ມຸງຄຸນ 34 ເຮັດໃຫ້ແຈ້ງເຊິ່ງພຣະນິພພານ



ມຸງຄຸນ 34
ນິພພານະສັດສິກິຣິຍາ ເຮັດໃຫ້ແຈ້ງເຊິ່ງພຣະນິພພານ
ເຮັດໃຫ້ແຈ້ງ      ນິພພານ          ຜານສັງໂຍດ
ກວດກາໂທດ     ທາດ ຂັນ          ຫມັ່ນຝຶກຖອນ
ເອົາອໍຣະຫັນ      ມັຄຄະຍານ       ເຜົາຜານຫຼ້ອນ
ດັບທຸກຮ້ອນ      ນິພພານ           ສໍາລານໃຈ
            ຕາບໃດທີ່ຍັງບໍ່ບັນລຸນິພພານ ສັດໂລກທັງມວນຈັກຕ້ອງວຽນ ວາຍຕາຍເກີດຢູ່ໃນສັງສາລະວັດເລື້ອຍໄປອັນເປັນ ໄປຕາມກົດແຫ່ງ ວັດຖະ 3 ຄືກິເລດກໍາ ແລະວິບາກ ກ່າວຄື ກິເລດເປັນເຫດໃຫ້ເຮັດກໍາ ກໍເປັນເຫດໃຫ້ເກີດວິບາກ ຄືໃຫ້ ເກີດຜົນກໍາທີ່ອໍານວຍໃຫ້ໄປ ເກີດໃນພູມ ໃນພົບຕ່າງໆ ເມື່ອຍັງມີກິເລດຢູ່ກໍ່ສາມາດສ້າງ ແລະ ຕ້ອງໄດ້ຮັບວິບາກວຽນ ວາຍຕາຍເກີດອີກຕໍ່ໄປນັ້ນ ຈະຕ້ອງປະຕິບັດທັມ ໃຫ້ໄດ້ບັນລຸພຣະນິພພານ ບັນລຸພຣະນິພພານເມື່ອໃດ ກໍ່ຂ້າມພົ້ນສັງສາລະ ວັດໄດ້ເມື່ອນັ້ນ ຕາບໃດທີ່ຍັງວຽນວາຍຕາຍເກີດໃນສັງສາລະວັດ ຕາບນັ້ນກໍ່ຊື່ວ່າຕົກຢູ່ໃນວົງວຽນທຸກ ພົ້ນສັງສາລະວັດເມື່ອ ໃດກໍ່ພົ້ນທຸກໄດ້ເມື່ອນັ້ນ
 
ລັກສະນະຂອງ ນິພພານ
        1. ການບໍ່ມີກິເລດ ຫຼືການດັບກິເລດເອີ້ນວ່າ ນິພານ
        2. ຜົນທີ່ເກີດຂຶ້ນເປັນຄວາມສະຫງົບປາສະຈາກທຸກໂດຍສິ້ນເຊີງ ຫຼືພາວະທີ່ປາສະຈາກຄວາມທຸກອັນເກີດຈາກ ການສິ້ນກິເລດນັ້ນເອງ ເປັນຕົວນິພພານ
        3. ທັມມະທາດຢ່າງໜຶ່ງ ເຊິ່ງເປັນບ່ອນດັບຂອງກິເລດ ແລະເປັນສະພາບທີ່ມີຢູ່ນິລັນດອນ ເມື່ອໃຜປະຕິບັດ ຫຼືລຸເຖິງກິເລດບຸກຄົນນັ້ນກໍ່ດັບໄປ ທັມມະທາດອັນນີ້ຖືກຈັດວ່າເປັນນິບພານ ຫຼືບາງເທື່ອກໍ່ເອີ້ນວ່າ “ ນິພພານທາດ ” ນິພພານ ແບ່ງຕາມທາດບັນລຸມີ 2 ຢ່າງ
