ມຸງຄຸນ 33 ເຫັນອະຣິຍະສັຈ



ມຸງຄຸນ 33
ອະຣິຍະສັຈຈະນະ ທັດສະນັງ “ເຫັນອະຣິຍະສັຈ

ການເຫັນຮູ້       ຄວາມຈິງ        ສິ່ງທ່ຽງແທ້
ບໍ່ຜັນແປ          ສີ່ປະການ         ບໍ່ຫານຫຼົງ
ຕັດຕັນຫາ         ມູນຮາກ           ພາກທຸກລົງ
ເປັນການສົ່ງ       ຂ້າມພາກ         ຈາກສາຄອນ
ອະຣິຍະສັຈ ໝາຍເຖິງຄວາມຈິງອັນປະເສີດ ຫຼັກແຫ່ງອະຣິຍະສັດ 4 ປະການ:
1. ທຸກ ຄືຄວາມບໍ່ສະບາຍກາຍບໍ່ສະບາຍໃຈ ຄວາມເປັນຈິງຂອງ ສັດໂລກທຸກຮູບທຸກນາມຕ້ອງມີທຸກ 3 ປະການຄື ການເກີດ ການແກ່ ການຕາຍ ນອກຈາກນີ້ຍັງມີຄວາມທຸກທີ່ເປັນອາການ ຫຼືເກີດຈາກສະພາບແວດລ້ອມ
ໂສກະ ຄວາມໂສກເສົ້າ
ປະຣິເທວະ ຄວາມສໍາພັນດ້ວຍຄວາມເສຍໃຈ
ທຸກຂະ ຄວາມເຈັບໄຂ້ໄດ້ປ່ວຍ
ໂທມະນັດສະ ຄວາມເສຍໃຈ
ອຸປາຍາສະ ຄວາມທໍ້ແທ້ ສິ້ນຫວັງ ຄັບແຄ້ນໃຈ
ອັບປີເຍຫິ ສໍາປະໂຍຄະ ການຕອມໃຈ ຜິດຫວັງຈາກສິ່ງທີ່ຮັກ
ປິເຍຫິ ວິປປະໂຍຄະ ການພັດພາກຈາກສິ່ງທີ່ຮັກ
- ຍັມປິຈສັງ ນະລະພະຕິ ຄວາມຫມົ່ນໝອງເມື່ອປາຖະໜາແລ້ວ ບໍ່ໄດ້ແລ້ວສິ່ງນັ້ນ
 
2. ສະມຸໄທ ຄືເຫດທີ່ເຮັດໃຫ້ເກີດທຸກ ນອກຈາກເຫດແຫ່ງທຸກດັ່ງ ທີ່ກ່າວມາແລ້ວຂ້າງຕົ້ນ ຕົ້ນຕໍຂອງທຸກກໍ່ຢູ່ທີ່ ໃຈຂອງເຮົານັ້ນກໍ່ຄືຄວາມ ຢາກເອີ້ນວ່າຕັນຫາ 3 ຢ່າງ ດັ່ງນີ້
1) ຄວາມຢາກໄດ້ ຄືຢາກໄດ້ມາເພື່ອສະຫນອງສໍາຜັດທັງ 5 ແລະກາມມະລົມ ເອີ້ນວ່າ ກາມະຕັນຫາ
2) ຄວາມຢາກເປັນ ຄືຄວາມຢາກເປັນຢ່າງນັ້ນ ຢ່າງນີ້ ເອີ້ນວ່າພາວະຕັນຫາ
3) ຄວາມບໍ່ຢາກເປັນ ຄືຄວາມບໍ່ພໍໃຈໃນສິ່ງທີ່ຕົວເອງເປັນ ເອີ້ນວ່າ ວິພາວະຕັນຫາ
 
3. ນິໂຣທ ຄືຄວາມດັບທຸກ ພາວະທີ່ຕັນຫາດັບສິ້ນໄປ ຄວາມຫຼຸດ ພົ້ນ ຫຼືໝາຍເຖິງພາວະຂອງພຣະນິບພານ ນັ້ນເອງ
 
4. ມັຄ ຄືຂໍ້ປະຕິບັດ ຫຼືຫົນທາງທີ່ນໍາໄປສູ່ການດັບທຸກ ການເດີນທາງສາຍກາງເພື່ອໃຫ້ເຖິງການດັບທຸກ ເຊິ່ງມີທັງໝົດ 8 ປະການ

Post a Comment

0 Comments

ຄວາມຄິດເຫັນ