
ມຸງຄຸນທີ 24
ສັນຕຸດຖີ ຈະ “ມີຄວາມສັນໂດດ ຄວາມສັນໂດດ”
ຄວາມສັນໂດດ ພໍໃຈ ໃນສິ່ງຂອງ
ເຊັ່ນເງິນທອງ ຂອງຕົນ ເຖິງລົ້ນຫຼາຍ
ເມື່ອມີໜ້ອຍ ຈ່າຍໜ້ອຍ ຄ່ອຍສະບາຍ
ຄວາມຈົນຫາຍ ເລີຍລັບ ກັບຮັ່ງມີ
ອານິສົງຂອງການມີສັນໂດດ
1. ຕັດກັງວົນຕ່າງໆເສຍໄດ້
2. ອອກຫ່າງຈາກອະກຸສົນລະກໍາ
3. ມີຄວາມສຸກກາຍສະບາຍໃຈ
4. ພົ້ນຈາກຄວາມຜິດ ພົບແຕ່ສິ່ງທີ່ຖືກຕ້ອງ
5. ມີສີລະທັມເກີດໃນໃຈໄດ້ງ່າຍ
6. ພົ້ນຈາກທຸກໄພທັງປວງ
7. ມີກໍາລັງໃຈສູງ ເມື່ອຮູ້ວ່າສິ່ງໃດບໍ່ໄດ້ດີກໍ່ບໍ່ຝ່າຝືນເຮັດ
8. ຄວາມຈະເລີນກ້າວໜ້າມາສູ່ຕົນ
9. ມີໂອກາດສ້າງແຕ່ສິ່ງດີໆ ຍິ່ງໆ ຂຶ້ນໄປ
10. ໄດ້ຊື່ວ່າເປັນຜູ້ຊ່ວຍພຣະພຸດທະສາສະໜາໃຫ້ຮຸ່ງເຮືອງ ຄໍາວ່າ ສັນໂດດ ບໍ່ໄດ້ໝາຍເຖິງການຢູ່ພຽງຄົນດຽວ ຢ່າງດຽວ ແຕ່ໝາຍ ເຖິງການພໍໃຈໃນສິ່ງທີ່ຕົນມີຢູ່
ລັກສະນະຂອງຄວາມສັນໂດດ
1. ຍົດລາບສັນໂດດ ໝາຍເຖິງຄວາມຍິນດີຕາມມີຕາມເກີດ ຄືມີ ເທົ່າໃດກໍ່ພໍໃຈເທົ່ານັ້ນ ເປັນຢູ່ແນວໃດກໍ່ຄວນ ຈະພໍໃຈ ບໍ່ຄິດນ້ອຍເນື້ອຕໍ່າໃຈໃນສິ່ງທີ່ຕົນເອງເປັນຢູ່.
2. ຍະຖາພະລະສັນໂດດ ໝາຍເຖິງຄວາມຍິນດີຕາມກໍາລັງ ມີກໍາລັງເທົ່າໃດກໍ່ພໍໃຈເທົ່ານັ້ນ ຕັ້ງແຕ່ ກໍາລັງກາຍ ກໍາລັງຊັບ ກໍາລັງຄວາມສາມາດເປັນຕົນ
3. ຍະຖາສາຣູປະສັນໂດດ ໝາຍເຖິງຄວາມຍິນດີຕາມຄວນ ເຊິ່ງ ກ້ຽວໄປເຖິງຄວາມພໍເໝາະພໍຄວນໃນຫຼາຍໆ ເລື້ອງ ເຊັ່ນຮູບຮ່າງ ລັກສະນະຂອງຕົນເອງ ແລະລວມທັງຖານະທີ່ເຮົາເປັນຢູ່
ລັກສະນະຂອງຄວາມສັນໂດດອີກຢ່າງໜຶ່ງ ປະກອບດ້ວຍລັກສະນະ 3 ຢ່າງ
1. ສະເກນະສັນໂດດ ຍິນດີກັບຂອງຂອງຕົນ
2. ສັນເຕນະສັນໂດດ ຍິນດີກັບສິ່ງທີ່ໄດ້ມາ
3. ສະເມນະສັນໂດດ ຍິນດີໂດຍມີໃຈສະຫມ່ໍາສະເຫມີ “ພິກຂຸທັງຫຼາຍ ເຮົາຍ່ອມບໍ່ເລັງເຫັນທັມອື່ນແມ່ນແຕ່ຢ່າງໜຶ່ງທີ່ເປັນເຫດໃຫ້ກຸສົນລະທັມທີ່ຍັງບໍ່ເກີດຂຶ້ນ ຫຼືອະກຸສົນລະທັມທີ່ຍັງບໍ່ເກີດຂຶ້ນ ຫຼືກຸສົນລະທັມທີ່ເກີດຂຶ້ນແລ້ວເສື່ອມໄປ ຄືຄວາມເປັນຜູ້ສັນໂດດ ພິກຂຸ ທັງຫຼາຍເມື່ອບຸກຄົນສັນໂດດ ກຸສົນລະທັມທີ່ຍັງບໍ່ເກີດຍ່ອມເກີດຂຶ້ນ ແລະອະກຸສົນລະ ທັມທີ່ເກີດຂຶ້ນແລ້ວຍ່ອມເສື່ອມໄປ”
0 Comments