            1. ສະອຸປາທິເສສະນິພພານ ໝາຍເຖິງ ການດັບກິເລດຍັງມີເບັນຈະຂັນຫຼື (ຮ່າງກາຍ) ດັ່ງທີ່ພຣະພຸດທະອົງຕັດ ໄວ້ວ່າ ດູກ່ອນພຣະ ພິກຂຸທັງຫຼາຍ ຄື ພິກຂຸໃນທັມວິໄນນີ້ ເປັນພຣະອະຣະຫັນ ສິ້ນອາສະ ວະກິເລດແລ້ວ ຢູ່ຈົບພົມມະຈັນ ແລ້ວ (ບັນລຸອະຣະຫັຕຕະມັຄ ອະຣະຫັນຕະຜົນແລ້ວ) ປົງພາລະໄດ້ແລ້ວ (ລະຄວາມຢຶດໝັ້ນໃນເບັນຈະຂັນໄດ້ແລ້ວ) ໄດ້ບັນ ລຸເຖິງປະໂຫຍດຢ່າງຍິ່ງແລ້ວ (ບັນລຸອະຣະຫັດຕະຜົນແລ້ວ) ສິ້ນກິເລດເຄື່ອງປະກອບໄວ້ໃນພົບແລ້ວຮູ້ດີຮູ້ຊອບແລ້ວຫຼຸດພົ້ນ ຈາກກິເລດແລ້ວ ອິນຊີ 5 ຄືຕາ ຫູ ດັງ ລີ້ນ ກາຍ ຂອງພິກຂຸ ນັ້ນຍັງດໍາລັງຢູ່ ເພາະອິນຊີເຫຼົ່ານັ້ນ ຍັງບໍ່ວິບັດ ພິກຂຸນັ້ນຈຶ່ງຍັງ ໄດ້ສະເຫວີຍອາລົມ ບາງເທື່ອກໍ່ດີໃຈ ບາງເທື່ອກໍ່ເປັນສຸກ ແລະບາງເທື່ອກໍ່ເປັນທຸກ ທັມເປັນທີ່ສີ້ນໄປແຫ່ງໂລພະ ເປັນທີ່ສິ້ນ ໄປແຫ່ງ ໂທສະ ເປັນທີ່ສິ້ນໄປແຫ່ງ ໂລພະ ເປັນທີ່ສິ້ນໄປແຫ່ງໂທສະ ເປັນທີ່ສິ້ນໄປແຫ່ງ ໂມຫະ ອັນໃດຂອງພິກຂຸນັ້ນສະພາ ວະທັມນີ້ເອີ້ນວ່າ ສະອຸປາທິເສສະນິພພານທາດ” ຂຸ.ອິຕິ.25/258-9)
            2. ອະນຸປາທິເສສະນິພພານ ໝາຍເຖິງ ການດັບກິເລດບໍ່ມີເບັນຈະຂັນເຫຼືອ ດູກ່ອນພິກຂຸທັງຫຼາຍ ກໍ່ອະນຸປາທິ ເສສະນິພພານທາດ ເປັນແນວໃດເປັນຢ່າງນີ້ ພິກຂຸທັງຫຼາຍຄື ພິກຂຸໃນທັມວິໄນນີ້ ເປັນພຣະອະຣະຫັນ ສິ້ນອາສະວະກິ ເລດແລ້ວຮູ້ດີຮູ້ຊອບແລ້ວ ຫຼຸດພົ້ນຈາກກິເລດແລ້ວ ການສະເຫວີຍອາລົມທັງປວງຂອງພິກຂຸນັ້ນ ເປັນອັນເພີດເພີນແລ້ວ ຈັກດັບສະຫນິດໃນໂລກນີ້ແນ່ນອນ ນີ້ເອີ້ນວ່າ ອະນປາທິເສສະນິພພານທາດ
