ວະຈີກັມ 4


ວະຈີກັມ 4

          ເວົ້າຕົວະ ເວົ້າຫຼອກລວງ ຊື່ວ່າ ມຸສາວາດ ຄືເຈຕະນາເວົ້າໃຫ້ຜູ້ຟັງເຂົ້າໃຈຜິດໄປຈາກຄວາມເປັນຈິງ ເຊິ່ງກິ່ນຄວາມໄປເຖິງການເວົາຕົວະໃຫ້ຄົນອື່ນຫລົງເຊື່ອ ລວມທັງສິ້ນ 6 ວິທີດ້ວຍກັນເຊັ່ນ

          1. ປດ ດອກລວງຈັງໆ ເຊັ່ນ ເຫັນແລ້ວ ເວົ້າວ່າ ບໍ່ເຫັນ

          2. ທົນສາບານ ເຊັ່ນ ຄຣູຖາມ ສັ່ງນັກຮຽນວ່າ ໃຜເຮັດຜິດໃຫ້ຢືນຂຶ້ນ ຕົນເຮັດຜິດແລ້ວບໍຢືນຂຶ້ນ

          3. ມາລະຍາ ເຊັ່ນ ເຈັບໜ້ອຍ ເຮັດເປັນເຈັບຫຼາຍ

          4. ທຳເລດທໍ່ທ່າໃຫ້ຄົນຕີຄວາມເອົາເອງ

          5. ທຳເລ່ ເຊັ່ນ ທຳທ່າອວດອ້າງຄວາມສັກສິດ ຂອງຕົນຈົນເກີນຄວາມຈິງ

          6. ເສີມຄວາມ ຄື ເລື່ອງມີການເວົ້າໜ້ອຍ ເຮັດໃຫ້ເປັນເລື່ອງໃຫຍ່

          7. ອຳຄວາມ ຄື ເລື່ອງຫຼາຍປິດບັງໄວ້ໃຫ້ເຫັນ ເປັນເລື່ອງເລັກນ້ອດຍ

          ເຈຕະນາລົມຂອງທາງສາສະໜາ ຕ້ອງການໃຫ້ທຸກຄົນມີຄວາມສັດຈິງກ້າພະເຊີນກັບ ຄວາມຈິງ

          ໂທດຂອງມຸສາວາດ ຫຼາຍຫຼືໜ້ອຍຂ້ຶນຢູ່ກັບວັດຖຸ ຄືເລື່ອງທີ່ເວົ້າເຈຕະນາຄືຈົງໃຈເວົ້າ ປະໂຫຍດຄືພະຍາຍາມເວົ້າ ແລະບຸກຄົນທີ່ຈະຟັງຄຳຕົວະນັ້ນ ມີຫຼາຍຫຼືໜ້ອຍ ເຊັ່ນ ເວ້ົາຕົວະທຳໃຫ້ເສຍຫາຍ ຍ່ອມມີໂທດຫຼາຍກວ່າ ເວົ້າຫຼອກລວງ ຕະຫຼົກຄະນອງເປັນຕົ້ນ

          ເວົ້າສໍສຽດ ຍຸຍົງຄົນຄົນທີ່ຜິດກັນໃຫ້ແຕກກັນ ຊື່ວ່າ ປິສຸນາວາຈາຄື ເກັບເອົາຄວາມຂ້າງນີ້ ໄປບອກຂ້າງນັ້ນ ດ້ວຍເຈຕະນາເພື່ອຈະໃຫ້ເຂົາແຕກແຍກກັນ ຫຼືກຽດກັນ ຫຼືຕ້ອງການໃຫ້ເຂົາຮັກຕົນ

