ມຸງຄຸນ ທີ 35 ຈິດບໍ່ຫວັ່ນໄຫວໃນໂລກະທໍາ



ມຸງຄຸນ ທີ 35
ຜຸດຖັດສະ ໂລກະທໍາເມຫິ ຈິດຕັງ ຍັດສະ ນະ ກຳປະຕິ
ຈິດບໍ່ຫວັ່ນໄຫວໃນໂລກະທໍາ”
        ຈິດຫວັ່ນ ຄືຄວາມກັງວົນ ຢ້ານວ່າຈະປະສົບກັບສິ່ງທີ່ບໍ່ມັກ
        ຈິດໄຫວ ຄືຄວາມປາຖະໜາຢາກໄດ້ສິ່ງທີ່ຮັກທີ່ຊອບໃຈ
ຄໍາວ່າ: ໂລກະທໍາ ໝາຍເຖິງເລື້ອງລາວທີ່ເກີດຂຶ້ນເປັນປະຈໍາໃນໂລກ ນີ້ ເຊິ່ງເຮົາບໍ່ຄວນຫວັ່ນໄຫວໃນສິ່ງຕ່າງໆເຫລົ່ານີ້ ທ່ານວ່າລັກສະນະ ຂອງໂລກະທໍາມີ 4 ປະການຄື
        1. ການໄດ້ລາບ ເມື່ອມີລາບກໍ່ຍ່ອມມີຄວາມເຊື່ອມລາບເປັນທໍາມະດາ ມີແລ້ວກໍ່ຍ່ອມໝົດໄປໄດ້ ເປັນພຽງ ຄວາມສຸກຊົ່ວຄາວເທົ່ານັ້ນ ້
        2.ການໄດ້ຍົດ ຍົດຖາບັນດາສັກລ້ວນແຕ່ເປັນສິ່ງສົມມຸດຂຶ້ນມາທັງໝົດ ເປັນສິ່ງທີ່ຄົນຍອມຮັບ ກັນວ່າເປັນ ແນວນັ້ນແນວນີ້ ເມື່ອໝົດຍືດສັກກໍ່ໝົດປາລະມີ
        3. ການໄດ້ຮັບການສັນລະເສີນ ທີ່ໃດມີຄົນນິຍົມຊົມຊອບ ທີ່ນັ້ນກໍ່ ຍ່ອມມີຄົນຊັງເປັນເລື່ອງທໍາມະດາ ການຖືກນິນທາຈຶ່ງບໍ່ແມ່ນເລື່ອງຜິດປົກກະຕິ
        4. ການໄດ້ຮັບຄວາມສຸກທີ່ໃດມີສຸກທີ່ນັ້ນກໍ່ຈະມີທຸກມີຄວາມສຸກແລ້ວກໍ່ຢ່າຫລົງລືມນຶກເຖິງຄວາມທຸກທີ່ແຝງມາ
 
ສິ່ງທີ່ຄົນທົ່ວໄປປາຖະໜາ
        1. ໄດ້ລາບ ຄືການໄດ້ຜົນປະໂຫຍດ ເຊັ່ນໄດ້ຊັບ ໄດ້ບຸດ-ພັນລະຍາ ໄດ້ເຮືອນ ໄດ້ດິນ ໄດ້ເພັດນິນຈິນດາຕ່າງໆ
        2. ໄດ້ຍົດ ຄືການໄດ້ຮັບຕໍາແຫນ່ງ ໄດ້ອໍານາດເປັນໃຫຍ່ເປັນໂຕ
        3. ໄດ້ສັນລະເສີນ ຄືການໄດ້ຍິນໄດ້ຟັງຄໍາຊົມເຊີຍ ຄໍາຍ້ອງຍໍ
        4. ໄດ້ສຸກ ຄືໄດ້ຮັບຄວາມສະບາຍກາຍສະບາຍໃຈໄດ້ຄວາມ ເບີກບານມ່ວນຊື່ນ ໄດ້ຄວາມບັນເທິງໃຈ ທັງ 4 ຢ່າງນີ້ເປັນເລື່ອງທີ່ ຄົນທົ່ວໄປມັກ ຕອນຍັງບໍ່ໄດ້ກໍ່ຄິດຢາກໄດ້ ເມື່ອໄດ້ແລ້ວກໍ່ຄິດຫວງ ຫ່ວງຫລາຍກໍຫຶງ ການທີ່ຈິດມີ ອາການ ຫາ-ຫວງ-ຫ່ວງ-ຫຶງ ນີ້ແຫລະ ເອີ້ນວ່າ: ຈິດໄຫວ
 