             ພາວະນິພພານ ນິບພານນັ້ນເປັນສິ່ງທີ່ມີຢູ່ແທ້ ດັ່ງທີ່ພຣະພຸດທະອົງຕັດໄວ້ວ່າ
ດູກ່ອນພິກຂຸທັງຫຼາຍ ອາຍະຕະນະນັ້ນ (ນິພພານ) ເປັນອາຍະຕະນະທີ່ບໍ່ມີດິນ ນໍ້າ ໄຟ ລົມ ເລີຍ ອາກາສ ຈານະ ຕະນະ ອາກິນຈິນຍາຍະຕະນະ ເນວະສັນ ນະ ວິນຍານນັນຈານະຕະນະ ອາກິນຈິນຍາຍະ ນາສັນຍາຍະຕະນະ ກໍ່ບໍ່ແມ່ນໂລກ ນີ້ກໍບໍ່ແມ່ນໂລກອື່ນກໍ່ບໍ່... ໂລກອື່ນກໍ່ບໍ່ແມ່ນ ດວງຈັນດວງອາທິດທັງສອງກໍບໍ່ແມ່ນ ອີກຢ່າງ..ພິກຂຸທັງຫຼາຍອາຍະຕະນະນັ້ນເຮົາບໍ່ກ່າວ ເລີຍວ່າເປັນ ການໄປ ເປັນການຕັ້ງໝັ້ນ ເປັນການຈຸຕິ ເປັນການເກີດ ອາຍະຕະນະ ນັ້ນຫາທີ່ຕັ້ງທີ່ອາໄສບໍ່ໄດ້ ບໍ່ໄດ້ເປັນໄປ ຫາອາລົມບໍ່ໄດ້ ນັ້ນຄື  ທີ່ສຸດ ແຫ່ງທຸກ”
                ຕາມພຣະພຸດທະພົດນີ້ ຈະເຫັນໄດ້ວ່າ ນິພພານເປັນອາຍະຕະນະ ຢ່າງໜຶ່ງ ຄືເປັນ ທັມມາຍະຕະນະ ດ້ວຍເປັນທັມ ມາລົມ ເປັນທີ່ຢຶດຫນ່ວງຂອງຈິດ ຂະນະທີ່ໄດ້ບັນລຸ ໂຄຕະຣະພູຍານ ແລ້ວເທົ່ານັ້ນ ເພາະບັນ ລຸຍານນີ້ ເປັນຜູ້ມີໃຈສະອາດ ສະຫງົບ ແລະສະຫວ່າງ ຈະພົ້ນພາວະແຫ່ງປຸຖຸຊົນແລ້ວ ແລະອາຍະຕະນະຄືນິພພານນັ້ນເປັນສິ່ງ ທີ່ມີຢູ່ໂດຍບໍ່ມີການເກີດບໍ່ມີ ສິ່ງໃດ ຫຼືໃຜສ້າງ ດັ່ງທີ່ພຣະພຸດທະອົງໄດ້ ຕັດໄວ້ວ່າ ອັດຖິ ພິກຂະເວ ອະຊາຕັງ ອະພູຕັງ ອະກະຕັງ ອະສັງ ຂະຕັງ ພິກຂຸທັງ ຫຼາຍ ອາຕະນະທີ່ບໍ່ເກີດແລ້ວ ບໍ່ເປັນແລ້ວ ອັນເປັນປັດໄຈບໍ່ເຮັດແລ້ວ ບໍ່ປຸງແຕ່ງແລ້ວມີຢູ່ ອີກຢ່າງໜຶ່ງ ຄວນຮູ້ວ່າ ການ ກ່າວວ່າ ດິນ, ນ້ໍາ, ລົມ, ໄຟ, ບໍ່ມີໃນນິພພານບໍ່ແມ່ນຮູບຂັນ
