
ມຸງຄຸນທີ 37
ວິຣະຊັງ “ຈິດປາສະຈາກທຸລີ”
ກິເລດ ກໍ່ຄືສິ່ງທີ່ເຮັດໃຫ້ເກີດຄວາມເສົ້າໝອງ ເຊິ່ງໄດ້ແກ່ ຄວາມໂລບ ຄວາມໂກດ ຄວາມຫລົງ ກິເລດຂອງຄົນເຮົາ
1. ຣາຄະ
ກ. ຄວາມໂລບຢ່າງແຮງຈົນສະແດງອອກມາ (ອະພິຊະນາສະມະ ໂລພະ) ເຊັ່ນ ການປຸ້ນຈີ້ ຂົ່ມຂືນກະທໍາອານາຈານ ທາງເພດ
ຂ. ການຄິດຕັ້ງໃຈຈະເອົາຂອງຄົນອື່ນມາເປັນຂອງຕົນເອງ (ອະພິ ຊະນາ) ມີໃຈຢາກໄດ້ຂອງຄົນອື່ນແຕ່ບໍ່ເຖິງຂັ້ນ ສະແດງອອກ
ຄ. ຄວາມຢາກໄດ້ໃນທາງບໍ່ຄວນ (ປາປີດສາ) ເຊັ່ນການຍອມຮັບສິນ ບົນ ການທຸຈະລິດເພື່ອແລກກັບການມີຊັບ ງ. ຄວາມມັກມາກເຫັນແກ່ໄດ້ (ມະຫິດສາ) ດ້ວຍການເອົາມາເປັນ ຂອງຕົນຈົນເກີນຄວາມພໍດີ ເອົາປະໂຫຍດໃສ່
ຕົວເອງໂດຍບໍ່ຄໍານຶງເຖິງ ຄົນອື່ນ
ຈ. ຄວາມຍິນດີໃນກາມ (ກາມະຣາຄະ) ຄືຍັງບໍ່ສາມາດລະກິດຈະກໍາ ທາງເພດໄດ້ ຍັງມີຄວາມຮູ້ສຶກ ມີແຮງກະຕຸ້ນ ມີຄວາມພໍໃຈໃນເລື່ອງ ເພດ
ສ. ຄວາມຍິນດີໃນຮູບປະທໍາອັນປານີດ ຄືຕິດຢູ່ໃນອາລົມຂອງຮູບຍານ ປາຖະໜາໃນຮູບຂອງພົບ ເມື່ອທໍາສະມາທິ ຂັ້ນສູງຂຶ້ນໄປ (ຣູປະຣາ ຄະ)
ຊ, ຄວາມຍິນດີໃນອະຣູປະຍານ (ອະຣູປະຣາຄະ) ຄືຍຶດຕິດຢູ່ໃນ ອາລົມຂອງອະຣູປະຍານເມື່ອທໍາສະມາທິເຖິງພົບ ຂອງອະຣູປະພຣົມທີ່ບໍ່ຫວັງດີ ການຈອງເວນ
2. ໂທສະ
ກ. ພະຍາບາດ ຄືການຜູກໃຈອາຄາດ ມີໃຈທີ່ບໍ່ຫວັງດີ ການຈອງເວນ
ຂ. ໂທສະ ຄືການຄິດທໍາຮ້າຍ ເນື່ອງຈາກໃຈພະຍາບາດແລ້ວຄິດປອງຮ້າຍ
ຄ. ໂກທະ ຄືຄວາມໂກດ ຄວາມເດືອດຮ້ອນໃຈ ປຽບດັ່ງໄຟທີ່ເຜົາຕົວເອງ
ງ. ປະດິຄະ ຄືຄວາມຂັດໃຈ ຄວາມບໍ່ພໍໃຈເຮັດໃຫ້ອາລົມຫາດຫລຸດ
3. ໂມຫະ
ກ. ຄວາມເຫັນຜິດເປັນຊອບ (ມິດສາທິດຖິ) ເຊັ່ນບໍ່ເຊື່ອໃນເລື້ອງບາບ, ບຸນຄຸນໂທດ.
