ເຮືອນ3ນໍ້າ4

  


ເຮືອນ ໓ ນ້ຳ 

        ຍິງໃດສົມບູນດ້ວຍເຮືອນສາມ ນ້ຳສີ່ ເປັນຍິງທີ່ດີເລີດລ້ຳ ສົມຄວນແທ້ແມ່ເຈົ້າເຮືອນ ໃນສະໄບູຮານ ຮີດຄອງປະເພນີຂອງລາວແມ່ນມີຄຳແນະນຳສຕຣີ ຜູ້ເປັນລູກຫລານໃຫ້ຮູ້ຈັກຮັກສາໜ້າທີ່ຂອງຜູ້ຍິງ ທີ່ຄວນມີໄວ້ໃນພາລະກິດປະຈຳວັນຂອງຕົນ ຄຳວ່າເຮືອນສາມນ້ຳສີ່ນັ້ນໄດ້ແກ່
 
ເຮືອນສາມ (ເຮືອນ )
    ໑. ເຮືອນຄົວ : ຈັດການເຮືອນຄົວໃຫ້ດີງາມເປັນລະບຽບຮຽບຮ້ອຍ ທຳຄວາມສະອາດໃຫ້ງົດງາມ ຂອງໃຊ້ໃນເຮືອນຄົວຈັດໃຫ້ຖືກໝ້ອງ ຮັບຜິດຊອບງາຄົວກິນນອກຈກນັ້ນ ວຽກງານຄົວເຮືອນທຸກປະເພດ ແມ່ນໜ້າທີ່ຂອງຜູ້ຍິງ.
    ໒. ເຮື້ອນຜົມ : ຄົນລາວບູຮານທຸກເຜົ່າຊົນແມ່ນເກົ້າຜົມໃຫ້ສວຍງາມສະເໝີແຕ່ປັດຈຸບັນນີ້ ມີທັງດັດມີທັງຕັດມີທັງຊອຍ ແຕ່ຈະເຮັດຈັ່ງໃດກໍສຸດແລ້ວແຕ່ຕາມໃຈມັກ ທັງນີ້ຕ້ອງຮັບປະກັນຄວາມງາມສະອາດ ແລະຖືກກັບກາລະເທສະ.
    ໓. ເຮືອນກາຍ : ແຕ່ງກາຍໃຫ້ສະອາດຮຽບຮ້ອຍ ເບິ່ງແລ້ວງາມຕາ ແລະໜ້າຄົບຫາ.

ນໍ້າສີ່ (ນ້ຳ )
    ໑. ນໍ້າດື່ມ : ນໍ້າໜ້າເຮືອນ ສະໄໝເກົ່າກ່ອນເພີ່ນມີອຸນໍ້າໜ້າເຮືອນ ໃສ່ກະບວຍໄວ້ພ້ອມຫຼືຕັ້ງໄວ້ໜ້າເດີ່ນບ້ານເລີຍ ແຂກໄປໄທມາໄດ້ຕັກກິນສະບາຍນໍ້າໃນເຮືອນ ຄືນໍ້າໃນ ເຮືອນຄົວ ຫຼືເຮືອນໃຫຍ່ ອັນນີ້ເປັນນໍ້າສຳລັບໃຊ້ສອຍ ແລະທັງກິນ ຢ່າໃຫ້ຂາດແອ່ງຂາດອຸ ຢ່າງນ້ອຍຍາມຫິວກາງຄ່ຳການຄືນພໍໄດ້ຕັກິນ ຫຼືເມື່ອເກີດເຫດໄປຟືນຂຶ້ນມາພໍໄດ້ ດັບໄຟໃນເບື້ອງຕົ້ນໄດ້ ຄົນບໍ່ຮານຈຶ່ງມີຄຳເວົ້າວ່າ "ນໍ້າໃນໄຟຟືນ".
    ໒. ນໍ້າຄຳ : ນໍ້າຄຳນີ້ ເປັນຄຳເວົ້າຄຳຈາ ມ່ວນເພາະເສາະໃສ ບໍ່ກັບບໍ່ກອກ ເວົ້າຈາຊື່ກົງສະເໝີຕົ້ນ ສະ 
ເໝີປາຍ.
    ໓. ນໍ້າໃຈ : ເປັນຄົນມີນໍ້າໃຈໂອບອ້ອມອາຣີນຳຍາດພີ່ນ້ອງ ແລະເພື່ອນຝູງ.
   ໔. ນໍ້າເຕົ້ປປູນ: ຄວາມໝາຍໜຶ່ງ ແມ່ນວ່າຄົນລາວບູຮານທຸກເຜົ່າແມ່ນຄ້ຽວໝາກທັງຍິງທັງຊາຍສະນັ້ນຄຳວ່ານໍ້າເຕົ້າປູນ ບໍ່ຄວນໃຫ້ແຫ້ງ ຄັນນໍ້າເຕົ້າປູນແຫ້ງ ເຂົາວ່າຍິງເຮືອນນັ້ນຂີ້ຄ້ານອີກຄວາມໝາຍໜຶ່ງ ຄືນໍ້າເຕົ້າປູມ ຄືພູມຄວາມຮູ້ຂອງຜູ້ຍິງທີ່ເປັນແມ່ເຮືອນຕ້ອງມີຄວາມຮູ້ ສະຫຼາດໃນກິດຈະການງານທັງປວງ.
 
    ເຮືອນ ໓ ນໍ້າ ໔ ເປັນຄຳສັ່ງສອນບູຮານໃຫ້ຄົນຮຸ້ນໃໝ່ ນໍາໄປຮິ່ນຕອງ ພິຈາລະນາ ແລະສາມາດປະຕິບັດໄດ້ຕາມການປັບຕົວເອງ ໃຫ້ເຂົ້າກັບຍຸກໂລກາພິວັດ ເພື່ອສຸຂະພາບ ແລະ ສຸຂະອະນາໄມ ແລະກິລິຍາມາລະຍາດອັນໜ້າພາກພູມໃຈ ຂອງຄວາມມີມາລະຍາດດີ ກິລິຍາຄ່ອງ ຂອງຜູ້ຍິງລາວສືບຕໍ່ໄປ.

 

 




Post a Comment

0 Comments

ຄວາມຄິດເຫັນ