ມຸງຄຸນທີ 30 ສົນທະນາທັມຕາມການ


ມຸງຄຸນທີ 30
ກາເລນະ ທັມມະສາວັດສາ ສົນທະນາທັມຕາມການ

ຍາມຫົດຫູ        ຟຸ່ງຊ້ານ            ການສົງໄສ

ເປັນສະໄຫມ      ໄຕ່ຖາມ           ຕາມເຫດຜົນ

ເພື່ອບັນເທົາ       ຂະຫຍາຍ         ຫາຍກັງວົນ

ຄວນຈະສົນ       ທະນາທັມ         ຕາມສົມຄວນ

ການສົນທະນາທັມ ເຮັດໃຫ້ຂະຫຍາຍຂອບເຂດຮຽນຮູ້ ແລະປ່ຽນຄວາມຮູ້ ແລະໄດ້ຮູ້ໃນສິ່ງໃຫມ່ໆ ທີ່ເຮົາອາດ ບໍ່ຄາດຄິດ ຫຼືເປັນການເຜື່ອແຜ່ຄວາມຮູ້ທີ່ເຮົາມີໃຫ້ແກ່ຜູ້ອື່ນໄດ້ຮູ້

ສິ່ງທີ່ຕ້ອງຄໍານຶ່ງໃນການສົນທະນາທັມ

1. ຮູ້ເລື່ອງທີ່ຈະເວົ້າດີ

2. ເວົ້າເລື່ອງແທ້ມີປະໂຫຍດ

3. ເປັນຄໍາເວົ້າທີ່ມ່ວນຫູ

4. ເວົ້າດ້ວຍຄວາມເມດຕາ

5. ບໍ່ເວົ້າຈາໂອ້ອວດ ຫຼືຂົ່ມເພິ່ນຍໍໂຕ

ຂໍ້ປະຕິບັດເມື່ອມີການສົນທະນາທັມ

1. ມີສິນທັມ ຄືການເປັນຜູ້ຮັກສາສິນ 5 ຫຼືສິນ 8 ເປັນນິດສິນມີຢູ່ແລ້ວ ການເປັນຜູ້ປະຕິບັດຖືເປັນໜ້າທີ່ຂັ້ນ ຕົ້ນໃນການເປັນພຸດທະສາສະນິກກະຊົນທີ່ດີ

2. ມີສະມາທິດີຄືການມີຈິດໃຈຈົດຈໍ່ຢູ່ກັບເລື່ອງທີ່ສົນທະນາ ບໍ່ວອກແວກ ພ້ອມທັງເປັນຜູ້ຫມັ່ນໃນການຈະ ເລີນສະມາທິພາວະນາ

3. ແຕ່ງກາຍສຸພາບ ຄືການແຕ່ງຕົວໃຫ້ເໝາະສົມກັບຍຸກສະໄຫມ ຢູ່ໃນ ກອບຂອງປະເພນີສັງຄົມແວດລ້ອມໃນສະ ຖານທີ່ແຫ່ງນັ້ນຖືກກາລະເທສະ

4. ມີກິຣິຍາສຸພາບ ຄືການມີຄວາມສຸພາບໃນທຸກທ່າລັກສະນະບໍ່ວ່າຈະ ຍ່າງ ນັ່ງ ຢືນ ຫຼືການກະທໍາສິ່ງໃດໆກໍ່ຕາມ ການທີ່ມີກິຣິຍາສຸພາບ ອ່ອນໂຍນນອບນ້ອມ ເຮັດໃຫ້ຈິດໃຈຜູ້ພົບເຫັນເກີດຄວາມປະທັບໃຈ

5. ໃຊ້ວາຈາສຸພາບ ຄືການໃຊ້ຖ້ອຍຄໍາທີ່ສຸພາບໃນການສົນທະນາ ບໍ່ໃຊ້ຄໍາຫຍາບຄາຍ ທີ່ຟັງແລ້ວບໍ່ມ່ວນຫູ.

6. ບໍ່ກ່າວຂັດຄ້ານພຣະພຸດທະພົດ ຄືການນໍາເອົາຄໍາສັ່ງສອນ ຂອງພຣະພຸດທະເຈົ້າມາເປັນຂໍ້ສົງໄສຫຼືກ່າວຂັດຄ້ານ ເພາະສິ່ງທີ່ກ່າວ ໄວ້ໃນພຣະພຸດທະພົດຍ່ອມເປັນຄວາມຈິງຕະຫຼອດການ

7. ບໍ່ອອກນອກປະເດັນທີ່ຕັ້ງເອົາໄວ້ ຄືການເວົ້າໃຫ້ຢູ່ໃນຫົວຂໍ້ທີ່ຕັ້ງໄວ້ ບໍ່ເວົ້າແບບນ້ໍາຖ້ວມທົ່ງ

8. ບໍ່ເວົ້າດົນຈົນໜ້າເບື່ອ ຄືການເລືອກເວລາຕາມຄວາມເໝາະະສົມ ຕາມສະຖານະການ ເນື່ອງຈາກເລື້ອງບາງ ເລື້ອງອາດຈະບໍ່ຈໍາເປັນຕ້ອງ ອະທິບາຍຫຼາຍຈົນເກີນໄປ


ອານິສົງຂອງການສົນທະນາທັມຕາມການ

1. ຈິດເປັນກຸສົນ

2. ມີໄຫວພິບປະຕິພານດີ

3. ມີສະຕິປັນຍາສະຫຼຽວສະຫຼາດ

4. ໄດ້ຍິນໄດ້ຟັງທັມທີ່ຕົນຍັງບໍ່ໄດ້ຟັງ

5. ທັມທີ່ຟັງແລ້ວຍັງບໍ່ທັນເຂົ້າໃຈຊັດເຈນ ຍອມເຂົ້າໃຈຊັດເຈນຂຶ້ນ

6. ບັນເທົາຄວາມສົງໄສໄດ້

7. ເປັນການທໍາຄວາມເຫັນຂອງຕົນໃຫ້ກົງ

8. ເປັນການຝຶກອົບຮົມຈິດໃຫ້ບໍລິສຸດຍິ່ງຂຶ້ນ

9. ເປັນການຮັກສາໄວ້ເຊິ່ງປະເພນີອັນດີງາມຂອງພຣະອະຣິຍະເຈົ້າ

10 ຊື່ວ່າໄດ້ດໍາເນີນຕາມປະຕິປະທາອັນເປັນວົງຂອງນັກປາດ

Post a Comment

0 Comments

ຄວາມຄິດເຫັນ