ມຸງຄຸນທີ 27 ມີຄວາມອົດທົນ

ມຸງຄຸນທີ 27
ຂັນຕີ ຈະ  ມີຄວາມອົດທົນ ”

ຄວາມອົດທົນ     ອົດກັນ            ຍາມທຸກຍາກ

ຍາມລໍາບາກ      ທົນໄດ້            ບໍ່ໂຫຍຫວນ

ຖືກເຂົາດ່າ        ໃຫ້ຟັງ             ນັ່ງໜ້ານວນ

ຍິ້ມສະຫງວນ     ດ້ວຍຂັນຕິ        ງາມວິໄລ

ບຸກຄົນອົດທົນຕໍ່ຄໍາຂອງຜູ້ສູງກວ່າໄດ້ ເພາະຄວາມຢ້ານ ອົດທົນຖ້ອຍຄໍາຂອງຜູ້ສະເຫນີ ກັນໄດ້ ເພາະເຫດແຫ່ງ ຄວາມແຂ່ງດີ ສ່ວນຜູ້ໃດໃນໂລກນີ້ ອົດທົນຕໍ່ຄໍຂອງຄົນຊົ່ວກວ່າໄດ້ ສັຕບຸລຸດທັງຫຼາຍກ່າວວ່າ ຄວາມອົດທົນນັ້ນສູງສຸດ

ລັກສະນະຂອງຄວາມອົດທົນ

1. ອົດທົນຕໍ່ຄວາມລໍາບາກ ຄືຄວາມລໍາບາກທີ່ຕ້ອງປະສົບຕາມທໍາມະຊາດ ເຊິ່ງອາດມາຈາກສະພາບແວດລ້ອມ

2. ອົດທົນຕໍ່ຄວາມທຸກຂະເວທະນາ ຄືທຸກທີ່ເກີດຈາກສັງຂານຂອງ ເຮົາເອງ ເຊັ່ນຄວາມບໍ່ສະບາຍ

3. ອົດທົນຕໍ່ຄວາມເຈັບໃຈ ຄືການທີ່ຄົນອື່ນເຮັດໃຫ້ຕ້ອງຜິດຫວັງ ຫຼືເວົ້າຈາໃຫ້ເຈັບຊ້ໍາໃຈ ບໍ່ເປັນດັ່ງຫວັງ

4. ອົດທົນຕໍ່ອໍານາດກິເລດ ຄືສິ່ງເຊີນຊວນຈິດໃຈອັນບໍ່ດີທັງຫຼາຍ ຖືເປັນກິເລດທັງທາງໃຈ ແລະທາງກາຍເຊັ່ນ: ຢາກໄດ້ສິ່ງຂອງ ຂອງເຂົາຫຼືການສູນເສຍຕໍ່ອໍານາດເງິນ

ອານິສົງຂອງການມີຄວາມອົດທົນ

1. ກຸສົນລະທັມທຸກຢ່າງຈະເລີນຂຶ້ນໄດ້

2. ເປັນຄົນມີສະເຫນ່ ເປັນທີ່ຮັກຂອງຄົນທັງຫຼາຍໄດ້

3. ຕັດຮາກເຫງົ້າແຫ່ງຄວາມຊົ່ວທັງຫຼາຍໄດ້

4. ຢູ່ເຢັນເປັນສຸກໃນທຸກອາຣິຍະບົດ

5. ຊື່ວ່າໄດ້ເຄື່ອງປະດັບອັນປະເສີດຂອງນັກປາດ

6. ສິນແລະສະມາທິຕັ້ງໝັ້ນ

7. ໄດ້ພົມວິຫານໂດຍງ່າຍ

8. ບັນລຸມັຄຜົນນິບພານໂດຍງ່າຍ

Post a Comment

0 Comments

ຄວາມຄິດເຫັນ