ມຸງຄຸນທີ 25 ມີຄວາມກະຕັນ

ມຸງຄຸນທີ 25
ກະຕັນຍຸຕາ   ມີຄວາມກະຕັນຍູ

ກະຕັນຍູ           ຮູ້ບຸນຮູ້            ຄຸນພໍ່ແມ່

ຄົນເຖົ້າແກ່        ແລອາຈານ        ທ່ານມີສິນ

ຈອມມຸນິນ        ປິ່ນເກົ້າ            ເຈົ້າທານີ

ຫາວິທີ            ແທນຄຸນ          ສົມດຸນກັນ

 

ອານິສົງການມີຄວາມກະຕັນຍູ

1. ຮັກສາຄຸນຄວາມດີເກົ່າເອົາໄວ້ໄດ້

2. ສ້າງຄຸນຄວາມດີໃຫມ່ເພີ່ມໄດ້ອີກ

3. ເກີດສະຕິບໍ່ປະໝາດ

4. ເກີດຫິຣິໂອດຕັບປະ

5. ເກີດຂັນຕິ

6. ຈິດໃຈຜ່ອງໃສ ເບິ່ງໂລກໃນແງ່ດີ

7. ເປັນສະຫວັນຈະເລີນຂອງຄົນດີ

8. ມີຄົນຢາກຄົບຫາສະມາຄົມ

9. ທັງມະນຸດທັງເທວະດາຢາກຊ່ວຍເຫຼືອ

10.ບໍ່ມີເວນມີໄພ

11.ລາບຜົນທັງຫຼາຍເກີດຂຶ້ນໂດຍງ່າຍ

12.ບັນລຸຜົນນິບພານໂດຍງ່າຍ

 

ກະຕັນຍູ 4 ຢ່າງ

1. ກະຕັນຍູຕໍ່ບຸກຄົນ ຄືຮູ້ບຸນຄຸນພໍ່ແມ່ ຄູອາຈານ ເຈົ້ານາຍ ແລະຜູ້ມີອຸປະກາລະຄຸນ.

2. ກະຕັນຍູຕໍ່ສະຖານທີ່ ຄືຮູ້ຄຸນຂອງທີ່ຢູ່ອາໄສ ສະຖານສຶກສາ ທີ່ປະກອບອາຊີບ ແລະສະຖານທີ່ໃຫ້ສັນຕິສຸກ

3. ກະຕັນຍູຕໍ່ຕົນເອງ ຄືຮູ້ຄຸນອະໄວຍະວະຮ່າງກາຍຮັກສາໃຫ້ປອດຈາກໄພອັນຕະລາຍບໍ່ໃຫ້ຕົກເປັນທາດຂອງ ອະບາຍຍະມຸກ

ຄົນທີ່ມີພື້ນຖານກະຕັນຍູ ກະຕັນຍູເປັນສັນຍາລັກຂອງຄົນດີ ຄວາມກະຕັນຍູເປັນຄຸນນະທັມທີ່ສໍາຄັນຍິ່ງ ທີ່ຈະ ປະຄອງໃຈຂອງເຮົາ ໃຫ້ດໍາລົງຕັ້ງໝັ້ນຢູ່ໃນຄຸນນະທັມຍິ່ງໆຂຶ້ນໆໄປ

Post a Comment

0 Comments

ຄວາມຄິດເຫັນ