            ການກ່າວວ່ານິບພານບໍ່ແມ່ນ ອາກາສານິພພານບໍ່ແມ່ນຮູບຂັນ ການກ່າວວ່າ ນິພພານບໍ່ແມ່ນອາສານັ້ນຈາຍະຕະນະ ເປັນຕົ້ນນັ້ນ ສ່ອງຄວາມວ່າພິບພານ ບໍ່ແມ່ນນາມຂັນນິພພານ ຈຶ່ງເປັນ ຂັນທະວິມຸດຕິ” ການກ່າວວ່າ ນິພພານບໍ່ແມ່ນໂລກ ນີ້ ແລະບໍ່ແມ່ນໂລກອື່ນ ຫຼື ແມນດວງ ຈັນດວງອາທິດນັ້ນ ສ່ອງຄວາມວ່າ ນິພພານນັ້ນບໍ່ແມ່ນຢ່າງໃດຢ່າງໜຶ່ງໃນໂຫລາ ສາດ ການກ່າວປະຕິເສດການມາການ ໄປເປັນຕົ້ນສ່ອງຄວາມວ່ານິພພານນັ້ນບໍ່ມີການສໍາພັນກັບໂລກອື່ນດ້ວຍໄປມາເຖິງ ກັນໂດຍອາການປົກກະຕິກໍ່ດີ ດ້ວຍການວຽນວາຍຕາຍເກີດໃນສັງສາລະວັດກໍ່ດີ ການກ່າວວ່ານິພພານນັ້ນ ຫາທີ່ອາໄສບໍ່ໄດ້ ເປັນຕົ້ນ ສ່ອງຄວາມວ່ານິພພານນັ້ນບໍ່ແມ່ນສະຖານທີ່ແຫ່ງໃດແຫ່ງໜຶ່ງ ໃນໄຕຣພົບ ນິບພານນັ້ນເປັນທັມມະຊາດພິເສດຊະ ນິດໜຶ່ງ ດັ່ງທີ່ພຣະພຸດທະອົງຕັດໄວ້ວ່າ “ ທັມມະຊາດນັ້ນສະຫງົບແລ້ວ ທັມມະຊາດນັ້ນ ປານີດ ກ່າວຄືທັມເປັນທີ່ສະຫງົບ ແຫ່ງສັງຂານທັງປວງ ເປັນທີ່ໝົດອອກເຊິ່ງກິເລດທັງປວງ ເປັນທີ່ໝົດຕັນຫາ”
 
ພາວະຜູ້ບັນລຸນິພພານ
          ຜູ້ປະຕິບັດວິປັດສະນາກັມມະຖານ ຈົນເກີດວິປັດສະນາຍານ ແກ່ກ້າ ໄດ້ບັນລຸອະຣິຍະມັຄຄະຍານ ອະຣິຍະຜົນຍານ ສໍາເລັດເປັນ ອົງພຣະອະຣະຫັນ ເປັນຜູ້ສິ້ນອາສະວະກິເລດແລ້ວ ແຕ່ຍັງມີຊີວິດຢູ່ ນັບວ່າໄດ້ບັນລຸອຸປາທິເສສະນິພພານ ຄວນ ເຂົ້າໃຈວ່າ ພຣະອະຣະຫັນນັ້ນ ແມ່ນວ່າທ່ານຈະບັນລຸ ຫຼືເຂົ້າເຖິງນິພພານແລ້ວ ແຕ່ທ່ານກໍ່ບໍ່ໄດ້ ເຂົ້ານິພພານດັບສະຫນິດຕະ ຫຼອດເວລາ ຫຼືບໍ່ແມ່ນວ່າທ່ານຈະຍຶດຫນ່ວງ ເອົານິພພານເປັນອາລົມຕະຫຼອດໄປທຸກເວລານາທີ ແທ້ຈິງ ທ່ານຈະເຂົ້ານິບ ພານພຽງຊົ່ວລະຍະເວລາທີ່ບັນລຸອະລິຍະມັຄຄະຍານ ອະລິຍະ ຜົນຍານ ແລະໃນຂະນະທີ່ເຂົ້າຜົນສະມາບັດ ຫຼືນິໂຣດສະມາ ບັດເທົ່ານັ້ນ ໃນເວລາປົກກະຕິທີ່ບໍ່ໄດ້ເຂົ້າສະມາບັດ ຈິດຂອງພຣະອາຣະຫັນກໍ່ ມີອາລົມເປັນໂລກິຍະ ຄືມີຮູບ ສຽງ ກິ່ນ ລົດ ສໍາຜັດ ແລະທັມມາລົມ ເປັນອາລົມ ຢ່າງດຽວກັບຊາວໂລກທົ່ວໄປ ແຕ່ພຣະອະຣະຫັນທ່ານ ຮູ້ເທົ່າທັນອາລົມເຫຼົ່ານັ້ນຖ້າບໍ່ມີ ຄວາມຍິນດີຍິນຮ້າຍໃນອາຣົມເຫຼົ່ານັ້ນເຖິງວ່າຈະເປັນອິດຖາລົມ ຫຼື ອະນິດຖາລົມ ຜ່ານເຂົ້າມາ ທ່າຫນົດຮູ້ໄດ້ທັນທີວ່າມີ ອາລົມປະເພດໃດຜ່ານເຂົ້າມາແລ . ເຫັນກໍ່ກໍາຫນົດວ່າເຫັນ ຫຼືໄດ້ຍິນກໍ່ກໍາຫນົດວ່າໄດ້ຍິນເທົ່ານັ້ນ, ໂລພະ ໂທສະ ໂມຫະ ເກີດຂຶ້ນໃນຂະນະສັມຜັດອາລົມເຫຼົ່າ, ຕິດຢູ່ໃນອາລົມເຫຼົ່ານັ້ນ ເຖິງວ່າອາຍະຕະນະພາຍໃນຂອງພ. ຫັນຈະຮັບອາລົມທີ່ເປັນ ໂລກີຍະຢູ່ແບບຊາວໂລກທົ່ວໄປ ແລະ ອໍານາດກິເລດຕັນຫາ ດັງນັ້ນຂັນຂອງພຣະອາຣະຫັນທັງສ່ວນທີ່ຕ້. ຮູບຂັນແລະນາມ ຂັນຈຶ່ງເປັນຂັນບໍລິສຸດ ເຊິ່ງເອີ້ນວ່າ ວິສຸດທິພັນ ອິດຖາລົມເກີດຂຶ້ນ ເຊັ່ນໄດ້ເຫັນຮູບທີ່ງາມໆ ໄດ້ຍິນສຽງທີ່ມວນໆດົມກິ່ນ ທີ່ຫອມໆ ໄດ້ຊິມລົດທີ່ແຊບໆ ໄດ້ສໍາພັດກັບສິ່ງທີ່ສໍາຜັດທີ່ເຫ້, ສຸກ ແລະໄດ້ຄິດຢູ່ໃນສົມມຸດນັ້ນເວົ້າງ່າຍໆ ກໍ່ຄືສິ່ງໃດທີ່ ຊາວໂລກ ນິຍົມວ່າສວຍວ່າງາມ ເປັນຕົ້ນ ພຣະອະຣະຫັນກໍ່ຍອມຮັບວ່າສິ່ງນັ້ນ ສວຍງາມຕາມສົມມຸດນັ້ນ ແຕ່ທ່ານບໍ່ໄດ້ຕົກ ຢູ່ໃສຄວາມສວຍງາມນັ້ນ ເພາະທ່ານຕັດກິເລດໄດ້ເດັດຂາດແລ້ວໃນການບໍລິໂພກອາຫານ ແລະການພັກຜ່ອນຫຼັບນອນກໍ່ເຊັ່ນ ດຽວກັນ ພຣະອະຣະຫັນທີ່ຍັງມີຊີວິດຢູ່ກໍ່ຍັງຕ້ອງບໍ ລິໂພກອາຫານ ຍັງ ຕ້ອງພັກຜ່ອນຫຼັບນອນ ເຊັ່ນດຽວກັບຊາວໂລກທົ່ວໄປ ແຕ່ທ່ານ ບໍລິ ໂພກອາຫານດ້ວຍອໍານາດຕັນຫາ ບໍ່ໄດ້ພັກຜ່ອນຫລັບນອນດ້ວຍ ອໍານາດຖີນະມິດທະອັນເປັນອະກຸສົນລະທັມທ່ານບໍລິໂພກອາຫານແລະຫຼັບນອນຕາມຄວາມ ຕ້ອງການຂອງຮ່າງກາຍເທົ່ານັ້ນເໝືອນລົດທີ່ຕ້ອງການຕື່ມນ້ໍາມັນ ແລະຕ້ອງການພັກເຄື່ອງຈັກເທົ່ານັ້ນ
