
ມຸງຄຸນທີ 28
ໂສວະຈັດສະຕາ “ເປັນຄົນວ່າງ່າຍສອນງ່າຍ”
ຄວນເປັນຄົນ ສອນງາຍ ບໍ່ຕາຍດ້ານ
ກໍ່ລໍາຄານ ຄ່ໍາເຊົ້າ ບໍ່ໄດ້ຫຍັງ
ບໍ່ເຊື່ອຟັງ ຄໍາສອນ ຂອງຜູ້ໃດ
ເມື່ອມີໃຜ ບອກສອນ ໃຫ້ນໍາມາ
ພິນິດ ພິຈາລະນາ ເພື່ອກໍາຈັດຄວາມຊົ່ວ
ບໍ່ມົວໝອງ ຈິດຜ່ອງໃສ ໄດ້ຄວາມດີ ທີ່ແທ້ຈິງ
ຂໍ້ສັງເກດລັກສະນະຂອງຄົນວ່າງ່າຍ
1. ບໍ່ເວົ້າແກ້ໂຕຕົວະພາງໄປເມື່ອໄດ້ຮັບການກ່າວເຕືອນ ຄືການຮັບຟັງດ້ວຍດີ ບໍ່ແມ່ນແກ້ໂຕແລ້ວປິດປະຕູ ຄວາມຄິດບໍ່ຮັບຟັງ ້
2. ບໍ່ສົນໃຈເມື່ອໄດ້ຮັບການຕັກເຕືອນ ຄືການນຳຄໍາຕັກເຕືອນນັ້ນ ມາພິຈາລະນາ ແລະແກ້ໄຂຂໍ້ບົກຜ່ອງນັ້ນໆ
3. ບໍ່ຈັບຜິດຜູ້ວ່າກ່າວສັ່ງສອນ ຄືການທີ່ຜູ້ສອນອາດຈະມີຄວາມຜິດພາດເນື່ອງຈາກຄວາມປະໝາດ ເຮົາຄວນ ໃຫ້ອະໄພຕໍ່ຜູ້ສອນເພາະການຈັບຜິດເຮັດໃຫ້ຜູ້ສອນຕ້ອງອັບອາຍຂາຍໜ້າໄດ້ ເຊິ່ງເປັນສິ່ງທີ່ບໍ່ດີງາມ
4. ເຄົາລົບຕໍ່ຄໍາສອນ ແລະຜູ້ສອນຄືຮູ້ຈັກມີສໍາມາຄາຣະວະຕໍ່ຜູ້ໃຫ້ຄໍາສອນ ແລະເຄົາລົບໃນສິ່ງທີ່ຜູ້ສອນໄດ້ນໍາມາ ແນະນໍາ
5. ມີຄວາມອ່ອນນ້ອມຖ່ອມຕົນ ຄືບໍ່ສະແດງຄວາມຍະໂສ ວ່າຕົນຢູ່ເໜືອຜູ້ອື່ນໃນສິ່ງທີ່ຕົນເອງເປັນ ຕົນເອງມີ
6. ມີຄວາມຍິນດີຕໍ່ຄໍາສອນນັ້ນ ຄືຍອມຮັບໃນຄໍາສອນນັ້ນໆ ດ້ວຍຍິນດີເຊັ່ນການບໍ່ສະແດງຄວາມເບື່ອຫນ່າຍ ເພາະເຄີຍຟັງມາແລ້ວ
7. ບໍ່ອວດດີ ຄິດວ່າຂອງໂຕເອງນັ້ນຜິດແຕ່ກໍ່ຍັງຝືນເຮັດຕໍ່ໄປ ເພາະຢ້ານເສຍຊື່ສຽງ.
8. ບໍ່ຂັດແຍ່ງຕໍ່ຕ້ານ ເພາະວ່າການກ່າວຕັກເຕືອນຫຼືສັ່ງສອນນັ້ນຄື ສິ່ງທີ່ກົງກັນຂ້າມກັບສິ່ງທີ່ເຮົາເຮັດຢູ່ແລ້ວ
ເຮົາຄວນຕ້ອງເປີດໃຈໃຫ້ກວ້າງບໍ່ຂັດແຍ່ງຕໍ່ຄໍາສອນ ຄໍາວິຈານນັ້ນໆ
9. ຍິນດີຕັກເຕືອນໄດ້ທຸກເວລາ ຄືການຍິນດີໃຫ້ມີການສະແດງ ຄວາມຄິດເຫັນຕັກເຕືອນໄດ້ໂດຍບໍ່ມີຂໍ້ຍົກເວັ້ນ ເລື້ອງເວລາ
10. ມີຄວາມອົດທົນຕໍ່ການເປັນຜູ້ຖືກສັ່ງສອນ ຄືການບໍ່ເອົາຄວາມຂັດແຍ່ງໃນຄວາມເຫັນເປັນອາລົມ ແຕ່ໃຫ້ເຂົ້າ ໃຈເຈຕະນາທີ່ແທ້ຈິງ ຂອງຜູ້ສອນນັ້ນ
ວິທີເຮັດໃຫ້ເປັນຄົນວ່າງາຍສອນງ່າຍ
1. ລະມານະ ຄືການບໍ່ຖືດີ ບໍ່ຖືໂຕ ຄວາມບໍ່ສໍາຄັນໂຕເອງວ່າເປັນ ແນວນັ້ນແນວນີ້ ເຊັ່ນຖືຕົວວ່າການສຶກສາດີກວ່າ ເກັ່ງກວ່າມີຖານະດີກວ່າ
2. ລະອຸປາທານ ຄືການຍຶດຖືໃນສິ່ງທີ່ເຮົາມີ ເຮົາເປັນ ຫຼືຖືໝັ້ນໃນອໍານາດກິເລດຕ່າງໆ
3. ມີສໍາມາທິດຖິ ຄືມີປັນຍາດີ ການເຫັນຖືກເຫັນຄວນຕາມຫຼັກອະຣິຍະສັດ 4 ເຊື່ອເລື້ອງຄວາມບໍ່ທ່ຽງ ເຊື່ອໃນ ເລື້ອງບາບບຸນຄຸນ
ອານິສົງຂອງການເປັນຄົນວ່າງາຍ
1. ເປັນທີ່ເມດຕາຢາກແນະນາບອກສອນຂອງຄົນທັງຫຼາຍ
2. ໄດ້ຮັບໂອວາດ ອະນຸສາສະນີ
5. ບັນລຸທັມເບື້ອງສູງໄດ້ໂດຍງ່າຍ
ບຸກຄົນຄວນເປັນຜູ້ມີປັນຍາບອກທາງ ຊີ້ໂທດຂອງເຮົາໃຫ້ ດັ່ງຜູ້ຊີ້ບອກຂຸມຊັບໃຫ້ ຄວນຄົບກັບບັນດິດທີ່ເປັນ ເຊັ່ນນັ້ນຄົບແລ້ວ ຍ່ອມມີແຕ່ດີຝ່າຍດຽວບໍ່ຊົ່ວເລີຍ
0 Comments