          ເຈຕະລົມຂອງທາງສາສະໜາ  ບໍ່ຕ້ອງການໃຫ້ຫາຄວາມດີຄວາມຊອບດ້ວຍການປະຈົບສໍພໍ

          ໂທດຂອງປິສຸນາວາຈາ ຫຼາຍຫຼືໜ້ອຍຂ້ຶນຢູ່ກັບວັດຖຸ ເຈຕະນາຄປະໂຫຍດ ແລະບຸກຄົນ ເຊັ່ນ ຍຸຍົງສົງ ຫຼືຄະນະບຸກຄົນໃຫ້ແຕກແຍກກັນ ຂາດຄວາມສາມັກຄີກັນມີໂທດຫຼາຍກວ່າຍຸຄົນ 2 ຄົນໃຫ້ແຕກກັນເປັນຕົ້ນ

        ເວົ້າຫຍາບຊ້າ ທຳໃຫ້ຄົນຟັງເກີດຄວາມລະຄາຍໃຈ  ແລະສໍ່ວ່າຜູ້ເວົ້າເອງເປັນຄົນມີສະກຸນຕໍ່າ ຜຣຸສາວາຈາ ໄດ້ ແກ່ຄຳວ່າ ເວົ້ກົດໃຫ້ຕ່ຳລົງ, ປະຊົດ ຄື ເວົ້າຈົນຍົກເປັນລວຍ, ກະທົບ ຄື ເວ້ົາປຽບທຽບໃຫ້ເຈັບໃຈເມື່ອຄິດ ແດກດັນ ຄືເວົ້າກະແທກ ຄືເວົ້າແຕ່ສັງຄົມລັງກຽດ, ຄຳອາຄາດ ຄືເວົາໃຫ້ຄົນຟັງຢ້ານກວ່າ ຈະຖືກທຳຮ້າຍ, ຄຳຕ່ຳ ເຊັ່ນ ກູ ເມິງ ເປັນຕົ້ນ

          ເຈຕະລົມຂອງທາງສາສະໜາ ບໍ່ຕ້ອງການໃຫ້ຄົນມີຄວາມສຸພາບຊົນ ຮູ້ຈັກສັງລວມວາຈາຂອງຕົນ ບໍ່ກໍ່ຄວາມຄາຍໃຈ ໃຫ້ຜູ້ອື່ນດ້ວຍຄຳເວົ້າ

          ໂທດຂອງຜະຣຸສາວາຈາ  ຫຼາຍຫຼືໜ້ອຍຂ້ຶນຢູ່ກັບວັດຖຸ ເຈຕະນາຄປະໂຫຍດ ແລະບຸກຄົນ ເຊັ່ນ ເວົ້າຄຳຫຍາບກັບບິດາ-ມານດຳດາ ຫຼືກັບພິກຂຸສາມະເນນຍ່ອມມີໂທດຫຼາຍກວ່າ ເວົາຄຳກຫຍາບຄາຍກັບຊາວບ້ານ  ເປັນຕົ້ນ

          ເວົ້າເພິເຈີ້ ໄຮ້ສາລະ ບໍ່ເປັນປະໂຫຍດ ບໍ່ມີເຫດຜົນ ບໍ່ຖືກຕາມກາລະເທສະ ກ່າວຄື ເວົ້າພ່ອຍໆ ພຽງແຕ່ວ່າຢາກເວົ້າກໍເວົ້າໄປໂລດ ຊື່ວ່າ ສັມຜັປປະປະລາປະ

          ເຈຕະລົມຂອງທາງສາສະໜາ ບໍ່ຕ້ອງການໃຫ້ຄົນີຄວາມຮັບຜິດຊອບ ໃນຄຳເວົ້າຂອງຕົນ

          ໂທດຂອງສັມຜັປປະປະລາປະ ຫຼາຍຫຼືໜ້ອຍຂ້ຶນຢູ່ກັບວັດຖຸ ເຈຕະນາຄປະໂຫຍດ ແລະບຸກຄົນ ເຊັ່ນ ເວົ້າເຜີເຈີ້ເປັນອາຈິນ ຍ່ອມມີໂທດກ່າວຄື ຂາດຄວາມເຊື່ອຖື ຈາກບຸກຄົນອື່ນຫຼາຍກວ່າເວົ້າເຜີເຈີ້  ເພາະຄວາມສະໜຸກສະໜານເປັນຄັ້ງຄາວ

Post a Comment

0 Comments

ຄວາມຄິດເຫັນ