ອີກຢ່າງໜຶ່ງໃນການບໍລິໂພກອາຫານນັ້ນ ສໍາລັບຄົນທົ່ວໄປຍ່ອມ ມີຄວາມຕ້ອງການບໍລິໂພກອາຫານດ້ວຍ 2 ປະການ
        1. ດ້ວຍຄວາມຫິວໂຫຍຫຼືຄວາມແສບທ້ອງ ເຊິ່ງເປັນຄວາມຕ້ອງການຂອງຮ່າງກາຍ
        2. ດ້ວຍຄວາມຢາກຮັບປະທານອາຫານທີ່ແຊບຖືກໃຈ ເຊິ່ງເປັນ
 
ຄວາມຢາກທີ່ເປັນໄປດ້ວຍອໍານາດຂອງກິເລດຕັນຫາ
        ແມ່ນແຕ່ໃນການບໍລິໂພກອາຫານດ້ວຍຄວາມຫິວ ຄົນທີ່ມີ ກິເລດຕັນຫາຢູ່ ກໍ່ອາດບໍລິ ໂພກດ້ວຍກິເລດຕັນຫາໄດ້ ເພາະ ເມື່ອ ຄວາມຫິວເກີດຂຶ້ນຄອບງໍາຈິດໃຈ ກໍ່ອາດເກີດໂລພະ ບໍລິໂພກຫຼາຍເກີນໄປ ຫຼືເມື່ອອາຫານບໍລິໂພກບໍ່ໄດ້ທັນໃຈ ຫຼືບໍ່ຖືກໃຈກໍ່ເກີດໂທສະ ຫຼືເມື່ອໄດ້ບໍລິໂພກອາຫານທີ່ຖືກປາກຖືກໃຈ ກໍ່ອາດຫຼົງຕິດຢູ່ໃນລົດ ອາຫານນັ້ນ ດັ່ງນັ້ນ ຄົນທີ່ຍັງ ມີກິເລດຕັນຫາຢູ່ ຈຶ່ງມັກບໍລິໂພກ ອາຫານດ້ວຍກິເລດຕັນຫາ ສ່ວນພຣະອະຣະຫັນທ່ານບໍລິໂພກອາຫານ ດ້ວຍຄວາມຫິວ ເຊິ່ງເປັນຄວາມຕ້ອງການຂອງຮ່າງກາຍພຽງຢ່າງດຽວ ເທົ່ານັ້ນ ທັງຄວາມຫິວທີ່ເກີດຂຶ້ນບໍ່ສາມາດຄອບງໍາຈິດໃຈທ່ານໄດ້ ເພາະຈິດໃຈທ່ານບໍລິສຸດ ປາສະຈາກກິເລດຕັນຫາ ແລະທ່ານມີສະຕິ ກໍາຫນົດຮູ້ທັນຄວາມຫິວທີ່ເກີດຂຶ້ນນັ້ນ
ໃນການພັກຜ່ອນຫຼັບນອນກໍ່ເຊັ່ນດຽວກັນ ສໍາລັບຄົນທີ່ຍັງມີ ກິເລດຕັນຫາຢູ່ນັ້ນ ຍ່ອມຕ້ອງການພັກຜ່ອນຫຼັບ ນອນດ້ວຍເຫດ 2 ປະການຄື
        1. ດ້ວຍຄວາມຕ້ອງການຂອງຮ່າງກາຍດ້ວຍຄວາມເມື່ອຍ ໜຶ່ງ
        2. ດ້ວຍອໍານາດກິເລດ ຫຼືອະກຸສົນລະກໍາ ຄື ຖີນະມິດທະຄອບງໍາຈິດໃຈ ໜຶ່ງ