ສິ່ງທີ່ຄົນທົ່ວໄປບໍ່ປາຖະໜາ
        ເສື່ອມລາບ ຄືຜົນປະໂຫຍດທີ່ໄດ້ມາແລ້ວເສຍໄປ ເຊັ່ນເສຍ ເງິນ ເສຍບ່ອນຢູ່ ລູກຮັກຕາຍເສຍ ເມຍຮັກຕາຍຈາກເສື່ອມຍົດ ຄືຖືກຫລຸດຄວາມເປັນໃຫຍ່ ຖືກຫລຸດອອກຈາກຕໍາ ແຫນ່ງໜ້າທີ່ ຖືກຖອນອອກຈາກອໍານາດຖືກນິນທາ ຄືຖືກຕໍານິຕິຕຽນ ຖືກດ່າຕໍ່ໜ້າຫລືລັບຫລັງຕົກທຸກ ຄືໄດ້ຮັບຄວາມທຸກທໍລະມານທາງກາຍ ຫລືທາງໃຈທັງ 4 ປະການນີ້ເປັນເລື້ອງທີ່ຄົນເຮົາບໍ່ມັກບໍ່ປາຖະ  ໜາໃຫ້ເກີດຂຶ້ນກັບຕົວເອງ ເມື່ອຍັງມາບໍ່ເຖິງ ຈິດກໍ່ຫວັ່ນວ່າມັນຈະມາ ເມື່ອມັນມາແລ້ວກໍ່ຫວັ່ນວ່າເມື່ອໃດມັນຈະໄປ ແລ້ວກໍ່ຫວັ່ນຢ້ານວ່າມັນຈະ ກັບມາອີກ.
 
 
ຈິດບໍ່ຫວັ່ນໄຫວໃນໂລກະທໍາ
        ຈິດບໍ່ຫວັ່ນໄຫວໃນໂລກະທໍາ ໝາຍເຖິງສະພາບຈິດຂອງຜູ້ທີ່ ເຂົ້າເຖິງນິພພານໃຫ້ແຈ້ງແລ້ວ ມີຈິດຕັ້ງໝັ້ນເກີດ ຄວາມໝັ້ນຄົງ ຫນັກແຫນ້ນຄືດັ່ງພູຜາ ເປັນອຸເບກຂາວາງເສີຍໄດ້
ເມື່ອພົບກັບຄວາມເສື່ອມລາບ ເສື່ອມຍົດ ຖືກນິນທາ ຈິດກໍ່ບໍ່ຫວັ່ນ
ເມື່ອພົບກັບຄວາມໄດ້ລາບໄດ້ຍົດ ໄດ້ສັນລະເສີນ ເປັນສຸກ ຈິດກໍ່ບໍ່ໄຫວ ເພາະຮູ້ເທົ່າທັນວ່າເລື່ອງທີ່ເກີດຂຶ້ນ ນັ້ນມັນບໍ່ທ່ຽງ ບໍ່ຈີລັງ ມີລາບກໍເສື່ອມລາບ ຍົດຕໍາແຫນ່ງໃຫຍ່ໂຕ ກໍບໍ່ແມ່ນຂອງເຮົາ ຕະຫລອດໄປ ສັນລະເສີນ ນິນທາ ສຸກ ທຸກ ເປັນສິ່ງທີ່ທຸກຄົ ພົບ ແລະໃນທີ່ສຸດກໍຕ້ອງເສື່ອມໄປເປັນທໍາມະດາຕາມກົດຂອງໄຕຣລັກເຮັດໃຫ້ຈິດໃຈບໍ່ຫວັ່ນ ໄຫວໃນໂລກະທໍາ

ເຮັດໃຫ້ຈິດໃຈບໍ່ຫວັ່ນໄຫວໃນໂລກະທໍາ
1. ໃຊ້ປັນຍາພິຈາລະນາຢູ່ເນື່ອງໆ ຂອງກົດໄຕຣລັກຄື ອະນິດຈັງ ທຸກຂັງ ອະນັດຕາ ບໍ່ທ່ຽງ ບໍ່ທົນ ບໍ່ແທ້
2. ຈະເລີນສະຕິພາວະນາ ໃຊ້ກໍາມະຖານພິຈາລະນາເຖິງຄວາມ ເປັນໄປໃນຄວາມບໍ່ທ່ຽງໃນສັບພະສິ່ງທັງຫລາຍ ທັງປວງໃນໂລກ ແລະ ສັງຂານ ນອກຈາກນີ້ເຮົາທຸກຄົນຈະຕ້ອງໄດ້ຝຶກສະມາທິພາວະນາກັນ ຈົນໃຈຍຸດໃຈນິ້ງຕັ້ງໝັ້ນເປັນ ສະທິເກີດປັນຍາຮູ້ແຈ່ມແຈ້ງເຫັນອາຣິຍະສັດ 4 ແລະ ເຮັດນິພພານໃຫ້ແຈ້ງຈຶ່ງຈະມີຈິດບໍ່ຫວັ່ນໄຫວໃນໂລກກະທັມຢ່າງ ແທ້ຈິງ.

Post a Comment

0 Comments

ຄວາມຄິດເຫັນ