
ມຸງຄຸນທີ 26
ກາເລນະ ທັມມັສສະວະນັງ “ຟັງທັມຕາມກາລະໂອກາດ”
ການຟັງທັມ ຕາມການ ຜ່ານມາເຖິງ
ຄວນຄໍານຶງ ນິ້ງນັ່ງ ຟັງຂະຫຍັນ
ຍ່ອມຈະເກີດ ປັນຍາ ສາລະພັນ
ຕັ້ງໃຈໝັ້ນ ຟັງດີ ນີ້ສົມຄວນ
ເມື່ອມີໂອກາດ ເວລາ ຫຼືຕາມວັນສໍາຄັນທາງສາສະໜາ ຄວນຕ້ອງໄປຟັງທັມແດ່ ເພື່ອສະດັບຮັບຟັງສິ່ງທີ່ ເປັນປະໂຫຍດໃນຫຼັກທັມນັ້ນໆ ແລະນໍາມາໃຊ້ກັບຊີວິດເຮົາເພື່ອປັບປຸງໃຫ້ດີຂຶ້ນ
ເວລາທີ່ຄວນຟັງທັມ
1. ວັນທັມມັສສະວະນະ ກໍ່ຄືວັນພຣະ ຫຼືວັນສໍາຄັນທາງສາສະໜາ
2. ເມື່ອມີຜູ້ສະແດງທັມເຊັ່ນ ການຟັງຕາມວິທະຍຸ ການທີ່ມີພຣະ ມາສະແດງທັມມະຕາມສະຖານທີ່ຕ່າງໆ ຫຼືການອ່ານຈາກສື່ຕ່າງໆ
3. ເມື່ອມີໂອກາດອັນສົມຄວນ ເຊັ່ນໃນວັນອາທິດເມື່ອມີເວລາວ່າງ ຫຼືໃນງານມຸງຄຸນ ງານບວດ ງານກະຖິນ ງານວັດ
ຄຸນສົມບັດຂອງຜູ້ຟັງທັມ
1. ບໍ່ດູຫມິ່ນໃນຫົວຂໍ້ທັມວ່າງາຍເກີນໄປ
2. ບໍ່ດູຖູກວ່າໃນຄວາມຮູ້ຄວາມສາມາດຂອງຜູ້ສະແດງທັມ
3. ບໍ່ດູຖູກໃນຕົວເອງວ່າໂງ່ ບໍ່ສາມາດເຂົ້າໃຈໄດ້
4. ມີຄວາມຕັ້ງໃຈຟັງທັມ ແລະນໍາໄປພິຈາລະນາ
5. ນໍາເອົາທັມນັ້ນໆໄປປະຕິບັດໃຫ້ເກີດຜົນ
ອານິສົງຂອງການຟັງທັມຕາມກາລະ
1. ເພີ່ມພູນຄວາມຮູ້ໃຫມ່ ເພາະຜູ້ສະແດງທັມມະຍ່ອມຈະສຶກສາ ຄົ້ນຄວ້າຄົ້ນຄິດ ນໍາຂໍ້ທັມມະຕ່າງໆ ມາສະແດງ ເຮັດໃຫ້ເຮົາໄດ້ຍິນ ໄດ້ຟັງທັມມະທີ່ບໍ່ເຄີຍໄດ້ຍິນໄດ້ຟັງມາກ່ອນ
2. ທົບທວນຄວາມຮູ້ເກົ່າ ຄືຖ້າຫົວຂໍ້ທັມທີ່ຜູ້ສະແດງນໍາມາສະແດງ ນັ້ນກົງກັບສິ່ງທີ່ເຮົາເຄີຍສຶກສາມາແລ້ວ ກໍ່ຈະ ເຮັດໃຫ້ເຮົາໄດ້ທົບທວນ ຄວາມຮູ້ເກົ່າ ໃຫ້ເກີດຄວາມເຂົ້າໃຈແຕກສານ ແລະສາມາດຈື່ໄດ້ດີຍິ່ງ
