ອະເສວະນາ ຈະ ພາລານັງ “ບໍ່ຄົບຄົນພານ”
ຄົນພານຄືຄົນທີ່ມີຈິດໃຈຂຸ່ນມົວເປັນປົກກະຕິ ເປັນຜົນໃຫ້ເຫັນຄວາມຜິດ ເປັນຄວາມຖືກຕ້ອງ
ຄືເປັນຄົນທີ່ບໍ່ຮູ້ວ່າສິ່ງໃດດີ ສິ່ງໃດຊົ່ວ ສິ່ງໃດຄວນ ສິ່ງໃດບໍ່ຄວນ
ລັກສະນະຂອງຄົນພານ ມີ 3 ຢ່າງ
1. ຄິດຊົ່ວ ຮຽກວ່າ ມະໂນທຸຈະຣິດ ມີອະພິຊະຍາ ມຸ່ງຫວັງຢາກໄດ້ຂອງຄົນອື່ນໃນທາງ ທຸຈະຣິດ ມີຄວາມພະຍາບາດ ແລະ ມິດສາທິດຖິ ຄືເຫັນຜິດຈາກຄອງທໍາ.
2. ເວົ້າຊົ່ວ ຮຽກວ່າ ວະຈີທຸຈະຣິດ ເຊັ່ນເວົ້າຕົວະເວົ້າສຽດສີ ຍຸແຍ່ ເວົ້າຫຍາບຊ້າ ແລະເວົ້າບໍ່ມີປະໂຫຍດໃນສິ່ງທີ່ບໍ່ມີປະໂຫຍດ
3.ເຮັດຊົ່ວ ຮຽກວ່າ ກາຍທຸຈະຣິດ ເຊັ່ນບຽດບຽນຄົນ ແລະຂ້າສັດ ຂີ້ລັກ ສໍ້ໂກງ ປະພຶດຜິດໃນກາມ
ວິທີສັງເກດຄົນພານ
1. ແນະນໍາໄປໃນທາງທີ່ຜິດ ເຊັ່ນ ແນະນໍາໃຫ້ໄປຫລິ້ນການພະນັນ ໃຫ້ໄປລັກ ໃຫ້ເສບຢາເສບຕິດ ເຫລົ່ານີ້ຖືວ່າເປັນຄົນພານ
2. ມັກເຮັດໃນສິ່ງທີ່ບໍ່ແມ່ນທຸລະ ເຊັ່ນ ບໍ່ເຮັດວຽກຕາມຫນ້າທີ່ຂອງຕົນໃຫ້ຮຽບຮ້ອຍ ແຕ່ມັກໄປກ້າວກ່າຍໄປຫຍຸ້ງກັບຫນ້າທີ່ວຽກງານຂອງຜູ້ອື່ນ ຫລືໄປຈັບຜິດເພື່ອນຮ່ວມງານ ສົ່ງເສີມນິນທາວ່າຮ້າຍກັນ ແລະກັນເປັນຕົ້ນ
3. ມັກເຮັດຜິດ ໂດຍເຫັນຈາກສິ່ງທີ່ຜິດວ່າເປັນດີ ເຊັ່ນ ການເສບສິ່ງເສບຕິດ ເປັນຄົນທີ່ບໍ່ຊື່ສັດ ເປັນຄົນໂງ ມັກຮັບສິນບົນ ທຸຈະຣິດໃນຫນ້າທີ່ ຫລືຊ່ວຍພວກຂອງຕົນເອງໃຫ້ພົ້ນຈາກຄວາມຜິດເປັນຕົ້ນ
4.ຈະຄຽດເຄື່ອງໃຈເມື່ອຖືກຕັກເຕືອນ ເຊັ່ນ ການເຕືອນເລື່ອງການເລາະທ່ຽວ ເຕືອນເລື່ອງການດື່ມເຫລົ້າ ກັບບ້ານເດິກ ເຕືອນເລື່ອງການຄົບເພື່ອນເປັນຕົ້ນ ຄົນພວກນີ້ຈະໂກດເມື່ອໄດ້ຮັບການຫມັກ ເຕືອນ ແລະບໍ່ຍອມຮັບຟັງ.
