
ມຸງຄຸນທີ 29
ສະມະນານັ້ນ ຈະ ທັດສະນັງ “ໄດ້ເຫັນສະມະນະ”
ການພົບເຫັນ ສະມະນະ ຜູ້ສະຫງົບ
ແລ້ວນ້ອມນົບ ຖາມໄຖ່ ໄຕຣສິກຂາ
ຫມັ່ນຝຶກຫັດ ທຸກວັນ ດ້ວຍປັນຍາ
ຍ່ອມນໍາພາ ຈິດກົງ ມຸງຄົນມີ
ຄໍາວ່າ ສະມະນະ ແປວ່າ ຜູ້ສະຫງົບ
ຄຸນສົມບັດຂອງສະມະນະມີ 3 ຢ່າງ
1. ຕ້ອງສະຫງົບກາຍ ຄືມີຄວາມສັງລວມໃນການກະທໍາທຸກຢ່າງ ລວມເຖິງກິຣິຍາມາລະຍາດ ຕາມຫຼັກສິນທັມ ້ 2. ຕ້ອງສະຫງົບວາຈາ ຄືການເວົ້າຈາໃຫ້ຢູ່ໃນກອບຂອງຄວາມພໍດີ ມີຄວາມສຸພາບສະຫງົບສະຫງຽມໃນຄໍາເວົ້າ
ແລະພາສາທີ່ໃຊ້ ເປັນໄປຕາມຂໍ້ປະຕິບັດປະເພນີ
3. ຕ້ອງສະຫງົບໃຈ ຄືການເຮັດໃຫ້ສະຫງົບປະສະຈາກິເລດຄອບງຳບໍ່ວ່າຈະເປັນຄວາມໂລບ, ໂກດ, ຫຼົງ, ຫຼືຄວາມ ອິດສາພະຍາບາດໃດໆ ຕັ້ງໝັ້ນຢູ່ໃນສະມາທິ ພາວະນາ
ການໄດ້ເຫັນສາມະນະ
1. ເຫັນດ້ວຍຕາ ຄືການເຫັນຈາກການສໍາພັດດ້ວຍສາຍຕາຂອງ ຕົນເອງ ແລ້ວມີຄວາມປະທັບໃຈຄວາມສັງລວມ ກາຍ
2. ເຫັນດ້ວຍໃຈ ເນື່ອງຈາກຄວາມສັງລວມກາຍວາຈາໃຈຂອງສະມະນະຈະຊ່ວຍ ໃຫ້ຈິດໃຈຂອງເຮົາໃຫ້ອ່ອນ ນ້ອມຜ່ອນຕາມ ແລະຮັບຟັງຫຼັກຄໍາສອນດ້ວຍໃຈທີ່ຍິນດີ
3. ເຫັນດ້ວຍປັນຍາ ໝາຍເຖິງການຮູ້ໂດຍໃຊ້ປັນຍາພິຈາຣະນາ ໃນການສໍາຜັດ ເຂົ້າເຖິງ ຮັບຮູ້ເຖິງຄໍາສອນຂອງ ສະມະນະຜູ້ນັ້ນຶ ແລະໃຫ້ຮູ້ວ່າທ່ານເປັນຜູ້ຕັ້ງໝັ້ນຢູ່ໃນສິນທັມຢ່າງແທ້ຈິງ ເມື່ອເຫັນແລ້ວ ຕ້ອງປະຕິບັດຕົນດັ່ງນີ້
1) ຕ້ອງເຂົ້າໄປຫາ ຄືເຂົ້າໄປຂໍຄໍາແນະນໍາຈາກທ່ານ ຫຼືຄວາມເຄົາລົບທ່ານ
2) ຕ້ອງເຂົ້າໄປບໍາລຸງຊ່ວຍເຫຼືອ ຄືການຊ່ວຍເຫຼືອທ່ານໃນ ໂອກາດອັນຄວນ ເພື່ອແບ່ງເບົາພາລະຂອງທ່ານ
3) ຕ້ອງເຂົ້າໄປຟັງ ຄືການຮັບຟັງຄຸນນະທັມ ຫຼັກຄໍາສອນ ຂອງທ່ານມາໄວ້ເປັນແນວທາງໃນການແກ້ໄຂບັນຫາ ຊີວິດ
4) ຫມັ່ນລະລຶກເຖິງທ່ານ ຄືການລະນຶກເຖິງຄວາມດີທີ່ທ່ານມີ ແລ້ວນຳມາເປັນຕົວຢ່າງກັບຕົວເອງ
5) ຮັບຟັງແລ້ວປະຕິບັດຄືການຮັບຄໍາແນະນໍາຂອງທ່ານມາ ປະຕິບັດເຮັດຕາມເພື່ອໃຫ້ເກີດຜົນເມື່ອຂັດຂ້ອງກໍ່ແກ້ ໄຂເພື່ອໃຫ້ຮູ້ແຈ້ງເຫັນຈິງຕາມນັ້ນ
ເຫດທີ່ຢາກໃຫ້ສະມະນະຫຼືພຣະຜູ້ມີສິນໄປຢາມເຮືອນ
ເມື່ອສະມະນະຫຼືພຣະຜູ້ມີສິນບໍລິ ສຸດເຂົ້າສູ່ສະກຸນໃດມະນຸດທັງຫຼາຍໃນສະກຸນນັ້ນຍ່ອມມີບຸນເປັນອັນມາກ ດ້ວຍຖານະ 5 ປະການຄື:
1. ຈິດຂອງເຂົາຍ່ອມເຫຼື້ອມໃສ ເພາະໄດ້ເຫັນສະມະນະ ເປັນຜົນໃຫ້ສະກຸນນັ້ນຊື່ວ່າ ປະຕິບັດຕາມຂໍ້ປະຕິບັດເພື່ອ ໄປສະຫວັນ
2. ເຂົາຍ່ອມພາກັນຕ້ອນຮັບຂາບໄຫວ້ ໃຫ້ອາສະນະແກ່ ສະມະນະເຊິ່ງເຂົ້າໄປສູ່ສະກຸນ ເປັນຜົນໃຫ້ສະກຸນນັ້ນຊື່ວ່າ ປະຕິບັດຕາມຂໍ້ປະຕິບັດທີ່ເປັນໄປເພື່ອການເກີດໃນສະກຸນທີ່ສູງຂຶ້ນ
3. ເຂົາຍ່ອມກໍາຈັດມົນທິນ ຄືຄວາມຂີ້ຖີ່ເສຍໄດ້ ໃນສະມະນະເຊິ່ງເຂົ້າໄປສູ່ສະກຸນ ເປັນຜົນໃຫ້ສະກຸນນັ້ນຊື່ວ່າ ປະຕິບັດຕາມຂໍ້ປະຕິບັດທີ່ເປັນໄປເພື່ອການໄດ້ກຽດສັກສີອັນຍິ່ງໃຫຍ່
້ 4. ເຂົາຍ່ອມແຈກຈ່າຍທານ ຕາມສະຕິກໍາລັງໃນສະມະນະ ຜູ້ເຂົ້າໄປສູ່ສະກຸນ ເປັນຜົນໃຫ້ສະກຸນນັ້ນຊື່ວ່າ ປະຕິບັດ ຕາມປະຕິບັດທີ່ ເປັນໄປເພື່ອການໄດ້ໂພຄະສົມບັດອັນໃຫຍ່
5. ເຂົາຍ່ອມສໍ້ຖາມບັນຫາທັມ ເພື່ອຟັງທໍາ ຈາກສະມະນະ ເຊິ່ງເຂົ້າໄປສູ່ສະກຸນເປັນຜົນໃຫ້ສະກຸນນັ້ນຊື່ວ່າ ປະຕິ ບັດຕາມຂໍ້ປະຕິບັດທີ່ເປັນໄປເພື່ອການໄດ້ປັນຍາ
ຂໍ້ຄວນປະຕິບັດເພື່ອພົບສະມະນະ
- ຄວນຕ້ອນຮັບດ້ວຍໄທຍະທັມນັ້ນຕາມສົມຄວນ
- ຄວນຂາບດ້ວຍເບັນຈາງຄະປະດິດ
- ຖ້າບໍ່ສະດວກໃນການຂາບ ກໍ່ປະນົມມືໄຫວ້ຢ່າງນອບນ້ອມ
- ຖ້າໄຫວ້ບໍ່ສະດວກກໍ່ຢືນກົງ ຫຼືສະແດງຄວາມເຄົາລົບດ້ວຍວິທີໃດວິທີ ນຶ່ງ ເຊັ່ນ ນ້ອມຕົວຫຼີກທາງໃຫ້.
- ຕ້ອງເບິ່ງດ້ວຍຈິດເຫຼື້ອມໃສ ຖ້າບໍ່ໄດ້ຂາຍຫຼືໄຫວ້ກໍ່ຕ້ອງນ້ອມດ້ວຍໃຈ ທີ່ເຕັມໄປດ້ວຍກຸສົນ
ອານິສົງການເຫັນສະມະນະ
1. ໄດ້ສະຕິ ຄິດເຖິງບຸນກຸສົນ
2. ເກີດແຮງບັນດານໃຈທີ່ຈະເຮັດຄວາມດີຕາມທ່ານ
3. ຕາແຈ່ມໃສດັ່ງແກ້ວມະນີ
4. ເປັນຜູ້ບໍ່ປະໝາດ
5. ໄດ້ຊື່ວ່າໄດ້ບູຊາພຣະຣັດຕະນະໄຕຣຢ່າງຍິ່ງ
6. ໄດ້ສົມບັດທັງ 3 ຄື ມະນຸດສົມບັດ ທິບສົມບັດ ແລະນິບພານ ສົມບັດ ໂດຍງ່າຍ
7. ບັນລຸມັຄຜົນນິບພານໂດຍງ່າຍ
0 Comments