ຊຶ່ງການພັກຜ່ອນຫຼັບນອນດ້ວຍເຫດປະການສຸດທ້າຍນີ້ ເປັນການຜັກ ຜ່ອນຫຼັບນອນຢ່າງປາສະຈາກສະຕິສໍາປະ ຊັນຍະບາງຄັ້ງກໍ່ນອນບໍ່ຫຼັບ ດີ ກ່າວຄືເມື່ອຖືກຖີນະມິດທະຄອບງໍາແລ້ວ ທັງຮ່າງກາຍບໍ່ເມື່ອຍກໍ່ຈະເກີດອາການເຫງົານອນ ຫາວນອນ ແລ້ວຫຼັບໄປ ບາງທີ ກໍນັ່ງຊົກງົກບາງເທື່ອກໍ່ເຮັດໃຫ້ເກີດຝັນຮ້າຍຕ່າງໆ ເພາະຕົນຍັງ ລະສັນຍາວິປະລາດບໍ່ໄດ້ ເປັນເຫດໃຫ້ນອນຫຼັບບໍ່ແຈບ ບໍ່ໄດ້ພັກຜ່ອນ ພຣະອະຣະຫັນບໍ່ເປັນເຊັ່ນນັ້ນ ທ່ານພັກຜ່ອນຫຼັບນອນດ້ວຍ ຕ້ອງການຂອງ ຮ່າງກາຍຢ່າງດຽວເທົ່ານັ້ນ ບໍ່ໄດ້ພັກຜ່ອນ ກິເລດ ຫຼືອະກຸສົນລະທັມ ເພາະອະກຸສົນລະທັມຄື ຖີນະມິ... ທ່ານລະໄດ້ເດັດ ຂາດແລ້ວ ແລະ ໃນຂະນະທີ່ທ່ານພັກຜ່ອນ. ດ້ວຍຄວາມຕ້ອງການຂອງຮ່າງກາຍນັ້ນ ພະວັງຄະຈິດຍ່ອມເກີດ.. ເລື້ອຍໆ ຕາມຄວາມຕ້ອງການຂອງຮ່າງກາຍ ຄືດອກບົວທີ່ບານແລ້ງ ເຖິງຍາມຫຼຸບໄປສັນນັ້ນ ໂດຍເຫດທີ່ພຣະອະຣະຫັນເປັນ ຜູ້ມີຈິດ.... ແລ້ວ ລະສັນຍາວິປະລາດໄດ້ແລ້ວ ຈຶ່ງບໍ່ມີການຝັນ ບໍ່ວ່າຈະຝັນດີທີ ຝັນຮ້າຍ ດ້ວຍປະການທັງປວງ
່          ໃນການເຈັບໄຂ້ໄດ້ປ່ວຍ ເຊັ່ນ ເຈັບຫົວ ເຈັບທ້ອງ ເປັນຕົ້ນ ຍ່ອມໄດ້ຮັບທຸກຂະເວທະນາ 2 ສະຖານ ຄື ທຸກຂະເວ ທະນາທາງກາຍ ແລະທຸກຂະເວທະນາທາງໃຈ ສ່ວນພຣະອາຣະຫັນ ທ່ານມີແຕ່ ທຸກຂະເວທະນາທາງກາຍເທົ່ານັ້ນບໍ່ໄດ້ມີ ຄວາມທຸກຂະເວທະນາທາງໃຈ ເພາະມີສະຕິກໍາຫນົດເທົ່າທັນເວທະນາທີ່ເກີດຂຶ້ນແລ້ວທຸກຂະເວທະນາຈຶ່ງຄອບງໍາຈິດໃຈ ທ່ານບໍ່ໄດ້ ສໍາລັບພຣະອະຣະຫັນທີ່ໄດ້ດັບ ເບັນຈະຂັນໄປແລ້ວ ຍ່ອມມີໂອກາດໄດ້ສະເຫວີຍຄວາມສຸກໃນພຣະນິພພານອັນ ເປັນບໍລົມມະສຸກ ເປັນສັນຕິສຸກຢ່າງແທ້ຈິງ ເປັນຄວາມສຸກທີ ລ້ໍາເລີດ ໂດຍເປັນຜູ້ຂ້າມພົ້ນຈາກໂອຄະສົງສານ ພົ້ນຈາກການ ວຽນ ເກີດວຽນຕາຍໃນສັງສາລະວັດ ພົ້ນຈາກກິເລດແລະກອງທຸກໂດຍສິນເຊີງ ມີແຕ່ຄວາມກະເສມສຸກເປັນນິລັນດອນ
 