5. ບໍ່ມີລະບຽບວິໄນ ເຊັ່ນ ບໍ່ເຂົ້າແຖວຕາມລໍາດັບກ່ອນຫລັງ ແຕ່ມັກແຊງຄິວຢ່າງຫນ້າດ້ານໆ ຖິ້ມຂີ້ເຫຍື້ອຊະຊາຍ ຖິ້ມລົງນຳ້ ຫລືຂ້າງທາງ ບໍ່ເຄົາລົບກົດຫມາຍຂອງບ້ານເມືອງ ຫລືຂອງທ້ອງຖິ່ນເປັນຕົ້ນ
ໂທດຂອງການຄົບຄົນພານ
1. ຍ່ອມຖືກຊັກນາໄປໃນທາງທີ່ຜິດ
2. ຍ່ອມເກີດຄວາມຫາຍະນະ ການງານລົ້ມເຫລວ
3. ຍ່ອມຖືກເບິ່ງໃນແງ່ຮ້າຍບໍ່ໄດ້ຮັບຄວາມໄວ້ວາງໃຈຈາກບຸກຄົນທົ່ວໄປ
4. ຍອມອຶດອັດໃຈ ເພາະຄົນພານນັ້ນເຖິງວ່າເຮົາເວົ້ານໍາດີໆກໍ່ໃຈຮ້າຍ
5. ຫມູ່ຄະນະຍ່ອມແຕກຄວາມສາມັກຄີ ເພາະການຍຸແຍ່ແລະບໍ່ຍອມຮັບຮູ້ລະບຽບວິໄນ
6. ໄພອັນຕະລາຍຕ່າງໆຍ່ອມໄຫລເຂົ້າມາຫາຕົວ
7. ເມື່ອລະໂລກແລ້ວ ຍ່ອມມີອະບາຍຍະພູມເປັນທີ່ໄປ
ຫລັກປະຕິບັດໃນຊີວິດປະຈໍາວັນ
1. ຫມັ່ນຫ້າມໃຈຕົນເອງຈາກຄວາມຊົ່ວ ເຖິງວ່າຈະເປັນຄວາມ ຊົ່ວພຽງເລັກນ້ອຍກໍ່ຕາມ ກ່ອນທີ່ມັນຈະຂະຫຍາຍໃຫຍ່ຕໍ່ໄປ ເຊັ່ນ ການນອນຕື່ນສວຍ ຖິ້ມຂີ້ເຫຍື່ອບໍ່ເປັນບ່ອນເປັນທີ່ ຫລືປ່ອຍໃຫ້ບ່ອນຢູ່ ອາໄສຮົກເຮື້ອບໍ່ຫນຮັກສາອະນາໄມ
2. ຢ່າຄິດເຖິງຄວາມຊົ່ວ ຄວາມຜິດພາດໃນອາດີດ ທັງຂອງຕົນເອງ ແລະຜູ້ອື່ນ ຜ່ານໄປແລ້ວກໍ່ໃຫ້ແລ້ວໄປ, ຖືເປັນບົດຮຽນທີ່ຈະບໍ່ ຍອມເຮັດຊໍ້າອີກ ແລະຕັ້ງໃຈເຮັດຄວາມດີໃຫມໃຫ້ເຕັມທີ່
3. ຕັ້ງໃຈໃຫ້ທານ ຮັກສາສີນ ຈະເລີນສະມາທິພາວະນາຢ່າງ ສະຫມໍ່າສະເຫມີ
4. ຫລີກເວັ້ນ ການອ່ານ ການຟັງ ການເວົ້າ ເລື່ອງກ່ຽວກັບຄົນພານ ຈຶ່ງບໍ່ຕ້ອງສະສົມແຕ່ຄວາມຄິດກ່ຽວກັບຄົນພານໄວ້ໃນໃຈ ພະຍາຍາມສະສົມແຕ່ຄວາມຄິດທີ່ດີງາມໂດຍການອ່ານ ການຟັງ ການ ເວົ້າແຕ່ສິ່ງທີ່ດີງາມ ເຊັ່ນ ອ່ານຫນັງສືທໍາມະ ຟັງເທດ ສົນທະນາທໍາ ເວົ້າເຖິງຄົນທີ່ເຮັດຄວາມດີ.