3. ຫຼຸດຄວາມສົງໄສເສຍໄດ້ ຄືຖ້າຜູ້ຟັງມີຄວາມລັງເລສົງໄສໃນ ການລະຄວາມຊົ່ວບາງຢ່າງ ຫຼືການກະທໍາຄວາມ ດີບາງຢ່າງ ເມື່ອຟັງທັມມະເພີ່ມເຕີມແລ້ວ ຈະເຮັດໃຫ້ຄວາມລັງເລສົງໄສນັ້ນໝົດໄປ ຕັດສິນໃຈລະຄວາມຊົ່ວເຮັດຄວາມ ດີງ່າຍຂຶ້ນ
4. ປັບຄວາມເຫັນໃຫ້ຖືກ ຄືໃນລະຫວ່າງການດໍາເນີນຊີວິດສູ່ຈຸດ ໝາຍຂອງຄົນເຮົານັ້ນ ເຮົາຈະຖືກມານຄືກິເລດ ແລະສິ່ງແວດລ້ອມບໍ່ ດີຕ່າງໆ ເຮັດໃຫ້ມີຄວາມເຫັນຜິດໆ ເກີດຂຶ້ນໄດ້ ແລ້ວເຮັດໃຫ້ການ ດໍາເນີນຊີວິດຜິດເປົ້າໝາຍໄປ ການຟັງທັມຈະຊ່ວຍໃຫ້ເຮົາເກີດຄວາມ ສໍານຶກໂຕວ່າ ຄວາມຄິດເຫັນຂອງເຮົາຜິດບ່ຽງໄປແນວໃດແລ້ວຈະໄດ້. ປະຖິ້ມຄວາມເຫັນຜິດນັ້ນເສຍຍຶດຖືຄວາມເຫັນທີ່ຖືກໄວ້
5. ຝຶກອົບຮົບຈິດໃຈໃຫ້ສູງຂຶ້ນ ເພາະການຟັງທັມຈະເປັນເຄື່ອງເຕືອນສະຕິເຮົາເຮັດໃຫ້ໃຈຂອງເຮົາເລີກລະຈາກ ຄວາມຄິດຟຸ້ງຊານ ໃນເລື້ອງກາມຄວາມຄິດພະຍາບາດອາຄາດ ຄວາມຄິດບຽດບຽນຜູ້ອື່ນ ແລະສອດຊີ້ໃຫ້ເຮົາເຫັນ ຈຸດອ່ອນຂໍ້ບົກຜ່ອງໃນໂຕເອງ ເຊິ່ງຈະຕ້ອງປັບປຸງແກ້ໄຂຍົກລະດັບຈິດໃຈຂອງເຮົາໃຫ້ສູງຂຶ້ນ ຈົນສາມາດກໍາຈັດຂໍ້ ບົກຜ່ອງ ໄດ້ເດັດຂາດ ບັນລຸມັກຜົນນິບພານໄດ້ໃນທີ່ສຸດ “ ດູກ່ອນ ທ່ານຜູ້ເຫັນໄພໃນວັດຕະສົງສານທັງຫຼາຍ ສະໄຫມໃດ ພຣະ ອະຣິຍະສາວົກຟັງທັມ ຟັງໃຫ້ຮອດກະດູກ ຝັງໄວ້ໃນໃຈ ຮວບຮວມ ກໍາລັງໃຈທັງໝົດມາ ງ່ຽງຫູຟັງແທ້ໆ ໃນສະໄຫມນັ້ນ ນິວອນ 5 ຂອງ ທ່ານຍ່ອມບໍ່ມີ ແລະ ໂພດຊົງ 7 ກໍ່ຈະເຖິງເຊິ່ງຄວາມສົມບູນເຕັມປ່ຽມ ເພາະອໍານາດແຫ່ງພາວະນາ”
0 Comments