ຜູ້ທີ່ສາມາດເຂົ້າເຖິງພຣະນິພພານໃຫ້ແຈ້ງ ໄດ້ແກ່
        1. ພຣະອະຣິຍະບຸກຄົນ ຄື ຜູ້ທີ່ປະຕິບັດທັມຈົນໄດ້ເປັນພຣະໂສດາບັນ ພຣະສະກິທາຄາມີ ພຣະອະນາຄາມີ ພຣະອາຣະຫັນ ພຣະອາຣິຍະບຸກຄົນທຸກກອງ ຈະສາມາດເຫັນພຣະນິພ ພານເປັນທີ່ຢູ່ໃນຕົວໄດ້ຢ່າງຈະແຈ້ງ ແລະ ສະເພາະ ພຣະອະ ຣະຫັນເທົ່ານັ້ນທີ່ຈະເຂົ້າໄປ ໂດຍທີ່ຈະເຂົ້າໄປສະເຫວີຍສຸກຢູ່ໃນນິພພານໄດ້ຫຼັງຈາກດັບຂັນໄປແລ້ວ
        2. ໂຄຕະຣະພູບຸກຄົນ ໝາຍເຖິງ ຜູ້ປະຕິບັດທັມຈົນເກັ່ງກ້າ ຊໍານິ ຊໍານານ ກໍ່ສາມາດເຫັນ (ຮູ້) ພຣະນິພພານໄດ້ 3. ປຸຖຸຊົນ ໝາຍເຖິງ ຜູ້ທີ່ຍັງໜາແຫນ້ນໄປດ້ວຍກິເລດ ຖ້າມີການປະຕິບັດທັມຈົນແກ່ກ້າເປັນ ໂຄຕະຣະພູບຸກຄົນ
ໄດ້ກໍ່ສາມາດເຫັນພຣະນິພພານໄດ້ ວິທີເຂົ້າເຖິງພຣະນິພພານໃຫ້ແຈ້ງ ມີວິທີດຽວເທົ່ານັ້ນ ຄືການປະຕິບັດ ທັມດ້ວຍການຈະ ເລີນສະມະຖະກັມ ແລະວິປັດສະນາກັມມະຖານຫຼື ຈະເລີນວິປັດສະນາກັມມະຖານຢ່າງດຽວລ້ວນໆ
 
ອານິສົງການເຮັດພຣະນິບພານໃຫ້ແຈ້ງ
1. ຈິດບໍ່ຫວັ່ນໄຫວໃນໂລກກະທັມ
2. ມີຈິດບໍ່ໂສກເສົ້າ
3. ຈິດປາສະຈາກທຸລີ
4. ຈິດກະເສມເປັນບໍລົມມະສຸກ ໄຟໃດສະເຫມີດ້ວຍລາຄະບໍ່ມີ ໂທດໃດສະເຫມີດ້ວຍໂທສະບໍ່ມີ ທຸກໃດ ສະເຫມີດ້ວຍເບັນຈະຂັນບໍ່ມີ ສຸກໃດສະເຫມີດ້ວຍຄວາມສະຫງົບບໍ່ມີ ຄວາມຫິວເປັນພະຍາດຢ່າງຍິ່ງ ສັງຂານເປັນ ທຸກຢ່າງຍິ່ງ ພຣະນິພ ພານເປັນສຸກຢ່າງຍິ່ງ”

Post a Comment

0 Comments

ຄວາມຄິດເຫັນ