ມຸງຄຸນທີ 31 ບ້າເພັນຕະບະ


 ມຸງຄຸນທີ 31
ຕະໂປຈະ ບ້າເພັນຕະບະ
                                ຄວນບໍາເພັນ      ຕະບະ             ລະກິເລດ
                                ອັນເປັນເຫດ      ຫ້າມປາມ         ກາມມະສັນ
                                ຕ້ອງທໍາລາຍ      ຖ່າຍບາບ         ສາບສູນພັນ
                                ເຂົ້າສູ່ຂັ້ນ          ສຸໂຂ               ຍານໂກລີຍ

             ຕະບະ ແປວ່າ ເຮັດໃຫ້ຮ້ອນ ບໍ່ວ່າດ້ວຍວິທີໃດ ການບໍາເພັນຕະບະ ໝາຍເຖິງການເຮັດໃຫ້ກິເລດ ຄວາມຮຸ່ມຮ້ອນ ຕ່າງໆ ໝົດໄປ ຫຼື ເບົາບາງລົງ
 
ລັກສະນະການບໍາເພັນຕະບະ
ການມີໃຈສັງລວມໃນອິນຊີ ທັງ 6 (ອາຍະຕະນະພາຍໃນ 6) ໄດ້ແກ່ ຕາ, ຫູ, ລີ້ນ, ກາຍ, ແລະ ໃຈບໍ່ໃຫ້ຫຼົງ ຕິດຢູ່ກັບ ສໍາຜັດພາຍນອກຫຼາຍເກີນໄປ ບໍ່ໃຫ້ກິເລດຄອບງໍາໃຈເວລາທີ່ຮັບຮູ້ອາລົມຜ່ານອິນຊີທັງ 6(ອິນຊີສັງວອນ)
 
ອານິສົງຂອງການບໍາເພັນຕະບະ
1. ເຮັດໃຫ້ເຊົາເປັນຄົນເອົາແຕ່ໃຈຕົນເອງໄດ້ໃນບໍ່ຊ້າ
2. ເຮັດໃຫ້ຄຸນນະທັມທັງຫຼາຍເກີດຂຶ້ນໃນຕົນເອງໄດ້
3. ເຮັດໃຫ້ມຸງຄຸນຂໍ້ຕົ້ນໆ ທັງໝົດເກີດຂຶ້ນກັບເຮົາ
4. ເຮັດໃຫ້ເຂົ້າເຖິງນິບພານໄດ້ໄວ ຂັນຕະ ປະຣະມັງ ຕະໂປ ຕີຕິກະຂາ ຄວາມອົດທົນຄືຄວາມທົນ ທານ ເປັນຕະບະຢ່າງຍິ່ງ”
ຄົນທັງຫຼາຍຜູ້ບໍ່ຫຍໍ້ທໍ້ ພາກັນຂຸດໃນທະເລຊາຍ ໄດ້ນ້ໍາໃນທະເລຊາຍ ວັນອັນເປັນທີ່ດອນສັນໃດ ມຸນີຜູ້ປະກອບ ດ້ວຍຄວາມພຽນອັນເປັນກຳລັງ ບໍ່ຂີ້ຄ້ານ ຕ້ອງໄດ້ປະສົບຄວາມສະຫງົບແຫ່ງໃຈ ສັນນັ້ນ”

Post a Comment

0 Comments

ຄວາມຄິດເຫັນ