ມຸງຄຸນ 32 ປະພຶດພົມມະຈັນ



ມຸງຄຸນ 32
ພົມມະຈະຣິຍັນ ຈະ ປະພຶດພົມມະຈັນ
ເລັ່ງປະພຶດ         ພົມມະຈັນ        ອັນປະເສີດ
ເພື່ອໃຫ້ເກີດ      ສຸກລ້ວນ          ໂດຍຖ້ວນຖີ່
ຕັ້ງແຕ່ທານ       ເຖິງສິກຂາ        ບັນດາມີ
ສົມບູນດີ          ພົມມະຈັນ        ຍ່ອມໝັ້ນຄົງ
ຄໍາວ່າ ພົມມະຈັນ ໝາຍເຖິງ ການເວັ້ນຈາກເມຖຸນ ການຄອງຊີວິດທີ່ປາສະຈາກເມຖຸນ ການປະພຶດທັມອັນປະເສີດ
 
ລັກສະນະຂອງທັມທີ່ຖືວ່າເປັນການປະພຶດພົມມະຈັນ
1. ໃຫ້ທານ ບໍລິຈາກທານບໍ່ວ່າຈະເປັນຊັບ ສິ່ງຂອງ ເງິນຄໍາ ຫລື ປັນຍາ
2. ຊ່ວຍເຫຼືອຜູ້ອື່ນໃນກິດການງານທີ່ຊອບ ທີ່ຖືກທີ່ຄວນ (ໄວຍາວັດຈະໄມ)
3. ຮັກສາສິນ 5 ຄື ບໍ່ຂ້າສັດ ບໍ່ລັກຊັບ ບໍ່ເຮັດຜິດໃນກາມ ບໍ່ເວົ້າຕົວະ ບໍ່ດື່ມນ້ໍາເມົາ(ເບັນຈະສິນ)
4. ມີເມດຕາ ກະຣຸນາ ມຸທິຕາ ອຸເປກຂາ ກັບຄົນທີ່ເຮົາຕ້ອງພົບປະນາທຸກຄົນ(ອັບປະມັນຍາ)
5. ງົດເວັ້ນການເສບກາມ (ເມຖຸນວິສັຕ) ບຸກຄົນທີ່ມີຄອບຄົວແລ້ວກໍ່ປະພຶດພົມມະຈັນໄດ້ໂດຍການເວັ້ນ ການຮ່ວມປະເວນີ ເຊັ່ນໃນວັນສິນຫລືວັນສໍາຄັນຕ່າງໆ
6. ຍິນດີໃນຄູ່ຂອງຕົນ ຄືການມີສາມີພັນລະຍາຄົນດຽວ (ສະທານສັນໂດດ)
7. ພຽນພະຍາຍາມທີ່ຈະລະຄວາມຊົ່ວ ບໍ່ທໍ້ຖອຍໃຈໃນຄວາມ ່ບາກບັ່ນ (ວິຣິຍະ)
8, ຮັກສາສິນ 8 ຄືບໍ່ຂ້າສັດ ບໍ່ລັກຊັບ ບໍ່ຮ່ວມປະເວນີ ບໍ່ເວົ້າຕົວະ ບໍ່ດື່ມນ້ໍາເມົາ ບໍ່ບໍລິ ໂພກອາຫານຕັ້ງແຕ່ ຕອນທ່ຽງ (ຫຼັງ ຈາກ 12 ໂມງທ່ຽງ) ເປັນຕົ້ນໄປ ບໍ່ຟ້ອນລໍາ ຂັບຮ້ອງບັນເລງ ດົນຕີ ເບິ່ງການຫຼິ້ນ ໃຊ້ຂອງຫອມຫຼືເຄື່ອງ ປະດັບ ບໍ່ນອນເທິງບ່ອນນອນສູງ ແລະບ່ອນນອນໃຫຍ່ ກູຫຼາ (ອຸໂບສົດສິ້ນ)
9. ໃຊ້ປັນຍາເຫັນແຈ້ງ ໃນທຸກ ສະມຸໄທ ນິໂຣດ ຄື (ອະຣິຍະທັມ)
10.ສຶກສາປະຕິບັດ ໃນສິນ ສະມາທິ ປັນຍາ ໃຫ້ຮູ້ແຈ້ງເຫັນຈິງ (ສິກຂາ)
 
ອານິສົງຂອງການປະພຶດພົມມະຈັນ
1. ປອດໂປງໂລ່ງໃຈ ບໍ່ກັງວົນຫຼືລະແວງ
2. ເປັນອິດສະຫຼະເໝືອນນົກນ້ອຍໃນອາກາດ
3. ມີເວລາຫຼາຍໃນການເຮັດຄວາມດີ
4. ເປັນທີ່ສັນລະເສີນຂອງບັນດິດທັງຫຼາຍ
5. ສິນ ສະມາທິ ປັນຍາ ຈະເລີນໄປທາງໜ້າບໍ່ຖອຍກັບ
6. ບັນລຸ ມັຄ ຜົນ ນິບພານ ໄດ້ໂດຍງ່າຍ
ກາມທັງຫຼາຍມີໂທດຫຼາຍ ມີຄວາມພໍໃຈໜ້ອຍ ເປັນບໍ່ເກີດແຫ່ງ ຄວາມທະເລາະວິວາດກັນ ຄວາມຊົ່ວຫລາຍ ຢ່າງເກີດຂຶ້ນເພາະກາມ ເປັນເຫດ”

Post a Comment

0 Comments

ຄວາມຄິດເຫັນ