5. ຖ້າຈໍາເປັນຕ້ອງຢູ່ໃກ້ກັບຄົນພານຢ່າງຫລີກເວັ້ນບໍ່ໄດ້ ເຊັ່ນ ເຮັດວຽກຢູ່ບ່ອນດຽວກັນ ເປັນຍາດພີ່ນ້ອງກັນ ໃນກໍລະນີນີ້ເຮົາຕ້ອງລະນຶກຢູ່ສະເຫມີວ່າ ເຮົາກໍາລັງຢູ່ໃກ້ສິ່ງທີ່ເປັນອັນຕະລາຍ ເຫມືອນຢູ່ ໃກ້ຄົນເປັນພະຍາດຕິດຕໍ່ຕ້ອງລະວັງຕົວ ຄືລະວັງຄວາມເປັນພານຂອງ ເຂົາຈະມາຕິດໃສ່ເຮົາ ຕ້ອງຫມັ່ນໃຫ້ທານ ຮັກສາສີນ ຈະເລີນສະມາທິພາວະນາ ເພື່ອໃຫ້ໃຈຜ່ອງໃສຢູ່ສະເຫມີ ເຮົາຕ້ອງລະນຶກຢູ່ສະ ເຫມີວ່າ ຫນ້າທີ່ອັນຍິ່ງໃຫຍ່ ແລະສໍາຄັນທີ່ສຸດໃນຊີວິດບໍ່ມີຫຍັງຍິ່ງໄປ ກວ່າການທໍາລາຍຄົນພານໃນຕົວເຮົາກໍ່ຄືໃຈນັ້ນເອງ
ອານິສົງການບໍ່ຄົບຄົນພານ.
1. ບໍ່ຖືກຊັກຈູງໄປໃນທາງທີ່ຜິດ
2. ສາມາດຮັກສາຄວາມດີໄວ້ເຫມືອນເດີມ
3. ສາມາດສ້າງຄວາມດີໃຫມ່ເພີ່ມຂຶ້ນໄປເລື້ອຍໆ
4. ບໍ່ຖືກຄົນພານທໍາຮ້າຍ
5. ບໍ່ຖືກຕໍານິ ບໍ່ຖືກໃສ່ຄວາມ
6. ບໍ່ຖືກເບິ່ງໃນແງ່ຮ້າຍ ໄດ້ຮັບຄວາມໄວ້ວາງໃຈຈາກບຸກຄົນທົ່ວໄປ
7. ມີຄວາມຈະເລີນກ້າວຫນ້າສາມາດຕັ້ງໂຕໄດ້ໄວ
8. ມີຄວາມສຸກທັງຕົນເອງຄອບຄົວ ແລະປະເທດຊາດ
9. ເປັນການຕັດກໍາລັງບໍ່ໃຫ້ເຊື່ອຂອງຄວາມພານແຜ່ລາມ
ສະຫຼຸບແລ້ວຄົນພານກໍເປັນຄົນຄືກັນກັບເຮົານີ້ລະ ຄືມີຮ່າງການປະກອບດ້ວຍເລືອດເນື້ອ ເຊັ່ນດຽວກັບເຮົາ ແລະອາດມີຄວາມກ່ຽວຂ້ອງກັບເຮົາກໍໄດ້ເຊັ່ນ ອາດຈະເປັນຍາດພີ່ນ້ອງ ສາມີພັນລະຍາ ຄູບາອາຈານ ອາດຈະເປັນຜູ້ມີການສຶກສາສູງ ອາດມີໜ້າທີ່ຕຳແໜ່ງສູງ ເຂົາຈະມີຄວາມສຳພັນກັບເຮົາຫຼືບໍ ແຕ່ຂຶ້ນຊື່ວ່າຄົນພານແລ້ວ ເຖິງວ່າຈະມີຄວາມຮູ້ຄວາມສາມາດກໍບໍ່ໃຊ້ຄວາມຮູ້ຄວາມສາມາດໄປໃນທາງທີ່ຖືກທີ່ຄວນ ເພາະສະນັ້ນພວກເຮົາເປັນບັນດີດຄວນຫຼີກເວັ້ນບໍ່ຄົບຫາ “ຄົບຄົນພານ ພານພາໄປຫາຜິດ ຄົບບັນດິດ ບັນດິດພາໄປຫາຜົນ”

0 Comments