
ມຸງຄຸນທີ 36
ອະໂສກັງ “ຈິດບໍ່ໂສກ”
ຄໍາວ່າໂສກ ມາຈາກພາສາບາລີວ່າ ໂສກະ ແປວ່າ ແຫ້ງ,ຫ່ຽວ ຈິດໂສກ ໝາຍເຖິງ ສະພາບຈິດທີ່ແຫ້ງ ເໝືອນດັ່ງດິນແຫ້ງ ໃບໄມ້ແຫ້ງ ໝົດຄວາມຊຸ່ມຊື່ນ ເນື່ອງຈາກບໍ່ສົມຫວັງໃນຄວາມຮັກ ຄວາມປາດຖະໜາ ເຮັດໃຫ້ມີອາການ ຫ່ຽວ ຫົດຫູ ໂຫຍຫາຂຶ້ນໃນໃຈ ໃຈຊຶມເສົ້າ ບໍ່ຢາກຮັບຮູ້ອາລົມໃດໆ ບໍ່ຢາກເຮັດວຽກສາເຫດທີ່ເຮັດໃຫ້ຈິດໂສກເສົ້າ
1. ຄວາມໂສກເກີດຈາກສິ່ງອັນເປັນທີ່ຮັກ2. ຄວາມໂສກເກີດຈາກຄວາມຮັກ
3. ຄວາມໂສກເກີດຈາກຄວາມຍິນດີ
4. ຄວາມໂສກເກີດຈາກຕັນຫາ ບູຮານທ່ານສະຫລຸບເຕືອນສະຕິໄວ້ວ່າ
ຜູ້ໃດມີຄວາມຮັກເຖິງ 100 ຜູ້ນັ້ນກໍ່ຕ້ອງມີຄວາມທຸກເຖິງ 100
ຜູ້ໃດມີຄວາມຮັກເຖິງ 50 ຜູ້ນັ້ນກໍ່ຕ້ອງມີຄວາມທຸກເຖິງ 50
ຜູ້ໃດມີຄວາມຮັກເຖິງ 10 ຜູ້ນັ້ນກໍ່ຕ້ອງມີຄວາມທຸກເຖິງ 10
ຜູ້ໃດມີຄວາມຮັກເຖິງ 5 ຜູ້ນັ້ນກໍ່ຕ້ອງມີຄວາມທຸກເຖິງ 5
ຜູ້ໃດມີຄວາມຮັກເຖິງ 3 ຜູ້ນັ້ນກໍ່ຕ້ອງມີຄວາມທຸກເຖິງ 3
ຜູ້ໃດມີຄວາມຮັກເຖິງ 1 ຜູ້ນັ້ນກໍ່ຕ້ອງມີຄວາມທຸກເຖິງ 1
ຄວາມໂສກເກີດຈາກຄວາມຮັກ ໄພນໍ່ເກີດຈາກຄວາມຮັກ ຜູ້ ພົ້ນຈາກຄວາມຮັກໄດ້ເດັດຂາດ ຍ່ອມບໍ່ມີຄວາມໂສກ ແລະບໍ່ມີໄພ
ຂໍ້ແນະນໍາທີ່ຈະເຮັດໃຫ້ຈິດໃຈບໍ່ໂສກເສົ້າ
1. ໃຊ້ປັນຍາພິຈາລະນາຢູ່ເນື່ອງໆ ເຖິງຄວາມບໍ່ທ່ຽງໃນສິ່ງທັງຫລາຍ ແລະຮ່າງກາຍຂອງເຮົາ
2. ບໍ່ຍຶດໝັ້ນໃນຕົວຕົນ ຫລືຄວາມຈີຣັງຢັ້ງຢືນໝັ້ນຄົງ ໃນຄົນ ຫລືສິ່ງຂອງວ່າເປັນຂອງເຮົາ.
4. ຄິດວ່າທຸກສິ່ງທຸກຢ່າງລ້ວນບໍ່ທ່ຽງ
“ຜູ້ໃດບໍ່ມີສິ່ງອັນເປັນທີ່ຮັກ ຜູ້ນັ້ນກໍ່ບໍ່ມີຄວາມທຸກ ເຮົາກ່າວວ່າຜູ້ນັ້ນ ຄວາມໂສກເສົ້າ ປາສະຈາກກິເລດດັ່ງທຸລີ ບໍ່ມີອຸປາຍາດ ຄືຄວາມຕອມ ໃຈຄວາມກຸ້ມໃຈ”
0 Comments