ຂ. ຄວາມຫລົງຜິດ (ໂມຫະ) ບໍ່ຮູ້ຕາມຄວາມເປັນຈິງ
ຄ. ການເຫັນວ່າມີຕົວຕົນ (ສັງກາຍະທິດຖິ) ເຊັ່ນເຊື່ອໃນສິ່ງທີ່ເບິ່ງເຫັນ ດ້ວຍຕາເປົ່າເທົ່ານັ້ນ
ງ. ຄວາມສົງໄສ (ວິຈິກິດສາ) ຄືສົງໄສໃນພຣະທໍາຄໍາສັ່ງສອນໃນເລື້ອງການປະຕິບັດເພື່ອການພົ້ນທຸກ
ຈ. ການຍຶດຖືຢ່າງງົມງາຍ (ສີລັບພະຕະປະຣາມາສະ) ການໄປຂາບໄຫວ້ສໍາພະເວສີທີ່ຢູ່ຕາມຕົ້ນໄມ້ ຂໍໂຊກ ລາບ
ສ. ຄວາມຖືຕົວ (ມານະ) ຄືການສໍາຄັນຕົວເອງຜິດວ່າເປັນແນວນັ້ນ ເປັນແນວນີ້
ຊ. ຄວາມຟຸ່ງຊ້ານ (ອຸດທັດຈະ) ຄືການທີ່ຈິດໃຈວອກແວກ ຄິດບໍ່ເປັນສາລະບໍ່ຢູ່ກັບຮ່ອງກັບຮອຍ ບໍ່ມີສະມາທິ ຫລືສະມາທິບໍ່ນິ້ງ
ຍ. ຄວາມບໍ່ຮູ້ຈິງ (ອະວິດຊາ) ຄືການຮູ້ພຽງຜິວເຜີນ ຫລືການຄິດເອົາເອງ ບໍ່ປະຕິບັດຕາມຫລັກພຣະທໍາຍັງບໍ່ເກີດ ປັນຍາ
ໂທດຂອງການມີກິເລດ.
1. ຣາຄະ ມີໂທດໜ້ອຍ ແຕ່ຫາຍຊ້າ
2. ໂທສະ ມີໂທດຫລາຍ ແຕ່ຫາຍໄວ
3. ໂມຫະ ມີໂທດຫລາຍ ແຕ່ຫາຍຊ້າ
“ຜູ້ໃດກໍາຈັດໂລພະໄດ້ແລ້ວ ບໍ່ໂລບໃນອາລົມອັນເປັນທີ່ຕັ້ງແຫ່ງຄວາມໂລບ ຄວາມໂລບຍ່ອມໝົດໄປຈາກໃຈຜູ້ ນັ້ນເໝືອນຢົດນ້ໍາຕົກຈາກໃບບົວ ຜູ້ໃດກໍາຈັດໂທສະໄດ້ແລ້ວ ຄວາມມຸ່ງຫວັງທີ່ຈະທໍາຮ້າຍຜູ້ອື່ນຍ່ອມ ໝົດໄປຈາກໃຈຜູ້ ນັ້ນ ເໝືອນຫມາກຕານສຸກຫລົ່ນຈາກຕົ້ນ ຜູ້ໃດກໍາຈັດໂມຫະໄດ້ແລ້ວ ບໍ່ຫລົງໃນອາລົມອັນເປັນທີ່ຕັ້ງແຫ່ງຄວາມຫລົງ ຜູ້ນັ້ນຍ່ອມກໍາຈັດຄວາມຫລົງໄດ້ເໝືອນພຣະອາທິດອຸໄທກໍາຈັດຄວາມ ມືດຫຼືຫຼຸດຈາກຄວາມມືດໄດ້ສັນນັ້ນ”
0 Comments