາຢ່າງດີແລ້ວນັ້ນ
ອານິສົງຂອງການຄົບບັນດິດ
1. ມີຈິດໃຈຜ່ອງໃສ ສາມາດກະທໍາຄວາມດີຕາມ
2. ໄດ້ປັນຍາເພີ່ມຂຶ້ນ ເປັນຄົນຫນັກແຫນ້ນມີເຫດຜົນ
3. ມີຄວາມເຫັນຖືກເປັນສໍາມາທິດຖິ
4. ບໍ່ຕ້ອງເສົ້າໂສກເດືອດຮ້ອນຍ້ອນຄວາມຜິດ
5. ເປັນທີ່ຍ້ອງຍໍສັນລະເສີນຂອງຄົນທົ່ວໄປ
6. ມີຄວາມສຸກ ປອດໄພຈາກໄພພານຕ່າງໆ
7. ມີຄວາມຈະເລີນກ້າວຫນ້າ ສາມາດຕັ້ງໂຕໄດ້ໄວ
8. ເຖິງລະໂລກນີ້ໄປແລ້ວ ກໍ່ໄປສູ່ສຸຄະຕິໂລກສະຫວັນ
9. ບັນລຸມັກຜົນ ນິບພານ ໄດ້ໂດຍງ່າຍ
ແທ້ຈິງບຸກຄົນຜູ້ມີປົກກະຕິທ່ຽວຄົບຄົນພານ ຍ່ອມເສົ້າໂສກ ເພາະການຢູ່ຮ່ວມກັບຄົນພານ ເປັນເຫດນໍາທຸກມາໃຫ້ທຸກເມື່ອ ປຽບເຫມືອນການຢູ່ຮ່ວມກັບສັດຕູ ສ່ວນບັນດິດ ຢູ່ຮ່ວມແລ້ວເປັນສຸກ ປຽບເຫມືອນສະມາຄົມ ກັບຍາດພີ່ນ້ອງ ເພາະເຫດນັ້ນແລ ນິລະຊົນຄວນຄົບບັນດິດ ຜູ້ມີປັນຍາເປັນພະຫູສູດ ເອົາການເອົາງານ ມີສີນ ຫ່າງໄກຈາກກິເລດ ແລະເປັນສັດຕະບຸລຸດ ປຽບດັ່ງພຣະຈັນຄົບອາກາດ ອັນເປັນທາງ ໂຄຈອນແຫ່ງດວງດາວສັນນັ້ນ
0 Comments